NAIDOC Week 2022: What is the Voice to Parliament?

ປະຊາມະຕິທີ່ໃຫ້ມີການແກ້ໄຂ ຣັຖທັມນູນ ຂອງ ອອສເຕຣເລັຍ ໄດ້ຮັບແຮງຊຸກຍູ້ເພີ່ມຂຶ້ນ ທີ່ຮອງຮັບເອົາ “ສຽງສູ່ສະພາ” ຂອງຄົນພື້ນເມືອງ.

Participants at a NAIDOC Week rally in Melbourne in 2018

The Uluru Statement from the Heart proposes three key reforms: Voice, Treaty and Truth. Source: AAP Image/Daniel Pockett

ສຽງສູ່ສະພາ (Voice to Parliament) ແມ່ນຫຍັງ?

ໃນປີ 2017, ກຸ່ມຕົວແທນຂອງ ຊົນຊາດທໍາອິດຂອງ ອອສເຕຣເລັຍໄດ້ເຕົ້າໂຮມກັນທີ່ອູລູຣູ ແລະ ໄດ້ນໍາສເນີຕໍ່ປະຊາຊົນ ອອສເຕຣເລັຍ ດ້ວຍ ().

ຖແລງການ Uluru ສເນີສາມອົງປະກອບພື້ນຖານຂອງການປະຕິຮູບ: ສຽງ, ມາກາຣາຕາ (Makarrata-ມາຈາກພາສາ ຢອນງູ Yolngu ເຊິ່ງແປວ່າ ) ແລະ .

ຈຸດສຳຄັນ

  • ສຽງສູ່ສະພາ ແມ່ນການຮຽກຮ້ອງໃຫ້ ຄະນະທີ່ປຶກສາຊາວພື້ນເມືອງ ເພື່ອຊີ້ນໍາ ຣັຖສະພາ ຂອງຣັຖບານກາງກ່ຽວ ກັບເລື່ອງຕ່າງໆທີ່ກ່ຽວຂ້ອງກັບຊົນຊາດທໍາອິດ.
  • ຖແລງການ Uluru ຈາກຫົວໃຈ (Uluru Statement from the Heart) ຮຽກຮ້ອງໃຫ້ມີການປະຕິຮູບທີສໍາຄັນ ສາມຢ່າງຊຶ່ງ ສຽງສູ່ຣັຖບານ (Voice to Parliament) ເປັນສິ່ງທໍາອິດຂອງການຮຽກຮ້ອງ.
  • ຄນະຜູ້ຂຽນ ຖແລງການ Uluru ໄດ້ແນະນໍາວ່າໃນເດືອນ ພຶດສະພາ 2023 ຫຼື ເດືອນ ມັງກອນ ປີ 2024 ວ່າເປັນຊ່ວງທີ່ອາດຈະມີການລົງປະຊາມະຕິ
ການປະຕິຮູບເທື່ອທໍາອິດແມ່ນ ສຽງສູ່ສະພາ (Voice to Parliament) ຊຶ່ງເຮັດໃຫ້ຈໍາເປັນຕ້ອງມີການປັບປຸງ ຣັຖທັມນູນ. ນັ້ນຫມາຍຄວາມວ່າ ມັນຈຳເປັນຈະຕ້ອງໃຫ້ມີ ການລົງປະຊາມະຕິ ເພື່ອວ່າປະຊາຊົນ ອອສເຕຣເລັຍ ສາມາດຕັດສິນໃຈ ໃນຂໍ້ສເນີດັ່ງກ່າວ. ມັນເປັນການຮ່ວມກັນເປັນເວລາຫຼາຍສິບປີ ຂອງຂະບວນການ ລະບົບກົດຫມາຍ ແລະການເມືອງຂອງອອສເຕຣເລັຍ ແລະປະຊາຊົນອອສເຕຣເລັຍ ທີ່ເຮັດວຽກເພື່ອໄປສູ່ ການຮັບຮູ້ ຂອງຊົນຊາດທໍາອິດ ໃນຣັຖທັມນູນ.

ມີຄວາມຫມາຍແນວໃດຕໍ່ຊາວອອສເຕຣເລັຍ?

ການລົງປະຊາມະຕິນີ້ ຈະຂໍໃຫ້ຊາວອອສເຕຣເລັຍ ອະນຸມັດ ຂໍ້ສເນີໃຫມ່ທີ່ໃຫ້ຣັຖບານກາງສາມາດຈັດຕັ້ງຄນະທີ່ປຶກສາ ທີ່ຈະເປັນທີ່ຮູ້ກັນວ່າ ສຽງສູ່ສພາ (Voice to Parliament).

ຣັຖທັມນູນ ຂອງອອສເຕຣເລັຍ ຊຶ່ງໄດ້ມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ ປີ 1901, ບໍ່ໄດ້ຮັບຮູ້ ການຄອບຄອງ ແລະ ການດູແລແຜ່ນດິນ ຂອງຊາວ Aboriginal ຫລື Torres Strait Islander ຊື່ງໄດ້ມີມາກ່ອນ.

ເວົ້າງ່າຍໆ, ສຽງສູ່ສະພາ ແມ່ນການຮັບຮູ້ບັນດາສະຖາບັນເກົ່າແກ່ ທີອາສັຍຢູ່ໃນທະວີບນີ້ເປັນເວລາ 60,000 ປີ, ການຮັບຮູ້ສຽງ ແລະບົດບາດ ຂອງເຂົາເຈົ້າ ໃນລະບອບປະຊາທິປະໄຕ ຂອງຊາວອອສເຕຣເລັຍ ໂດຍຜ່ານຣັຖທັມນູນ ຂອງອອສເຕຣເລັຍ.

ທ່ານສາດສະດາຈານ Megan Jane Davis ແລະ ນັກກົດໝາຍດ້ານສິດທິມະນຸດສາກົນ ແລະ ປະທານຮ່ວມ ໃນການ ເສວະນາ ອູລູຣູ (Uluru Dialogue co-chair) ຈາກມະຫາວິທະຍາລັຍ New South Wales, ໄດ້ກ່າວວ່າ ມັນຍັງກ່ຽວກັບການຮັບຮູ້ປະຊາຊົນ ແລະທະວີບອອສເຕຣເລັຍ ວ່າເປັນ "ການສະແດງອອກຢ່າງເຕັມທີ່ຂອງຊາດ" ເຮັດໃຫ້ປະເທດສາມາດ "ກ້າວໄປຂ້າງຫນ້າ" ເປັນຄັ້ງທໍາອິດໃນປວັດສາດຂອງຕົນ.  

ນາງກ່າວວ່າ "ມັນເປັນສ່ວນຫນຶ່ງ ຂອງການປະຕິຮູບຫລາຍຢ່າງທີ່ “ຖແລງການ Uluru ຈາກຫົວໃຈ” (Uluru Statement from the Heart) ໄດ້ຮຽກຮ້ອງໃນດ້ານການປ່ຽນແປງທີຈໍາເປັນ ເພື່ອໃຫ້ອໍານາດ ແກ່ປະຊາຊົນ ຂອງພວກເຮົາ ແລະ ນັ້ນແມ່ນຮວມເຖິງຄນະ ກັມມາທິການ Makarrata ຊຶ່ງເປັນການເຮັດຂໍ້ຕົກລົງຫລືເປັນ ຄນະ ກັມມາທິການ ສົນທິສັນຍາ."

"ການຮັບຮູ້ ສຽງຂອງຊົນຊາດທໍາອິດ ເຮັດໃຫ້ປະຊາຊົນຂອງພວກເຮົາຮ່ວມໂຕະ ເມື່ອມີກົດຫມາຍ ແລະ ນະໂຍບາຍ ກ່ຽວກັບຊີວິດຂອງພວກເຮົາ."

ພວກເຮົາຢູ່ໃສ?

ຫຼັງຈາກທີ່ໄດ້ຜ່ານພິທີກັມ ຮັບຮູ້ແຜ່ນດິນແລ້ວ, ກໍໄດ້ເລີ່ມຕົ້ນການ ກ່າວປາໄສໄຊຊະນະໃນຄືນເລືອກຕັ້ງຂອງທ່ານໂດຍປະກາດ ວາ, "ໃນນາມຂອງພັກແຮງງານ ອອສເຕຣເລັຍ, ຂ້າພະ ເຈົ້າ ໃຫ້ຄໍາຫມັ້ນສັນຍາຕໍ່ ຄໍາຖແລງການ Uluru ຈາກຫົວໃຈ (Uluru Statement From the Heart) ຢ່າງເຕັມທີ່".

ໃນຖແລງການນັ້ນ, ທ່ານສາສດາຈານ Davis ໄດ້ ກ່າວວ່າ "ມັນເປັນຄວາມຮູ້ສຶກສະບາຍໃຈ ແລະ ຄວາມສໍາເລັດ ແຕ່ກໍ ຫົນທາງຍັງໄກຫຼາຍ".

"ພວກເຮົາມີຄວາມຕື່ນເຕັ້ນ, ອອສເຕຣເລັຍ  ບໍ່ຄ່ອຍຈະປ່ຽນແປງຣັຖທັມນູນ ຂອງຕົນ. ແລະ ສໍາລັບປະຊາຊົນຂອງພວກ ເຮົາ, ພວກເຮົາບໍ່ເຄີຍມີໂອກາດທີ່ຈະມີອໍານາດ ໃນຣັຖທັມນູນໃດໆເລີຍ. ສະນັ້ນ, ນີ້ແມ່ນສິ່ງທີ່ສໍາຄັນຫຼາຍ. ມັນແຕກຕ່າງຈາກການລົງປະຊາມະຕິໃນປີ 1967, ເນື່ອງຈາກວ່າການປະຕິຮູບນີ້ ແມ່ນຈະໃຫ້ອໍານາດແກ່ປະຊາຊົນ ຂອງພວກເຮົາ."

ໃນສ່ວນຂອງ ຖແລງການ Uluru (Uluru Declaration), ບັດນີ້ມີ ຂໍ້ຜູກມັດ ສໍາລັບການຈັດປະຊາມະຕິ ຊຶ່ງເປັນອົງປະກອບທໍາອິດຂອງ ຖແລງການ ແລະ ຣັຖບານໃຫມ່ກໍກໍາລັງວາງພື້ນຖານສໍາລັບສິ່ງນັ້ນ.

ກ້າວຕໍ່ໄປ

ມີບາດກ້າວສໍາຄັນ ກ່ອນທີ່ສຽງຂອງຊາວພື້ນເມືອງຈະໄດ້ຮັບ ການຮັກສາໄວ້  ໃນຣັຖທັມນູນ.

ການໄດ້ຮັບການປົກປ້ອງຈາກຣັຖທັມນູນ, ສຽງນັ້ນ ກໍຈະຍັ້ງຍືນແລະຄົງທົນ ເກີນກໍານົດເວລາທາງການເມືອງ.

ນັ້ນຫມາຍຄວາມວ່າ ການມີອໍານາດ ຂອງຊາວພື້ນເມືອງ ແລະ ການມີສ່ວນຮ່ວມ ຢ່າງຫ້າວຫັນໃນຊີວິດປະຊາທິປະໄຕ ຂອງຊາດ ບໍ່ໄດ້ຂຶ້ນຢູ່ກັບພັກການເມືອງທີ່ມີອໍານາດ.

ຣັຖບານຂອງພັກຮ່ວມທີ່ຜ່ານມາ ມີເຈດຕະນາທີ່ຈະອອກກົດຫມາຍວ່າດ້ວຍ ສຽງ ແຕ່ບໍ່ມີໂຄງການທີ່ ຈະຮັກສາ ມັນໄວ້ໃນຣັຖທັມນູນ ແລະ ຖ້າຫາກວ່າ ສຽງ ນັ້ນຈະໄດ້ຮອງຮັບທາງກົດຫມາຍ ກໍສາມາດ ຖືກລົບລ້າງໄດ້.
ແຕ່ເມື່ອຢູ່ໃນຣັຖທັມນູນແລ້ວ ມັນກໍສາມາດຖືກລົບລ້າງໄດ້ ໂດຍຜ່ານການລົງປະຊາມະຕິອີກເທື່ອຫນຶ່ງເທົ່ານັ້ນ.

ນີ້ຈະຕ້ອງມີ ການສນັບສນູນ ທາງການເມືອງ ແລະ ການປຶກສາຕື່ມອີກ ກ່ອນການອອກສຽງຕ່າງໆ.

ຖ້າຫາກຣັຖສະພາຂອງຣັຖບານກາງຜ່ານຮ່າງກົດຫມາຍ, ການລົງປະຊາມະຕິຕ້ອງໄດ້ດໍາເນີນພາຍໃນຫົກເດືອນ ເພື່ອສ້າງຄະນະທີ່ປຶກສາຊາວພື້ນເມືອງຢ່າງຖາວອນ ສໍາລັບຣັຖບານກາງ.

  1. ຜູ້ຂຽນ ຖແລງການ Uluru ໄດ້ ແນະນໍາວ່າ ໃນເດືອນ ພຶດສະພາ 2023 ຫຼື ເດືອນ ມັງກອນ ປີ 2024 ວ່າເປັນ ມື້ທີ່ອາດຈະມີ ການລົງປະຊາມະຕິ

Share
Published 8 July 2022 3:13pm
Updated 12 August 2022 2:56pm
By Mert Balkanli, Sak Phoumirath


Share this with family and friends