ເປັນຫຍັງພິທີການຕ່າງໆ ຂອງຊາວພື້ນເມືອງ ຈຶ່ງສໍາຄັນສໍາລັບຊາວອອສເຕຣລຽນ ທຸກຄົນ?

ການຮັກສາພິທີການທາງວັດທະນະທັມຕ່າງໆຂອງ ຊາວ Aboriginal and Torres Strait Islander ແມ່ນບາດກ້າວທີ່ສໍາຄັນ ໃນການເຂົ້າໃຈ ແລະ ເຄົາລົບ ຊາວອອສເຕຣລຽນ ຄົນທໍາອິດ ແລະ ຜືນດິນທີ່ເຮົາທຸກຄົນອາໄສຢູ່.

Smoking ceremony

Source: Cameron Spencer/Getty Images

ຈຸດເດັ່ນ

  • ການປະຕິບັດ ທາງວັດທະນະທັມ ໄດ້ຖືກຮັກສາໄວ້ ໂດຍຊາວອອສເຕຣລຽນ ຄົນທໍາອິດມາເປັນເວລາຫຼາຍພັນປີແລ້ວ
  • ບັນດາຜູ້ອາວຸໂສ Aboriginal ແມ່ນສະມາຊິກຊຸມຊົນທີ່ໄດ້ຮັບຄວາມເຄົາລົບ ນັບຖື ຜູ້ທີ່ມີຮູ້ທາງດ້ານວັດທະນະທໍາອັນເລິກເຊິ່ງແລະສາມາດແບ່ງປັນຄວາມຮູ້ນັ້ນ.
  • ຢ່າຢ້ານທີ່ຈະຖາມຄໍາຖາມກ່ຽວກັບພິທີການຕ່າງໆ ຕາບໃດທີ່ທ່ານເຮັດດ້ວຍຄວາມເຄົາລົບ
  • ການໃຊ້ພາສາທີ່ເຫມາະສົມ ແລະ ສຸພາບເປັນ ວິທີທີ່ງ່າຍທີ່ ຈະສະແດງ ຄວາມເຄົາລົບ.
ພິທີການຕ່າງໆ ວັດທະນະທັມຕ່າງໆຂອງຊົນພື້ນເມືອງ ແມ່ນອີງໃສ່ຫຼັກການດ້ານສິລະທໍາທີ່ຫຼໍ່ຫຼອມຄວາມສໍາພັນສ່ວນຕົວ ແລະ ດ້ານການງານ ຂອງພວກເຮົາກັບຊາວ Aboriginal ແລະTorres Strait Islander

ມັນເປັນສິ່ງສໍາຄັນທີ່ຈະຮັກສາຄວາມສໍາພັນເຫຼົ່ານີ້ ເພາະວ່າພວກເຂົາເຈົ້າແມ່ນຄົນທໍາອິດຂອງອອສເຕຣເລັຍ. ພວກເຂົາມີຄວາມຮູ້ຢ່າງໃກ້ຊິດກ່ຽວກັບແຜ່ນດິນ ແລະສາມາດສອນພວກເຮົາກ່ຽວກັບການດູແລສະພາບແວດລ້ອມຂອງພວກເຮົາ.

ທ່ານນາງ Caroline Hughes ຜູ້ອາວຸໂສຊາວ Ngunnawal ຂອງ ACT ແລະ  ເຂດໃກ້ຄຽງ ກ່າວວ່າ "ພວກເຮົາ ມີລະບົບຄວາມເຊື່ອ ແລະ ຫລັກການປະຕິບັດທາງ ວັດທະນະທັມ ທີ່ຢ້ອນໄປຫາຕັ້ງແຕ່ເວລາໄດ້ເລີ້ມຕົ້ນ." "ມັນຍັງເປັນສ່ວນນຶ່ງໃນຊີວິດຂອງພວກເຮົາໃນປັດຈຸບັນນີ້ຢູ່ໃນອອສເຕຣເລັຍ ສະໄຫມໃຫມ່."

ໂດຍການຮັກສາໄວ້ຊຶ່ງ ວັດທະນະທັມ ເຮົາຮັບຮູ້ວ່າການຜູກພັນທີ່ບໍ່ ຂາດຈາກກັນ ຂອງຊາວ ອອສເຕຣລຽນທໍາອິດຂອງເຮົາ ທີ່ມີຕໍ່ແຜ່ນດິນ ແລະ ການປະຕິບັດໃນ ສະໄຫມບູຮານຂອງເຂົາເຈົ້າ.  

ຜູ້ອາວຸໂສ ຄົນທຳອິດຂອງ SBS, Rhoda Roberts ສະຫນັບສະຫນູນການປະຕິບັດຢ່າງຕໍ່ເນື່ອງ ຂອງວັດທະນະທັມ ຂອງປະເທດທໍາອິດ.

ພວກເຮົາໄດ້ສືບຕໍ່ເລື່ອງລາວ ດ້ວຍການບອກເລົ່າທາງປາກ ແລະພິທີການຕ່າງໆ ເປັນເວລາຍາວນານແລ້ວ ແລະ ໃນຂະນະທີ່ສິ່ງຕ່າງໆຈະປັບຕົວ – ພວກເຮົາກໍບໍ່ແມ່ນຄົນທີ່ຈະຢູ່ບ່ອນເກົ່າ– ທັງຫຼັກການແລະປັດຊະຍາທີ່ວ່າ ພວກເຮົາກໍາລັງເບິ່ງແຍງຜືນດິນ ທີ່ເປັນດິນແດນຂອງພວກເຮົາ, ທະເລຂອງພວກເຮົາແລະທາງນ້ຳແລະທ້ອງຟ້າຂອງພວກເຮົາ.
Everett Dancers perform
Pakana/Palawa dancers perform Source: AAP Image/Tracey Nearmy
ເຮົາຄວນກ່າວເຖິງຊາວອອສເຕຣເລຽນທໍາອິດແນວໃດ?

ທ່ານນາງ Caroline Hughes ກ່າວວ່າ ‘Aboriginal’ ຫຼື ‘Torres Strait Islander’ ແມ່ນເຫມາະສົມທົ່ວໄປໃນທົ່ວອອສເຕຣເລັຍ.  

ບາງຄົນຍັງລະບຸຕົວເອງຕາມທ້ອງຖິ່ນຂອງພວກເຂົາ, ເຊັ່ນວ່າ 'Koori' ມັກໃຊ້ໃນ NSW ແລະ Victoria, 'Murray' ໃນ Queensland ແລະ 'Palawa' ໃນ Tasmania.

ທ່ານນາງ Hughes ກ່າວວ່າ "ຂ້າພະເຈົ້າ ຢາກຖືກເອີ້ນວ່າເປັນແມ່ຍິງ Ngunnawal ເພາະວ່ານັ້ນ ແມ່ນຮ້ອງຕາມທ້ອງຖິ່ນຂອງຂ້າພະເຈົ້າ”.

ທ້ອງຖິ່ນຂອງຂ້າພະເຈົ້າແມ່ນ ກຸ່ມພາສາຂອງຂ້າພະເຈົ້າ ແລະ ກຸ່ມຊົນ ເຜົ່າຂອງຂ້າພະເຈົ້າ, ແລະ ນັ້ນແມ່ນການບອກຄົນ Aboriginal ອື່ນໆວ່າຂ້າພະເຈົ້າມາຈາກໃສ.

ສອງຊົນເຜົ່າທີ່ແຕກຕ່າງກັນ 

Torres Strait Islanders ແມ່ນຊາວພື້ນເມືອງ ຈາກຫມູ່ເກາະລະຫວ່າງປາຍແຫຼມ Cape York ແລະ Papua New Guinea ແລະ ສ່ວນໃຫຍ່ແມ່ນເຊື້ອສາຍເມລາເນເຊຍ (Melanesian)

“ພວກຊາດທໍາອິດທັງຫມົດ ມີວັດທະນະທັມ ທີ່ແຕກຕ່າງກັນເລັກນ້ອຍ ແຕ່ ກໍມີຄວາມແຕກຕ່າງກັນຢ່າງຊັດເຈນລະຫວ່າງວັດທະນະທັມ ຂອງຊາວ Islander ແລະ Aboriginal. ທ່ານ Thomas Mayor ເຈົ້າຫນ້າທີ່ Torres Strait Islander and National Indigenous ຂອງ ສະຫະພາບແຮງງານ ທາງທະເລ (Maritime Union) ກ່າວວ່າ ຊາວເກາະ ດັ່ງກ່າວຢາກຈະຖືກ ຮັບຮູ້ວ່າເປັນຊົນເຜົ່າທີ່ແຕກຕ່າງກັນ." 
Flags
Both the Aboriginal and Torres Strait Islander flags are flown alongside the Australian national flag to acknowledge these distinct Indigenous peoples Source: AAP Image/Mick Tsikas
ການໃຊ້ພາສາທີ່ສະແດງຄວາມເຄົາລົບ 

'ຊາວພື້ນເມືອງ (Indigenous)', 'Torres Strait Islander' ແລະ 'ຜູ້ອາວຸໂສ' ແມ່ນຄໍານາມທີ່ເຫມາະສົມທີ່ໂຕໜັງສືໂຕທຳອິດເປັນໂຕໃຫຍ່ (capital letter). ທ່ານນາງ Caroline Hughes ອະທິບາຍວ່າ ການໃຊ້ສັບຫຍໍ້ແມ່ນຖືວ່າເປັນສິ່ງທີ່ບໍ່ສຸພາບຫຼາຍ.

“ຢ່າຫຍໍ້ ຄຳວ່າ ‘Aboriginal’. ພວກເຮົາບໍ່ໄດ້ເປັນຄໍາສັບຫຍໍ້ ແລະ ພວກເຮົາກໍຖື ເລື່ອງນັ້ນຫຼາຍ ແລະ ກໍມີຄໍາສັບທີ່ຫນ້າລັງກຽດທີ່ຈະເຮັດໃຫ້ໃຈຂອງພວກເຮົາ ເຈັບປວດ."

ຜູ້ອາວຸໂສແມ່ນໃຜ?

ຜູ້ອາວຸໂສເປັນສະມາຊິກຊຸມຊົນທີ່ໄດ້ຮັບຄວາມນັບຖື ແລະເປັນຜູ້ທີ່ມີຄວາມຮູ້ທາງດ້ານວັດທະນະທັມຢ່າງເລິກເຊິ່ງ. ພວກເຂົາຖືກກ່າວເຖິງວ່າ 'ປ້າ' ແລະ 'ລຸງ'. ສໍາລັບຄົນທີ່ບໍ່ແມ່ນຊາວພື້ນເມືອງຄວນຈະຖາມກ່ອນວ່າພວກເຂົາສາມາດໃຊ້ຊື່ເຫຼົ່ານີ້ໄດ້ຫຼືບໍ່ ເພື່ອຄວາມເໝາະສົມ. 

ພິທີ 'ການຕ້ອນຮັບສູ່ແຜ່ນດິນ' ມັກຈະປະຕິບັດໂດຍຜູ້ອາວຸໂສຂອງຊຸມຊົນຕອນມີກິດຈະກັມ.

'ການຕ້ອນຮັບສູ່ແຜ່ນດິນ' ແມ່ນຫຍັງ?

ວະລີນີ້ໄດ້ຖືກນຳມາໃຊ້ ໃນຊຸມປີ 1980 ໂດຍ Rhoda Roberts, 'ການຕ້ອນຮັບສູ່ແຜ່ນດິນ' ເປັນພິທີຕ້ອນຮັບຕາມປະເພນີເກົ່າ ຊຶ່ງມີຂຶ້ນໃນການເປີດງານຕ່າງໆເພື່ອໃຫ້ກຽດແກ່ອະດີດ. ອາດຈະເປັນພິທີກ່າວຄໍາປາໄສ, ເຕັ້ນລໍາ ຫຼື ການຮົມຄວັນ.

ຄ້າຍຄືກັນນີ້, 'ການຮັບຮູ້ແຜ່ນດິນ' ແມ່ນພິທີກັມການຕ້ອນຮັບທີ່ ມີຂຶ້ນໃນການຊຸມນຸມທີ່ສໍາຄັນ, ແລະໃຜກໍສາມາດປະຕິບັດໄດ້, ທ່ານນາງ Rhoda Roberts ກ່າວ.  

"ການຍອມຮັບແມ່ນການຮັບຮູ້ວ່າທ່ານອາດຈະເຮັດວຽກຫຼືອາໄສຢູ່ໃນສະຖານທີ່ທີ່ບໍ່ແມ່ນສະຖານທີ່ທີ່ທ່ານມາ, ແຕ່ວ່າບໍ່ເປັນຫຍັງ. ທ່ານຍັງເປັນສ່ວນນຶ່ງຂອງສະຖານທີ່ນັ້ນຢູ່ ແລະທ່ານຈະຮັບຮູ້ແລະຂອບໃຈຜູ້ດູແລ (Custodians) ແລະພວກຜູ້ອາວຸໂສ”.
Dance troupe
Buja Buja dance troupe performs during the Wugulora Indigenous Morning Ceremony in Sydney Source: AAP Image/AP Photo/Rick Rycroft
ພາສາທີ່ບໍ່ເຫມາະສົມ  

ທ່ານນາງ Caroline Hughes ກ່າວວ່າ ຄວາມເຈັບປວດ ທາງປະຫວັດສາດ ທີ່ເກີດ ຈາກການຖືກບັງຄັບໃຫ້ຍົກຍ້າຍເດັກນ້ອຍ ມີຜົນກະທົບຕໍ່ວິທີທີ່ຜູ້ຄົນຕອບຄໍາ ຖາມກ່ຽວກັບພື້ນຖານຂອງພວກເຂົາ.

"ມັນບໍ່ເຫມາະສົມຫຼາຍທີ່ຈະເວົ້າກ່ຽວກັບເປີເຊັນ ແລະແມ່ນແຕ່ສີຜິວຫນັງ, ສີຕາແລະສີຜົມເພາະວ່າລູກຂອງພວກເຮົາໄດ້ຮັບການລ້ຽງດູໃນວັດທະນະທັມຂອງພວກເຮົາ, ແລະນັ້ນແມ່ນສໍາລັບພວກເຮົາໂດຍສະເພາະ. ສັງຄົມຄົນຂາວ ຫຼື ສັງຄົມທີ່ບໍ່ແມ່ນຊາວພື້ນເມືອງ ໄດ້ປະຕິເສດພວກເດັກນ້ອຍເຫຼົ່ານີ້, ສ່ວນໃນວັດທະນະທັມຂອງຊາວ Aboriginal ແລ້ວ ພວກເຂົາເຈົ້າເປັນຂອງຂວັນຈາກໂລກວິນຍານ ໃຫ້ແກ່ຄອບຄົວ ແລະ ຊຸມຊົນຂອງພວກເຮົາ ແລະ ພວກເຂົາເຈົ້າໄດ້ຮັບການຍອມຮັບມາຕະຫຼອດ."

ສະແດງຄວາມນັບຖືໂດຍການຮຽນຮູ້ເພີ່ມເຕີມ

ທ່ານ Thomas Mayor ກ່າວວ່າ ຢ່າຢ້ານທີ່ຈະຖາມຄໍາຖາມກ່ຽວກັບພິທີກັມຕ່າງໆ, ຕາບໃດທີ່ທ່ານມີຄວາມຈິງໃຈ ແລະມີຄວາມເຄົາລົບ.

"ແລະສິ່ງທີ່ສໍາຄັນທີ່ສຸດກໍຄື ການຮັບຟັງ ແລະ ຮັບເອົາຄໍາອະທິບາຍ ແລະ ກ້າວໄປ ຫນ້າ ດ້ວຍຄວາມເຄົາລົບ."

ທ່ານMayorຍັງແນະນໍາໃຫ້ທຸກຄົນອ່ານຄໍາຖະແຫຼງ Uluru ຈາກຫົວໃຈ (Uluru Statement from the Heart)  ທີ່ມີຢູ່ທີ່ນີ້ໃນຫຼາຍພາສາ,ແລະສະຫນັບສະຫນູນການສະເຫນີຂອງມັນ.

ຜູ້ອາວຸໂສປະຈຳຂອງ SBS, Rhoda Roberts, ເຕືອນເຮົາວ່າ ພິທີການຕ່າງໆ ແມ່ນ  ການຍອມຮັບເພື່ອນມະນຸດຂອງທ່ານ. 

ມັນແມ່ນກ່ຽວກັບຄວາມເມດຕາແລະຄວາມເຫັນໃຈ, ແຕ່ ທີ່ຂ້າພະເຈົ້າເວົ້າສະເຫມີວ່າມັນເປັນພຽງແຕ່ມາລະຍາດທີ່ດີ.

 


Share
Published 1 June 2022 6:14pm
Updated 12 August 2022 2:56pm
By Melissa Compagnoni, Sak Phoumirath


Share this with family and friends