ຄວາມສໍາຄັນທາງວັດທະນະທັມ ຂອງການຕ່ຳຜ້າຫຼືຖັກສານຂອງຊົນຊາດທໍາອິດແມ່ນຫຍັງ?

Australia Explained: First Nations weaving - Aboriginal craftswoman splitting pandanus for weaving

Ramingining, Arnhem Land, Northern Territory, Australia, 2005. Credit: Penny Tweedie/Getty Images

ການຕ່ຳຜ້າຫຼືຖັກສານ ເປັນຫນຶ່ງໃນຕົວຢ່າງທີ່ຊັບຊ້ອນທີ່ສຸດ ຂອງເຕັກໂນໂລຊີ ແລະວັດທະນະທັມ ຂອງ First Nations. ມັນຜລິດວັດຖຸຂອງຄວາມງາມ, ແລະຂະບວນການນັ້ນ ກໍມີຄວາມສໍາຄັນ ທາງດ້ານວັດທະນະທັມ ຢ່າງເລິກເຊິ່ງ. ການຕ່ຳຜ້າແມ່ນວິທີການແບ່ງປັນຄວາມຮູ້, ເຊື່ອມຕໍ່ກັບປະຊາຊົນ ແລະປະເທດ, ສ້າງສະຕິ, ແລະອື່ນໆອີກ.


Key Points
  • • ສິ່ງຂອງທີ່ມາຈາກການຕ່ຳຫູກ ຫຼືຖັກສານ ແມ່ນການເຊື່ອມໂຍງທີ່ມີຕົວຕົນ ລະຫວ່າງຜູ້ຕ່ຳຜ້າ, ປະເທດ ແລະບັນພະບູຣຸດ.
  • • ການຕ່ຳຜ້າຫຼືຖັກສານ ແມ່ນໃຊ້ເປັນເຄື່ອງມືສ້າງສະຕິ ແລະການເຊື່ອມໂຍງທາງສັງຄົມ.
  • • ຜູ້ຕ່ຳຜ້າຫຼືຖັກສານ ສາມາດມີຮູບແບບເປັນເອກກະລັກ ທີ່ລະບຸຜົນງານຂອງເຂົາເຈົ້າ.
  • • ທັງຊາຍ ແລະຍິງ ກໍຕ່ຳຜ້າຫຼືຖັກສານໄດ້.
ສິ່ງຂອງແຜ່ນຜ້າທີ່ຕ່ຳຫຼືສານ ມີຄວາມແຕກຕ່າງກັນ ຄືກັນກັບຜູ້ຕ່ຳຜ້າຂອງ First Nations ທີ່ສ້າງມັນຂຶ້ນມາ. ຜົນງານແຕ່ລະຢ່າງ ແມ່ນວັດຖຸທີ່ມີຄວາມຫມາຍສໍາ ຄັນ ທີ່ສ້າງຄວາມສຳພັນທີ່ເຫັນໄດ້ ລະຫວ່າງຜູ້ຕ່ຳຜ້າ, ປະເທດ ແລະບັນພະບຸຣຸດຂອງພວກເຂົາ.

ການຕ່ຳຜ້າຫຼືຖັກສານ ເລີ່ມຕົ້ນໂດຍການເກັບກຳ ແລະການກະກຽມ ຊັບພະຍາກອນໃນທ້ອງຖິ່ນ ເຊັ່ນ: ກົກເລົາ (reeds), ເປືອກໄມ້ ແລະພືດ. ສິ່ງເຫຼົ່ານີ້ ຖືກສານເພື່ອສ້າງເປັນລາຍ ເພື່ອເຮັດເປັນສິ່ງຂອງຕ່າງໆເຊັ່ນ ກະຕ່າ, ຖ້ວຍ, ເຊືອກ ແລະດາງ.

"ການຕ່ຳຜ້າຫຼືຖັກສານ ເປັນພຽງຄໍາດຽວໃນພາສາອັງກິດ. ໃນພາສາແມ່ທໍາອິດ ມີຫຼາຍຄໍາທີ່ແຕກຕ່າງກັນສໍາລັບມັນ" Cherie Johnson ເປັນແມ່ຍິງ ຊາວ Gomeroi, ສິນລະປິນ ແລະຄູສອນຈາກ NORTHERN NSW.

"ສິ່ງທີ່ສໍາຄັນແທ້ໆ ກ່ຽວກັບສິ່ງທີ່ເຮົາເອີ້ນວ່າ ການຕ່ຳຜ້າຫຼືຖັກສານ ໃນໂລກຕາເວັນຕົກ ແມ່ນຄວາມຮູ້ທາງດ້ານວັດທະນະທັມ ທີ່ມີຢູ່ໃນວັດຖຸ – ການຮູ້ວ່າຈະເລືອກພືດໃດ ໃນເວລາໃດຂອງປີ, ແລະຍັງມີຫຍັງແດ່ ສໍາລັບການເກັບກ່ຽວເປັນອາຫານ ໃນທາງທີ່ຍືນຍົງແທ້ໆ."

AFLW Rd 8 - Yartapuulti v Gold Coast
ADELAIDE, AUSTRALIA: An Indigenous weaving workshop takes place in The Precinct Village an AFLW match. Credit: Kelly Barnes/AFL Photos/via Getty Images

ການຕ່ຳຜ້າຫຼືຖັກສານ ເຊື່ອມໂຍງຜູ້ຄົນ

ການຕ່ຳຜ້າຫຼືຖັກສານ ບໍ່ແມ່ນພຽງແຕ່ກ່ຽວກັບການຮຽນຮູ້ການຫຍິບແສ່ວ ແລະຂະບວນການເທົ່ານັ້ນ.

ຄົນລຸ້ນທີ່ຕ່າງກັນ ນັ່ງລົມກັນ, ແບ່ງປັນເລື່ອງຕ່າງໆ ແລະຮຽນຮູ້ດ້ານວັດທະນະທັມ ວ່າເປັນຫຍັງຜູ້ຄົນຈຶ່ງຕ່ຳຜ້າຫຼືຖັກສານ.

"ຄວາມສໍາຄັນ ແມ່ນຄວາມເຂົ້າໃຈແທ້ໆ ກ່ຽວກັບສິ່ງທີ່ທ່ານຕ່ຳຜ້າຫຼືຖັກສານ ດ້ວຍຫຍັງ, ເປັນຫຍັງ ສິ່ງຂອງເຫຼົ່ານັ້ນມີຄວາມສໍາຄັນ, ສິ່ງທີ່ທ່ານກໍາລັງເຮັດໄດ້ຖືກນໍາໃຊ້ເພື່ອຫຍັງ, ການນໍາໃຊ້ມັນຢ່າງຖືກຕ້ອງ. ມີຫຼາຍຢ່າງທີ່ກ່ຽວຂ້ອງ." Ms Johnson ກ່າວ.

ແມ່ນແລ້ວ – ຜູ້ຊາຍກໍຕ່ຳຜ້າຫຼືຖັກສານ ຄືກັນ

Luke Russell ຜູ້ດູແລຊາວ Worimi ໃນເຂດ Newcastle ຂອງ NSW. ການປະຕິບັດຂອງລາວ ແມ່ນກ່ຽວກັບການຮຽນຮູ້ ແລະການສົ່ງຕໍ່ຄວາມຮູ້ ໃນການສ້າງເຄື່ອງມື ຂອງຜູ້ອາວຸໂສຂອງລາວ, ຜ່ານການກໍ່ສ້າງເຮືອພາຍ ຈາກເປືອກໄມ້ແບບດັ້ງເດີມ, ຫອກແທງປາ ແລະເຄື່ອງມືອື່ນໆ.

ສໍາລັບຂ້າພະເຈົ້າ, ການຕ່ຳຜ້າຫຼືຖັກສານ ສ່ວນໃຫຍ່ ແມ່ນການຖັກເຊືອກ, ມີສ່ວນສໍາຄັນ,ໂດຍສະເພາະ ກັບເຄື່ອງມືຂອງຜູ້ຊາຍຂອງເຮົາ.
Luke Russell, Cultural Knowledge Holder
ລາວໃຊ້ເຕັກນິກການຕ່ຳຜ້າແລະຖັກສານ ທີ່ຊັບຊ້ອນ ເພື່ອມັດສົ້ນຂອງເຮືອພາຍ (canoes) ຂອງລາວ ຫຼືຜູກເຄື່ອງມືດ້ວຍເຊືອກຖັກ.

ນັບແຕ່ຕອນຍັງນ້ອຍຈົນເຖິງໄວລຸ້ນ, ຕາມປະເພນີແລ້ວ ເດັກນ້ອຍຜູ້ຊາຍ ໄດ້ໃຊ້ເວລາຂອງເຂົາເຈົ້າ ຢູ່ກັບຜູ້ໃຫຍ່ທີ່ເປັນຜູ້ຍິງ ແລະໄດ້ຮຽນຮູ້ ກ່ຽວກັບການຕ່ຳຜ້າຫຼືຖັກສານ ຄຽງຂ້າງເດັກຍິງ.

Mr Russell ກ່າວວ່າ "ສໍາລັບຊາຍຫນຸ່ມຄົນຫນຶ່ງ, ໂດຍສະເພາະຜູ້ທີ່ໄດ້ຮັບການສອນ ໃຫ້ກ້າວຈາກສິ່ງທີ່ເຮົາເອີ້ນວ່າ ຈາກເດັກຊາຍໄປເປັນຊາຍຫນຸ່ມ, ຄືຕອນທີ່ລາວຕ້ອງໃຊ້ທັກສະທັງຫມົດນັ້ນ ແລະທັກສະທັງຫມົດທີ່ລາວຈະໄດ້ຮຽນຮູ້ ຈົນເຖິງຈຸດນັ້ນ ໄດ້ຖືກສອນໂດຍຜູ້ຍິງ."

Australia Explained: First Nations weaving -  pandanus palm fibre mats
Credit: Richard I'Anson/Getty Images

ການຕ່ຳຜ້າຫຼືຖັກສານ ເປັນການຝຶກສະມາທິ ແບບເຄື່ອນໄຫວ.

Cherie Johnson ໃຊ້ການຕ່ຳຜ້າຫຼືຖັກສານ ເພື່ອລຳດັບຄວາມຄິດຂອງນາງ ດ້ວຍການໃຊ້ສາຍຕາ. ນາງປະຕິບັດການມີສະຕິ ໂດຍການຕ່ຳຜ້າຢ່າງຕັ້ງໃຈ ແແລະເທຄວາມຄິດຂອງນາງ ຕໍ່ສິ່ງນັ້ນ.

ນາງກ່າວວ່າ "ນັ້ນຄື ວິທີທີ່ຊຸມຊົນຂອງພວກເຮົາປະຕິບັດ.”

"ເຮົາຈະເຮັດສິ່ງນັ້ນຮວມກັນ ເປັນການຮ່ວມກັນໃນຄວາມຮັກ ແລະໃນຄວາມເຄົາລົບທີ່ແທ້ຈິງ ໃນຖານະຄອບຄົວ, ແລະນັ້ນ ຄືສິ່ງທີ່ການຕ່ຳຜ້າ ຫຼືຖັກສານເຮັດ. ມັນນໍາຜູ້ຄົນມາໂຮມກັນ ເພື່ອນັ່ງເວົ້ານິທານກັນ. ບາງເທື່ອ ໃນກຸ່ມຕ່ຳຜ້າຫຼືຖັກສານຂອງເຮົາ ຜູ້ຄົນພຽງແຕ່ມາດື່ມນ້ຳຊາ ຫຼືມາຢູ່ໃກ້ກັບເອື້ອຍນ້ອງຄົນອື່ນໆ."

ຄວາມແຕກຕ່າງຂອງ ແບບ (Styles)

ຊັບພະຍາກອນພືດ ເຊັ່ນ ຫຍ້າແລະເປືອກໄມ້ ແຕກຕ່າງກັນທົ່ວປະເທດ, ດັ່ງນັ້ນ ແບບ (Styles) ການຕ່ຳຜ້າຫຼືຖັກສານ ຈຶ່ງມີຄວາມແຕກຕ່າງເຊັ່ນກັນ ໃນແຕ່ລະທ້ອງຖິ່ນ.

ແຕ່ວ່າ ຜູ້ຕ່ຳຜ້າຫຼືຜູ້ຖັກສານເອງ ກໍໄດ້ນໍາເອົາວິທີການທີ່ເປັນເອກກະລັກຂອງຕົນມາໃສ່ໃນຜົນງານ ຂອງພວກເຂົາເຈົ້າ.

ວິທີຫນຶ່ງ ແມ່ນການໃຊ້ສີໃນທ້ອງຖິ່ນ ຈາກດອກໄມ້, ເປືອກໄມ້, ຢາງ ຫຼືຮາກໄມ້.

ທ່ານນາງ Cherie Johnson ກ່າວວ່າ "ສິນລະປິນບາງຄົນຈະໃຊ້ສີ ເພື່ອຍ້ອມເສັ້ນໃຍຜ້າ ໂດຍເຈດຕະນາເພາະມັນມີຄວາມສໍາຄັນສໍາລັບບຸກຄົນນັ້ນ, ທ້ອງຖິ່ນນັ້ນໆ."

ໂດຍປົກກະຕິແລ້ວ ບາງຄົນທີ່ມີມີຄວາມຊຳນານ ສາມາດລະບຸວ່າ ຜົນງານນັ້ນມາແຕ່ທ້ອງຖິ່ນໃດ ແລະບາງຄັ້ງແມ່ນແຕ່ ສິນລະປິນ ຈາກສີ, ຮູບແບບ ແລະ ວິທີຫຍິບຫຼືຖັກສານ ແລະວັດສະດຸ.
Cherie Johnson, artist and educator
ບາງເທື່ອ, ທ່ານຍັງສາມາດລະບຸສິນລະປິນ ຫຼືຜູ້ຕ່ຳຜ້າຫຼືຜູ້ຖັກສານໄດ້ ໂດຍການເບິ່ງທີ່ພື້ນຂອງຜົນງານ.

ສິນລະປິນ Nephi Denham ຊາວ Girramay ຊຶ່ງເປັນເຈົ້າຂອງດັ້ງເດີມຈາກເຂດ Cardwell ໃນພາກເໜືອ ຂອງຣັດ Queensland. ລຸງຂອງລາວ ໄດ້ສອນໃຫ້ລາວຖັກສານ.

Mr Denham ກ່າວວ່າ "ສິນລະປິນຂອງພວກເຮົາຫຼາຍຄົນ ຮວມທັງຕົວຂ້າພະເຈົ້າເອງ, ພວກເຮົາມີການເລີ່ມຕົ້ນທີ່ແຕກຕ່າງກັນ.”

"ນັ້ນແມ່ນວິທີ ທີ່ທ່ານສາມາດບອກໄດ້ຈາກພື້ນຖານຂອງມັນ, ແລະວິທີ ທີ່ພວກເຮົາເລີ່ມຕົ້ນ, ບໍ່ວ່າຈະເປັນການຕ່ຳຜ້າຫຼືຖັກສານ ດ້ວຍມືຊ້າຍ ຫຼືມືຂວາ. ດັ່ງນັ້ນ ທ່ານສາມາດບອກໄດ້ວ່າໃຜເຮັດຫຍັງ."

Australia Explained: First Nations weaving - Woman weaving basket with pandanus palm fibre
Credit: Richard I'Anson/Getty Images

ພວກເຮົາ ສາມາດມີສ່ວນຮ່ວມໄດ້ບໍ່?Cassie Leatham ເປັນນັກສິລະປິນຫຼາຍສາຂາ ແລະ ຊ່າງຕ່ຳຜ້າລະດັບສູງ ຊາວ Taungurung ຂອງຊົນຊາດ Kulin ໃນ Victoria. ນາງອໍານວຍຄວາມສະດວກແກ່ workshops ທີ່ນໍາພາໂດຍ First Nations ທີ່ເປີດໃຫ້ຜູ້ທີ່ບໍ່ແມ່ນຊາວພື້ນເມືອງ.


ຜູ້ເຂົ້າຮ່ວມ ຖືກຊຸກຍູ້ໃຫ້ຮັບຟັງຢ່າງເລິກຊຶ້ງ ເພື່ອສົ່ງເສີມຄວາມເຂົ້າໃຈຫລາຍຂຶ້ນ ກ່ຽວກັບຜູ້ຕ່ຳຜ້າຫຼືຖັກສານ ຂອງ First Nations ມາຈາກໃສ ແລະການເຊື່ອມຕໍ່ ກັບບັນພະບຸຣຸດຂອງເຂົາເຈົ້າ.

ທ່ານນາງ Leatham ກ່າວວ່າ "ມັນເປັນສິ່ງສໍາຄັນຫຼາຍ ທີ່ພວກເຂົາຮູ້ວ່າ workshops ເຫຼົ່ານີ້ ຄວນຈະນໍາພາໂດຍ First Nations ແລະພວກເຂົາ ຄວນນຳເອົາຄວາມສໍາຄັນຂອງຊັບສິນທາງປັນຍາ ທາງວັດທະນະທັມຂອງຄວາມຮູ້ ຂອງພວກເຮົາ ໃນອອສເຕຣເລັຍນີ້."

ມັນກ່ຽວກັບ ການເຄົາຣົບລະບຽບປະຕິບັດ. ເຮົາທຸກຄົນ ສາມາດແບ່ງປັນສິ່ງທີ່ເຮົາໄດ້ຮຽນຮູ້, ແຕ່ເຮົາບໍ່ຄວນໄດ້ຮັບຜົນປໂຍດຈາກມັນ–ແລະເຮົາຕ້ອງຮັບຮູ້ ຄູສອນ First Nations ຂອງເຮົາສເມີ.

ທ່ານສາມາດຊອກຫາຊຸມຊົນຕ່ຳຜ້າຫຼືຖັກສານ ທີ່ ນໍາພາໂດຍ First Nations ແລະງານເທດສະການ ທີ່ເປີດໃຫ້ທຸກຄົນ. ການຝຶກອົບຮົມ ມັກຈະໄດ້ຮັບການສົ່ງເສີມໂດຍຜ່ານເທດສະບານທ້ອງຖິ່ນ, ໃນສື່ສັງຄົມອອນລາຍ ແລະແບບປາກຕໍ່ປາກ.

ການເຫັນຢູ່ທົ່ວໄປ

ການຕ່ຳຜ້າຫຼືຖັກສານ ແມ່ນມີການວາງສະແດງ ແລະຂາຍທັງໃນຫໍພິພິທະພັນໃຫຍ່ ແລະຂນາດນ້ອຍ ໃນທົ່ວອອສເຕຣເລັຍ. ເປັນວຽກທີ່ໄດ້ຮັບມອບຫມາຍ ໃນສະຖານທີ່ສ່ວນຕົວ ແລະສາທາຣະນະ ແລະແມ່ນແຕ່ຢູ່ໃນ ວົງການ fashion.

ມັນເປັນສິ່ງສໍາຄັນທີ່ຫ້ອງສະແດງ (galleries) ໃຫ້ເຫັນຄວາມຫຼາກຫຼາຍ ຂອງວັດທະນະທັມ ແລະສະພາບແວດລ້ອມຂອງ First Nations.

Cassie Leatham ກ່າວວ່າ "ກະແສຫຼັກ ທີ່ມີການຕ່ຳຜ້າຫຼືຖັກສານ ແມ່ນຄວາມເຂົ້າໃຈທີ່ເຫັນໄດ້ໃນອະດີດ, ເຊິ່ງຕອນນີ້ແມ່ນປັດຈຸບັນ, ແລະພວກເຮົາຜູ້ຕ່ຳຜ້າທຸກຄົນ ແມ່ນເຮັດສືບຕໍ່ ສໍາລັບຄົນລຸ້ນຕໍ່ໄປຂອງພວກເຮົາໃນອະນາຄົດ."

"ສະນັ້ນ ເມື່ອຄົນເຂົ້າຫ້ອງວາງສະແດງ, ຜູ້ຄົນຕ້ອງຮັບຮູ້ວ່າ ການຕ່ຳຜ້າຫຼືຖັກສານ ຂອງເຮົາແມ່ນທົ່ວອອສເຕຣເລັຍ, ແລະທຸກຄົນກໍມີເລື່ອງທີ່ສໍາຄັນທາງດ້ານວັດທະນະທັມກ່ຽວກັບການຕ່ຳຜ້າ ຫຼືເສັ້ນໃຍຂອງພືດ. ມັນບໍ່ຄືກັນຫມົດທຸກບ່ອນ. "

ເນື້ອເລື່ອງໂດຍ  Melissa Compagnoni ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່



Share