ທຳຄວາມເຂົ້າໃຈ ກັບການເຊື່ອມໂຍງອັນເລິກເຊິ່ງ ທີ່ຊົນຊາດທໍາອິດມີກັບແຜ່ນດິນ

Single hand of a Young Indigenous girl on the rocks

Understanding the profound connections First Nations have with the land. Vick Smith/Getty Images Source: Moment RF / Vicki Smith/Getty Images

ແຜ່ນດິນນີ້ ມີຄວາມສໍາຄັນ ທາງວິນຍານອັນເລິກເຊິ່ງ ສໍາລັບຊາວ Aboriginal ແລະ Torres Strait, ຊຶ່ງກ່ຽວພັນຢ່າງແໜ້ນແຟ້ນ ກັບເອກະລັກ, ຄວາມເປັນເຈົ້າຂອງ, ແລະວິຖີຊີວິດຂອງເຂົາເຈົ້າ.


ຈຸດສຳຄັນ
  • ແຜ່ນດິນ ແມ່ນສ່ວນທີ່ແຍກອອກບໍ່ໄດ້ ຂອງຊາດທໍາອິດ, ສ້າງເອກະລັກ ແລະຄວາມຮູ້ສຶກເປັນເຈົ້າຂອງພວກເຂົາ.
  • ການເຊື່ອມໂຍງ ແມ່ນມາຈາກເລື່ອງຕ່າງໆ ທີ່ໄດ້ຜ່ານຫຼາຍຊົ່ວຄົນ.
  • ເຮົາຄວນໄປຢ້ຽມຢາມ ສະຖານທີ່ສັກສິດ ທີ່ມີຄວາມຮູ້ ແລະຄວາມສໍາຄັນຂອງສະຖານທີ່ນັ້ນ.
ຊາວ Aboriginal and Torres Strait ໄດ້ຄອບຄອງ ເປັນເວລາຢ່າງຫນ້ອຍ 60,000 ປີ, ໂດຍປັບຕົວເຂົ້າກັບພູມປະເທດ ທີ່ປ່ຽນແປງໄປ.

ປ້າ Deidre Martin ເປັນແມ່ຍິງຊາວ Walbanga ຂອງ Yuin Nation, ເປັນຜູ້ອາວຸໂສທີ່ນັບຖື ແລະເປັນ ranger ການຄົ້ນພົບຊາວພື້ນເມືອງ ທີ່ເຮັດວຽກຮ່ວມກັບອົງການອຸທິຍານແລະສັດປ່າແຫ່ງຊາດ (the National Parks and Wildlife Service) ໃນ Dharawal Country ໃນຣັດ New South Wales.

ສໍາລັບປ້າ Deidre, ແຜ່ນດິນ ບໍ່ແມ່ນສິ່ງທີ່ຈະຄອບຄອງ ແຕ່ເປັນສ່ວນທີ່ແຍກອອກຈາກກັນບໍ່ໄດ້ ຂອງນາງ ທີ່ຕ້ອງໄດ້ຮັບການເຄົາຣົບ ແລະດູແລ.

ພວກເຮົາ ຈະບໍ່ມີວັນເປັນເຈົ້າຂອງແຜ່ນດິນ. ພວກເຮົາມີບົດບາດໃນການປົກປ້ອງແຜ່ນດິນ. ແຜ່ນດິນຂອງພວກເຮົາ ແມ່ນສິ່ງທີ່ໃຫ້ພວກເຮົາມີອາຫານ, ນ້ຳ, ທີ່ພັກອາສັຍ, ຕົວຢ່າງສອງສາມຢ່າງ.
Aunty Deidre Martin
"ດິນເປັນຄໍາສັບ, ແຕ່ມັນໃຫລໄປທົ່ວເສັ້ນເລືອດຂອງພວກເຮົາ. ມັນເປັນລົມຫາຍໃຈທໍາອິດຂອງພວກເຮົາ, ແລະມັນຈະເປັນລົມຫາຍໃຈ ສຸດທ້າຍຂອງພວກເຮົາ."

Aunty Deidre Martin.jpg
Aunty Deidre Martin is an Aboriginal discovery ranger. Credit: Aunty Deidre Martin.
ປ້າ Deidre Martin ກ່າວວ່າ ຄວາມສຳພັນ ແມ່ນເລິກເຊິ່ງ ຈົນການໄດ້ຢູ່ໃກ້ກັບແຜ່ນດິນຂອງນາງ ແມ່ນພຽງພໍ ທີ່ຈະສ້າງຄວາມຮູ້ສຶກ ວ່າເປັນສ່ວນນຶ່ງຂອງແຜ່ນດິນ.

"ເມື່ອຂ້ອຍເດີນທາງກັບບ້ານຈາກ Sydney, ຕອນທີ່ທີ່ຂ້ອຍມາຮອດ Kiama bend ຂ້ອຍແນມລົງຝັ່ງທະເລ, ຄວາມຮູ້ສຶກຂອງການເປັນສ່ວນນຶ່ງຂອງແຜ່ນດິນ ຖ້ວມທົ້ນຂ້ອຍ, ແລະຂ້ອຍຄິດວ່າ ... ຂ້ອຍຮອດບ້ານແລ້ວ" ນາງກ່າວຕື່ມອີກ.

Desmond Campbell ຜູ້ຊາຍຊາວ Gurindji ແລະ Alawa-Ngalakan ຈາກ Northern Territory ສະແດງຄວາມຮູ້ສຶກທີ່ຄ້າຍຄືກັນ ເມື່ອກັບຄືນສູ່ດິນແດນຂອງລາວ.

CEO ຂອງ , ຊຶ່ງຕອນນີ້ ຢູ່ໃນ Sydney ກ່າວວ່າ ລາວຮູ້ສຶກຂົນລຸກ ພຽງແຕ່ຄິດ ກ່ຽວກັບການຢູ່ໃນ ປະເທດຂອງລາວ.

"ເຖິງວ່າ ພວກເຮົາບໍ່ໄດ້ເຕີບໂຕຢູ່ທີ່ນັ້ນ ຢ່າງຖາວອນກໍຕາມ, ແຕ່ມັນ ກໍຄືກັບວ່າ ພວກເຮົາຢູ່ທີ່ນັ້ນ ໃນມື້ວານນີ້. ພວກເຮົາ ມີຄວາມຮູ້ສຶກຄຸ້ນເຄີຍກັບມັນຫຼາຍ ແລະທ່ານຮູ້ສຶກປອດພັຍ. ທ່ານຢູ່ໃນສະຖານທີ່ ທີ່ທ່ານສາມາດເປັນຕົວຂອງທ່ານເອງ ໃນຖານະຄົນ Aboriginal. Mr Campbell ອະທິບາຍ.

ເຖິງວ່າຄວາມສຳພັນ ກັບປະເທດ ຍັງຄົງມີຄວາມຫມັ້ນຄົງ ບໍ່ວ່າຈະຢູ່ໄກປານໃດ ກໍຕາມ, Mr Campbell ໄດ້ເນັ້ນເຖິງຄວາມສໍາຄັນ ຂອງການກັບຄືນສູ່ແຜ່ນດິນ ຂອງບັນພະບຸຣຸດລາວເປັນປະຈໍາ, ບໍ່ແມ່ນພຽງແຕ່ສໍາລັບການປະຕິບັດດ້ານວັດທະນະທັມ ແລະ ພາສາ ເທົ່ານັ້ນ ແຕ່ຍັງເພື່ອການເຊື່ອມໂຍງ ທາງວິນຍານ ທີ່ມັນສົ່ງເສີມຢ່າງເລິກເຊິ່ງ.

"ມັນຕື່ມເຕັມໃຫ້ຂ້ອຍ... ຕື່ມເຕັມດ້ວຍຈິດວິນຍານ. ມັນເຮັດໃຫ້ຂ້ອຍ ສາມາດອາສັຍຢູ່ ໃນສະຖານທີ່ເຊັ່ນSydney ແລະເຮັດວຽກ ກັບອົງການເຊັ່ນ Welcome to County...ຂ້ອຍຕ້ອງຮັກສາວັດທະນະທັມ ແລະພາສາຂອງຂ້ອຍ. ແລະຂ້ອຍ ສາມາດເຮັດ ດ້ວຍການກັບບ້ານເປັນບາງຄັ້ງຄາວ." ລາວກ່າວ.

Desmond_bio photo.JPG
CEO of Welcome to Country, Desmond Campbell. Credit: Desmond Campbell.

ເລື່ອງລາວກ່ຽວກັບແຜ່ນດິນ

Mr Campbell ອະທິບາຍວ່າ ການເຊື່ອມໂຍງ ແມ່ນມາຈາກເລື່ອງທີ່ໄດ້ສືບທອດ ຜ່ານຫລາຍລຸ້ນຄົນ.

ລາວກ່າວຕື່ມວ່າ ຂຶ້ນຢູ່ກັບວ່າ ທ່ານມາຈາກດິນແດນໃດ, ເລື່ອງລາວ, ວິນຍານ, ແລະການເຊື່ອມໂຍງ ຈະແຕກຕ່າງກັນໄປທັງຫມົດ.

"ຝ່າຍ Gurindji, ຊຶ່ງແມ່ນຂ້າງພໍ່ຂອງຂ້ອຍ, ນັ້ນແມ່ນປະເທດຂອງຫວານ. ສັດຕ່າງກັນ, ລະດູການຕ່າງກັນ, ດັ່ງນັ້ນ ເລື່ອງຕ່າງໆ ກໍຕ່າງກັນເຊັ່ນກັນ [ກັບຂ້າງແມ່ຂອງ]."

Mr Campbell ກ່າວວ່າ ເລື່ອງລາວເຫລົ່ານີ້ ໄດ້ກ່ຽວພັນກັບຄວາມຮູ້ ແລະບົດຮຽນກ່ຽວກັບດິນແດນ, ເຊັ່ນວ່າ ຈະລ່າສັດປະເພດໃດ ແລະ ເວລາໃດ ແລະຜົນທີ່ຕາມມາ ຂອງການຫຼິ້ນກັບໄຟໃນເວລາທີ່ບໍ່ຖືກຕ້ອງ.

Bradley Hardy ເປັນຄົນ Ngemba, Ualarai, Kooma ແລະ Kamilaroi ແລະປັດຈຸບັນ ເປັນຜູ້ຮັກສາ ຂອງ Brewarrina Aboriginal Fish Traps (Baiame's Ngunnhu), ທີ່ຕັ້ງຢູ່ແຄມແມ່ນໍ້າ Barwon.

ລາວອະທິບາຍວ່າ ແມ່ນໍ້າເປັນ "ເລືອດ ແລະເອກກະລັກ" ຂອງລາວ.

Mr Hardy ຍັງສືບຕໍ່ເລົ່າເລື່ອງ ແລະປວັດສາດ ກ່ຽວກັບແຜ່ນດິນຂອງລາວ, ເຮັດວຽກເປັນນຳທາງທ້ອງຖິ່ນ ຂອງ ..

ລາວເວົ້າວ່າ, ລາວຕ້ອງຮັກສາເລື່ອງຕ່າງໆ ໃຫ້ມີຊີວິດຢູ່ ໂດຍການສົ່ງຕໍ່ໃຫ້ຄົນລຸ້ນຕໍ່ໄປ.

Mr Hardy ອະທິບາຍວ່າ "ການທ່ຽວຊົມ ບໍ່ແມ່ນກ່ຽວກັບຂ້ອຍ, ແຕ່ກ່ຽວກັບການໃຫ້ກຽດ ແກ່ຜູ້ອາວຸໂສຂອງຂ້ອຍ, ແບ່ງປັນກັບຄົນຫນຸ່ມ ແລະວາງພື້ນຖານ ໃຫ້ຄົນຫນຸ່ມທີ່ຈະແບ່ງປັນປວັດສາດ ຂອງພວກເຮົາຕໍ່ໄປທົ່ວໂລກ, ແລະມັນເປັນຫນ້າທີ່ຂອງພວກເຮົາ ທີ່ຈະເຮັດສິ່ງນັ້ນ."

Copy of Untitled Design.png
Bradley Hardy and Brewarrina Aboriginal Fishing Traps. Credit: Bradley Hardy.

ການເຂົ້າໃຈສະຖານທີ່ສັກສິດ

ເຄື່ອງດັກປາ ຂອງຊາວ Aboriginal ໃນເມືອງ Brewarrina ແມ່ນຫນຶ່ງໃນບັນດາການກໍ່ສ້າງຂອງມະນຸດ ທີ່ເກົ່າແກ່ທີ່ສຸດໃນໂລກ. ມັນເຮັດດ້ວຍຫີນທີ່ວາງໄວ້ແບບຍຸດທະສາດໃນຮູບຕົວ U ແລະ ຕົວ C, ບໍ່ພຽງແຕ່ການຕ້ອນ ແລະຈັບປາ ແຕ່ຍັງອະນຸຍາດໃຫ້ປາບາງຊະນິດ ຜ່ານໄດ້ ແລະສືບຕໍ່ການ ໃຊ້ຊີວິດຂອງມັນ, Mr Hardy ອະທິບາຍ.

ນອກນັ້ນ ຍັງເປັນບ່ອນທີ່ຫຼາຍຊົນເຜົ່າ ໄດ້ມາເຕົ້າໂຮມກັນ.

ມັນເປັນສະຖານທີ່ສັກສິດ, ພວກເຮົາ ຕ້ອງພະຍາຍາມປົກປ້ອງມັນ. ສ່ວນໃຫຍ່ ແມ່ນເພື່ອຄົນຂອງພວກເຮົາ. ຫນ້າທີ່ສໍາຄັນຂອງເຮົາ ແມ່ນບໍ່ພຽງແຕ່ບອກຜູ້ຄົນ ກ່ຽວກັບສະຖານທີ່ເຫຼົ່ານັ້ນ ແລະໃຫ້ມັນພັດທະນາຕໍ່ໄປ ໃນບັນດາຄົນຫນຸ່ມຂອງເຮົາ, ແຕ່ເພື່ອໃຫ້ໂລກ [ຮູ້] ວ່ານີ້ ແມ່ນສະຖານທີ່ພິເສດ.
Bradley Hardy
ປ້າ Deidre ຍັງຊີ້ໃຫ້ເຫັນ ເຖິງຄວາມສໍາຄັນຂອງການຮູ້ຈັກ ແລະຄວາມສໍາຄັນ ຂອງສະຖານທີ່ສັກສິດ ເຂົາເຈົ້າ ກ່ອນທີ່ຈະໄປຢ້ຽມຢາມສະຖານທີ່ເຫຼົ່ານັ້ນ.

ນາງອະທິບາຍວ່າ "ພວກເຂົາເຈົ້າ ແມ່ນສະຖານທີ່ ທີ່ມີຄວາມຮູ້ ທີ່ທ່ານບໍ່ສາມາດໄປຢ້ຽມຢາມໄດ້ ຈົນກວ່າທ່ານຈະໄດ້ຮັບຄວາມຮູ້, ຕົວຢ່າງເຊັ່ນ ສະຖານທີ່ຂອງຜູ້ຊາຍ ແລະແມ່ຍິງ.

First nation Australian aboriginal people using spears to hunt seafood in Cape York Queensland Australia
Silhouette image of First Nation Australian aboriginal people, father and son, going to hunt seafood in Cape York, Queensland, Australia. Credit: Rafael Ben-Ari/Getty Images Credit: Rafael Ben-Ari/Getty Images
ສະຖານທີ່ສັກສິດ ຂອງຊົນຊາດທໍາອິດ ມີຄວາມຫຼາກຫຼາຍ ແລະແຕກຕ່າງກັນຢ່າງຫລວງຫລາຍ ຂຶ້ນຢູ່ກັບປະເທດຊາດ. ເຖິງແມ່ນວ່າ ສະຖານທີ່ບາງແຫ່ງ ອາດເປັນສິ່ງສັກສິດ ສໍາລັບທັງຊາຍ ແລະຍິງ, ແຕ່ບາງສະຖານທີ່ ອາດຈະມີຄວາມສະເພາະ ທາງເພດຫລາຍຂຶ້ນ, ທັງພິທີກັມ ຫລືຄວາມສໍາຄັນ ທີ່ຕິດມາກັບເຂົາເຈົ້າ. ນາງກ່າວ

ປ້າ Deidre ກ່າວວ່າ ມັນເປັນຄວາມຮັບຜິດຊອບຂອງນາງ ທີ່ຈະໃຫ້ຄວາມຮູ້ແກ່ຊຸມຊົນ ກ່ຽວກັບສະຖານທີ່ສັກສິດເຫຼົ່ານີ້, ແລະນາງ ມີຄວາມສຸກຢ່າງແທ້ຈິງ ໃນການແບ່ງປັນຄວາມຮູ້ຂອງນາງກັບຜູ້ມາຢ້ຽມຢາມ.

ເມື່ອເບິ່ງເລິກລົງໄປໃນດິນແດນຂອງຊົນຊາດທໍາອິດ ແລະເຂົ້າໃຈຄວາມສໍາຄັນຂອງມັນ ສາມາດເປີດເຜີຍຄວາມຮູ້ຢ່າງຫຼວງຫຼາຍ. ເຖິງຢ່າງໃດກໍຕາມ, ມັນເປັນສິ່ງສໍາຄັນ ທີ່ຈະເຂົ້າຫາສະຖານທີ່ສັກສິດ ຂອງຊາວພື້ນເມືອງ ດ້ວຍຄວາມເຄົາລົບ ແລະຂໍການແນະນໍາ ຈາກຊຸມຊົນຊາວພື້ນເມືອງ ໃນທ້ອງຖິ່ນ ຫລືສະພາທີ່ດິນ.

"ບໍ່ວ່າ ຈະເປັນບ້ວງດັກປາ ຫຼືປວັດອື່ນໆ ໃນສະຖານທີ່ຕ່າງໆ, ພວກເຮົາ ຢາກໃຫ້ຄົນໄປ ແລະຮັບຄວາມຈິງຂອງປວັດສາດ ຂອງພວກເຮົາ. ພວກເຮົາ ຢາກໃຫ້ຜູ້ຄົນມາຮຽນຮູ້ ກ່ຽວກັບເລື່ອງນີ້ ແຕ່ຍັງໃສ່ໃຈ ແລະເຄົາລົບ ຕໍ່ສິ່ງຂອງຂອງພວກເຮົາຄືກັນ." Mr Hardy ກ່າວຕື່ມ
ເນື້ອເລື່ອງໂດຍ  Yumi Oba ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share