ລາງວັນ NATIONAL NAIDOC Week 2024

NAIDOC MARCH MELBOURNE

ທຸງຊາວພື້ນເມືອງກຳລັງຖືກຖືໃນການເດີນຂະບວນໃນ NAIDOC Week. Credit: JAMES ROSS/AAPIMAGE

The NATIONAL NAIDOC Week Awards ເປັນກິດຈະກັມ ປະຈຳປີທີ່ໃຫຍ່ທີ່ສຸດ ໃນປະຕິທິນ ສໍາລັບຊາວ Aboriginal ແລະ Torres Strait Islander, ລາງວັນນີ້ ໄດ້ຍ້ອງຍໍ ຜູ້ບຸກເບີກຊາວພື້ນເມືອງ ທີ່ມີສ່ວນ ໃນການປ່ຽນແປງຊີວິດ ແກ່ຊຸມຊົນຂອງເຂົາເຈົ້າ ແລະໃນປີນີ້ ໄດ້ຖືກຈັດຂຶ້ນທີ່ Adelaide. ສຳລັບປີໜ້າ, ພິທີມອບລາງວັນນີ້ ຈະຈັດຂຶ້ນທີ່ Perth, Western Australia.


ລາງວັນ NATIONAL NAIDOC Week 2024.

ລາງວັນ NATIONAL NAIDOC Week ໄດ້ຍ້ອງຍໍ ຜູ້ບຸກເບີກຊາວພື້ນເມືອງ ທີ່ມີສ່ວນ ໃນການປ່ຽນແປງຊີວິດ ແກ່ຊຸມຊົນຂອງເຂົາເຈົ້າ.

ມັນເປັນກິດຈະກັມ ທີ່ໃຫຍ່ທີ່ສຸດ ໃນປະຕິທິນ ສໍາລັບຊາວ Aboriginal ແລະ Torres Strait Islander, ແລະໃນປີນີ້ ໄດ້ຖືກຈັດຂຶ້ນທີ່ Adelaide.

Ciara Hain ລາຍງານ

ຄວາມສໍາເລັດຂອງຊາວ Aboriginal ແລະ Torres Strait Islander ທັງ 10ຄົນ ໄດ້ຮັບການຮັບຮູ້ ໃນລາງວັນ NAIDOC ປີ 2024.

ລາງວັນນີ້ ຖືກຈັດຂຶ້ນທຸກເດືອນກໍລະກົດ ແລະປີນີ້ ໄດ້ຖືກຈັດຢູູ່ Adelaide, ຮັບຮູ້ການມີສ່ວນຮ່ວມ ຂອງຊາວ First Nations ໃນຊຸມຊົນຂອງເຂົາເຈົ້າ ແລະສເລີມສລອງ ຄວາມເປັນເລີດ ຂອງຊົນພື້ນເມືອງ.

ຣັຖມົນຕີ ກະຊວງຊົນພື້ນເມືອງອອສເຕຣເລັຍ, Linda Burney ໄດ້ສະແດງຄວາມຍິນດີ ນໍາຜູ້ຊນະແຕ່ລະຄົນ, ຜູ້ທີ່ໄດ້ຖືກເລືອກ ຈາກຜູ້ເຂົ້າຮອບສຸດທ້າຍ 28 ຄົນ.

ນາງໄດ້ຍົກໃຫ້ເຫັນ ຫົວຂໍ້ຂອງປີນີ້ ວ່າ 'Blak, Loud and Proud', ວ່າມີຄວາມກ່ຽວຂ້ອງ ຫຼາຍກວ່າ ທີ່ເຄີຍເປັນມາ.

"ນັ້ນແມ່ນຫົວຂໍ້ ສໍາລັບ NAIDOC ຊຶ່ງໝາຍເຖິງ ໃຫ້ໄຟລຸກໄຫມ້. ມັນເປັນຫົວຂໍ້ທີ່ດີທີ່ສຸດ: ໃຫ້ໄຟລຸກໄຫມ້, blak, loud and proud. ປີນີ້, ມັນເປັນສິ່ງສໍາຄັນ ສໍາລັບພວກເຮົາ ທີ່ຈະເຕົ້າໂຮມ ແລະສເລີມສລອງຄວາມເປັນເລີດ ຂອງຄວາມດໍາ ເພື່ອສ້າງຄວາມປລາດໃຈ ໃຫ້ກັບທຸກຄົນ ໃນວັດທະນະທັມ ທີ່ສືບຕໍ່ກັນມາທີ່ເກົ່າແກ່ທີ່ສຸດໃນໂລກ, 65,000 ປີແຫ່ງຄວາມທົນທານ ແລະ 65,000 ປີແຫ່ງ ຄວາມຍິ່ງໃຫຍ່"

ປ້າ Dulcie Flowers ໄດ້ໃຊ້ຊີວິດ ໃນການສນັບສນູນ ສຸຂະພາບ ຂອງຄົນ Aboriginal ແລະ Torres Strait Islander, ແລະໄດ້ຮັບລາງວັນ ຄວາມສໍາເລັດຕລອດຊີວິດ ແຫ່ງຊາດ (the National Lifetime Achievement Award) ໃນການຍ້ອງຍໍ ຄວາມສໍາເລັດຂອງນາງ.

ລາວເປັນແມ່ຍິງຊາວ Torres Strait Islander ທີ່ໄດ້ເລີ່ມຕົ້ນ ອາຊີບຂອງນາງ ໃນດ້ານສຸຂະພາບ ໃນຖານະເປັນພະຍາບານອາຊີບ, ແລະຕໍ່ມາ ໄດ້ຊ່ວຍສ້າງຕັ້ງ ສູນການແພດ Aboriginal Medical Centre ໃນ Redfern.

ຈາກການເຮັດວຽກຂອງນາງ, Ms Flowers ໄດ້ມີບົດບາດສໍາຄັນ ໃນການຣົງນະຣົງ ປະຊາມະຕິ ໃນປີ 1967 ເຊິ່ງສນັບສນູນ ໃຫ້ປະຊາຊົນຂອງ First Nations ໄດ້ຖືກນັບເຂົ້າ ໃນການສຳຫຼວດສຳມະໂນຄົວ ແລະຖືວ່າ ເປັນສ່ວນຫນຶ່ງຂອງປະຊາກອນອອສເຕຣເລັຍ.

ນາງເວົ້າວ່າ ລາງວັນນີ້ ແມ່ນສໍາລັບເພື່ອນຮ່ວມງານທັງຫມົດຂອງນາງ ແລະວຽກງານຂອງເຂົາເຈົ້າ ເຊັ່ນກັນ.

"ພວກເຮົາ ເຄີຍໄດ້ແຕ່ເບິ່ງຜູ້ຄົນ ໄດ້ຮັບລາງວັນຈາກທົ່ວອອສເຕຣເລັຍ ແລະພວກເຮົາຄິດວ່າ ເມື່ອໃດມັນຈະເປັນໂອກາດຂອງ Redfern ທີ່ຈະໄດ້ຮັບບາງສິ່ງບາງຢ່າງ. ດັ່ງນັ້ນ,ນີ້ ກໍແມ່ນສໍາລັບ Redfern, ຫົວຂໍ້ ທີ່ວ່າ ຮັກສາໄຟໃຫ້ລຸກໄຫມ້ ແລະ black, loud and proud. ແລະຂ້າພະເຈົ້າຄິດວ່າ ພວກເຮົາທຸກຄົນ ມີສຽງດັງ. ໃນທີ່ສຸດ ສຽງຂອງພວກເຮົາກໍໄດ້ຍິນ."

ບຸກຄົນແຫ່ງປີ ຂອງ NAIDOC ແມ່ນປ້າ Muriel Bamblett, ຜູ້ອາວຸໂສຊາວ Yorta Yorta.

ໃນຖານະ ເປັນຫົວຫນ້າຜູ້ບໍຣິຫານຂອງ Victorian Aboriginal Child Care Agency ຕັ້ງແຕ່ປີ 1999, ປ້າ Muriel Bamblett ໄດ້ສນັບສນູນ ໃຫ້ເດັກນ້ອຍຊາວພື້ນເມືອງ ໄດ້ຮັບການລ້ຽງດູ ພາຍໃນວັດທະນະທັມ ຂອງຕົນເອງ.

ນາງໄດ້ກ່າວເຖິງ ຜູ້ທີ່ເຮັດວຽກ ໃນການຮັບໃຊ້ສາທາຣະນະ ເປັນພິເສດ.

"ເຖິງຜູ້ທີ່ເຮັດວຽກ ໃນການບໍຣິການສາທາຣະນະ ແລະຜູ້ຮັບໃຊ້ປະຊາຊົນ ຂອງພວກເຮົາທຸກໆມື້, ໃນນະໂຍບາຍ ແລະການສຶກສາ ແລະຄວາມຍຸຕິທັມ, ແລະຄວາມຮຸນແຮງໃນຄອບຄົວ, ການປົກປ້ອງເດັກ.ຂ້າພະເຈົ້າ ໃຫ້ກຽດທ່ານ ເພາະວ່າລາງວັນນີ້ ຈະເປັນໄປບໍ່ໄດ້ ຖ້າປາດສະຈາກທຸກຂແນງ ທີ່ເຮັດວຽກຮ່ວມກັນ ເພື່ອຜົນຮັບທີ່ດີຂຶ້ນ."

ທ່ານ Kim Collard ໄດ້ຖືກສເນີໃຫ້ເປັນ Male Elder of the Year.

ທ່ານ Kim ທໍາອິດ ໄດ້ເຮັດວຽກເປັນ Boiler maker ແລະເປັນເຈົ້າຫນ້າທີ່ຕໍາຫຼວດ ຂອງ Western Australia ກ່ອນເຂົ້າຮ່ວມສະຖາບັນສຶກສາ ເປັນເວລາສິບປີ ທີ່ມະຫາວິທະຍາໄລ Curtin ແລະຕໍ່ມາ ໄດ້ສ້າງຕັ້ງທຸຣະກິດ ທີ່ເປັນເຈົ້າຂອງໂດຍຊາວພື້ນເມືອງ ທີ່ໃຫຍ່ທີ່ສຸດ ຂອງອອສເຕຣເລັຍ ຄື Kulbardi ແລະ Kooya Australia Fleet Services.

ໃນປີ 2014, ທ່ານ Kim ໄດ້ສ້າງຕັ້ງກອງທຸນ The Bibbulmun Fund ເຊິ່ງເປັນໂຄງການ ການກຸສົນ ທີ່ນໍາໂດຍຊາວພື້ນເມືອງ ໃນການອໍານວຍຄວາມສະດວກ ແກ່ການປ່ຽນແປງ ໃນທາງບວກ ໂດຍປະຊາຊົນຊາວ Aboriginal, ສໍາລັບຊາວ Aboriginal ແລະໄດ້ລະດົມເງິນ 1,4 ລ້ານໂດລາ ເພື່ອສນັບສນູນ 19 ອົງກອນການກຸສົນ ທົ່ວອອສເຕຣເລັຍ.

"ເຊັ່ນດຽວກັບ ພວກເຮົາຫຼາຍຄົນ ໃນຊຸມຊົນຊາວ Aboriginal, ພວກເຮົາ ບໍ່ໄດ້ເກີດມາເທິງກອງເງິນກອງຄຳ. ຂ້າພະເຈົ້າ ໂຊກດີພໍ ທີ່ໄດ້ສ້າງຕັ້ງ ສອງທຸຣະກິດ ທີ່ປະສົບຜົນສໍາເລັດຫຼາຍ ໃນ Kulbardi ແລະKooya Australia Fleet Services, ແລະນັ້ນ ໄດ້ອະນຸຍາດໃຫ້ຂ້າພະເຈົ້າ ສ້າງຕັ້ງສາຂາ ການກຸສົນພື້ນຖານ ຂອງພວກເຮົາເອງ ເອີ້ນວ່າກອງທຶນ Bibbulmun. ແລະມັນແມ່ນກອງທຶນ Bibbulmun ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2014 ທີ່ມີຈຸດປະສົງ ໃນການໃຫ້ຄືນສເມີ,ແລະຄຳຂວັນ ກໍແມ່ນການສ້າງຄວາມແຕກຕ່າງຂອງເງິນສເມີ."

ຫົວຂໍ້ທົ່ວໄປ ໃນລະຫວ່າງການມອບລາງວັນ ແມ່ນເຮັດໃຫ້ໄຟລຸກໄຫມ້ໃນຊາວຫນຸ່ມ.

ໂດຍການແນໃສ່ ທີ່ຊາວຫນຸ່ມຄົນພື້ນເມືອງ, ໄດ້ມີການຕ້ອນຮັບ ຢ່າງອົບອຸ່ນ ສໍາລັບຜູ້ຊນະລາງວັນຊາວຫນຸ່ມແຫ່ງປີ, Dante Rodrigues.

Dante ໄດ້ເລີ່ມຕີມວຍ ຕອນອາຍຸພຽງ 12 ປີ ແລະເປັນນັກມວຍ ຊາວAboriginal ແລະ Territorian ຄົນທໍາອິດ ທີ່ເປັນຕົວແທນ ຂອງອອສເຕຣເລັຍ ໃນລະດັບໂອລິມປິກ, ບ່ອນທີ່ລາວ ໄດ້ນໍາຫຼຽນເງິນກັບບ້ານ.

"ຝູງຊົນເຫຼົ່ານີ້ ໄດ້ໂທຫາຂ້າພະເຈົ້າ ປະມານ 3 ເດືອນແລ້ວ, ແລະພວກເຂົາ ໄດ້ສໍາພາດຂ້າພະເຈົ້າ ສໍາລັບງານນີ້, ແລ້ວພວກເຂົາກໍເວົ້າ ເປັນຄັ້ງທໍາອິດ. ຂ້ອຍບໍ່ເຄີຍໄດ້ຍິນມາກ່ອນ, ແຕ່ພວກເຂົາ ໄດ້ຖາມວ່າ black, loud and proud, keep the fire burning. ຕອນນີ້ມັນມີຄວາມຫມາຍແນວໃດສໍາລັບເຈົ້າ? ແລະນັ້ນແມ່ນເທື່ອທໍາອິດທີ່ໄດ້ຍິນມັນ,ຂ້າພະເຈົ້າບໍ່ຮູ້ແທ້ໆ ວ່າຈະເວົ້າ ຫຼືເຂົ້າໃຈມັນວ່າແນວໃດ. ໃນຕອນທໍາອິດ, ຂ້າພະເຈົ້າຄຶດວ່າ ແມ່ນແລ້ວ, ພວກເຮົາດໍາ. ຕາມປົກກະຕິແລ້ວ ພວກເຮົາ ເປັນຄົນສຽງດັງທີ່ສຸດໃນຫ້ອງ, ແລະພວກເຮົາພູມໃຈ ວ່າພວກເຮົາເປັນໃຜ ແລະຜູ້ທີ່ມາກ່ອນພວກເຮົາ. ແຕ່ວ່າ ມັນມີຫຼາຍກວ່ານັ້ນ, ແມ່ນບໍ່? ທຸກຄົນໃນຫ້ອງນີ້ ໄດ້ເຮັດໃນສ່ວນຂອງຕົນເອງ ເພື່ອໃຫ້ໄຟລຸກໄຫມ້ ສໍາລັບຝູງຊົນຂອງເຂົາເຈົ້າ, ສໍາລັບປະເທດຂອງເຂົາເຈົ້າ, ແລະສໍາລັບຄຸນຄ່າຂອງຕົນເອງ ໃນທົ່ວອອສເຕຣເລັຍ"

ພິທີມອບລາງວັນ The National NAIDOC Week ທີ່ຈະຈັດຂຶ້ນທີ່ Perthໃນປີຫນ້າ

ເນື້ອເລື່ອງໂດຍ  Ciara Hain ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share