ຈຸດສຳຄັນ:
- ສິລະປະຂອງ First Nation ແມ່ນມີຄວາມຫຼາກຫຼາຍ ແລະບໍ່ຈໍາກັດພຽງການແຕ້ມຮູບແບບແຕ້ມຈຸດ (dot painting).
- ສິນລະປະເປັນສື່ຫນຶ່ງ ທີ່ເລື່ອງລາວທາງວັດທະນະທັມ, ຄວາມເຊື່ອທາງຈິດວິນຍານ ແລະຄວາມຮູ້ ໄດ້ຖືກສົ່ງໄປໃຫ້ຄົນແຕ່ລະລຸ້ນ, ແລະຍັງດໍາເນີນຕໍ່ໄປ ຈົນຮອດທຸກວັນນີ້.
- ງານສິນລະປະເຫຼົ່ານີ້ ຊ່ວຍໃຫ້ສິນລະປິນ ຮູ້ສຶກເຊື່ອມໂຍງ ກັບປະເທດຂອງຕົນ.
- • ສັນຍາລັກ ແມ່ນຂຶ້ນກັບການຕີຄວາມຫມາຍ ຂອງສິລະປິນທີ່ໃຊ້ມັນ.
ງານສິນລະປະຂອງ First Nations ແມ່ນຫນຶ່ງໃນບັນດາທີ່ເກົ່າແກ່ທີ່ສຸດໃນໂລກ ແລະອຸດົມສົມບູນໄປດ້ວຍປວັດສາດ, ມີຮູບແຕ້ມຫີນທີ່ເກົ່າແກ່ທີ່ສຸດ () ທີ່ມີອາຍຸຢ້ອນກັບໄປເຖິງ 17,500 ປີ.
ງານສິນລະປະເຫລົ່ານີ້ ໄດ້ແມ່ນສື່ທີ່ສໍາຄັນ ຊຶ່ງຊາວ Aboriginal ແລະ Torres Strait Islander ໄດ້ຖ່າຍທອດເລື່ອງລາວທາງວັດທະນະທັມ, ຄວາມເຊື່ອທາງຈິດວິນຍານ, ແລະຄວາມຮູ້ ທີ່ຈໍາເປັນຕໍ່ແຜ່ນດິນຢ່າງຕໍ່ເນື່ອງ.
ສິລະປະຂອງຊົນພື້ນເມືອງ ແມ່ນສິ່ງທີ່ອຸດົມສົມບູນໄປດ້ວຍຮູບແບບ ແລະເຕັກນິກ ທີ່ຫຼາກຫຼາຍ, ແຕ່ລະຢ່າງ ມີຮາກເລິກຂອງ ແຕ່ລະປະເທດ ຂອງ First Nations, ວັດທະນະທັມ ແລະຊຸມຊົນ.
ເຖິງຢ່າງໃດກໍຕາມ, Maria Watson-Trudgett, ແມ່ຍິງຊາວ Koori ແລະ 'ນ້ຳຈືດ' ຂອງເຜົ່າ Wiradyuri ອະທິບາຍວ່າ ຜູ້ຄົນມັກຈະມີຄວາມເຂົ້າໃຈຜິດ ກ່ຽວກັບສິລະປະ ຂອງຊາວ Aboriginal.
MsWatson-Trudgett ເປັນທີ່ປຶກສາຂອງ First Nations ແລະເປັນສິນລະປິນ ທີ່ຮຽນຮູ້ດ້ວຍຕົນເອງ ຜູ້ທີ່ມີຄວາມກະຕືລືລົ້ນ ໃນການແບ່ງປັນວັດທະນະທັມ ຊາວAboriginal ຂອງລາວ.
Maria Watson-Trudgett is a First Nations consultant, a self-taught artist, and a storyteller Credit: Maria Watson-Trudgett Credit: Courtesy of Richmond Fellowship Queensland, 2019
"ສິລະປະ ດັ້ງເດີມຂອງພວກເຮົາ ແມ່ນກ່ຽວກັບການເຮັດເຄື່ອງຫມາຍສໍາລັບການລະບຸກ່ຽວກັບເຄື່ອງມື, ການສລັກໃນຕົ້ນໄມ້ ເພື່ອເຮັດເຄື່ອງຫມາຍພິທີ ແລະສະຖານທີ່ຝັງສົບ, ຫຼືແຕ້ມສີຕາມຮ່າງກາຍສໍາລັບພິທີ. ນາງອະທິບາຍວ່າ ມັນບໍ່ ຈໍາເປັນຈະຕ້ອງແມ່ນສິນລະປະ.” ລາວອະທິບາຍ
Ms Watson-Trudgett ກ່າວຕື່ມວ່າ ການແຕ້ມຮູບຈຸດ ໄດ້ເກີດຂຶ້ນ ພຽງແຕ່ໃນຊຸມປີ 1970 ຈາກ the ຊຶ່ງເປັນຊຸມຊົນນ້ອຍໆ ຂອງຊາວ Aboriginal ຢູ່ທາງພາກຕາເວັນຕົກສຽງເຫນືອ ຂອງເມືອງ Alice Springs. ແມ່ນຢູ່ທີ່ນີ້ ທີ່ສິນລະປິນຊາວ Aboriginal ໄດ້ເລີ່ມສະແດງເລື່ອງລາວ ຕາມປະເພນີຂອງເຂົາເຈົ້າ ໂດຍໃຊ້ສີນ້ຳມັນ (acrylic) ຢູ່ເທິງແຜ່ນໄມ້.
ສິນລະປະຊາວ Aboriginal ມີຫຼາຍຮູບແບບ ທີ່ສິນລະປິນໃຊ້ ເພື່ອຖ່າຍທອດເລື່ອງລາວ ແລະວັດທະນະທັມຂອງເຂົາເຈົ້າ. ສິນລະປະຊາວ Aboriginal ແມ່ນທຸກສິ່ງທີ່ຄົນ Aboriginal ແຕ້ມ ທີ່ເຊື່ອມໂຍງກັບປະເທດຊາດ ແລະວັດທະນະທັມຂອງພວກເຂົາ, ແລະສ້າງ... ຄວາມຮູ້ສຶກຂອງການເຊື່ອມໂຍງ ແລະເປັນເຈົ້າຂອງ [ສໍາລັບພວກເຂົາ].Maria Watson-Trudgett
ການແບ່ງປັນ ວັດທະນະທັມ
Ms Watson-Trudgett ໄດ້ເລີ່ມແຕ້ມຮູບ ໃນປີ 2009 ເພື່ອການຜ່ອນຄາຍ ຈາກຄວາມເຄັ່ງຕຶງຈາກການສຶກສາເຕັມເວລາ ໃນມະຫາວິທະຍາໄລ. ເຖິງຢ່າງໃດກໍຕາມ, ບໍ່ດົນ ນາງກໍໄດ້ພົບວ່າ ສິ່ງທີ່ໄດ້ຮັບຈາກສິນລະປະນັ້ນ ແມ່ນເກີນກວ່າພຽງແຕ່ວິທີການທີ່ຈະ "ເຮັດໃຫ້ຈິດໃຈສງົບລົງ".
ມັນແມ່ນກ່ຽວກັບ ການແບ່ງປັນເລື່ອງຂອງຂ້າພະເຈົ້າກັບຄົນອື່ນ, [ແລະ]ການຮັກສາວັດທະນະທັມ ຂອງຂ້າພະເຈົ້າໃຫ້ຄົງຢູ່. ມັນຍັງສນັບສນູນ ໃຫ້ຂ້າພະເຈົ້າເຊື່ອມຕໍ່ ກັບວັດທະນະທັມຂອງຊາວ Aboriginal, ກັບປະເທດຂອງຂ້າພະເຈົ້າ, ກັບຜູ້ອາວຸໂສຂອງຂ້າພະເຈົ້າ, ແລະຄວາມຮູ້ທີ່ຂ້າພະເຈົ້າ ໄດ້ຮຽນຮູ້ໃນຂນະທີ່ ເຕີບໃຫຍ່ຢູ່ໃນປະເທດ ກັບຄອບຄົວ.Maria Watson-Trudgett
Arkeria Rose Armstrong, ສິນລະປິນ ຊາວ Gamilaraay/Bigambul ແລະ Yorta Yorta, ໄດ້ລະນຶກເຖິງເລື່ອງລາວ ທີ່ປູ່ຍ່າຕາຍາຍຂອງນາງ ໄດ້ແບ່ງປັນດ້ວຍຄວາມຮັກແພງ.
ແມ່ຕູ້ຂອງລາວ, ຜູ້ອາວຸໂສ ຊາວ Gamilaraay, ເປັນຫນຶ່ງໃນນັກແຕ້ມດິນຊາຍ (Sand painters) ຄົນສຸດທ້າຍ ໃນພູມີພາກນີ້.
ລາວອະທິບາຍວ່າ "ນາງຈະເລົ່າເລື່ອງຂອງນາງ ໃນຂນະທີ່ນັ່ງຢູ່ພື້ນດິນ, ຢູ່ໃນປະເທດ, ຢູ່ໃນປະເທດດິນຊາຍ, ແລະນາງຈະເລົ່າເລື່ອງຕ່າງໆ ໃຫ້ພວກເຮົາຟັງດ້ວຍດິນຊາຍ."
ເລື່ອງລາວເຫຼົ່ານີ້, ໄດ້ສືບທອດມາຫຼາຍຄົນລຸ້ນ, ມີເລື່ອງເລົ່າເລື່ອງການສ້າງໂລກ, ສັດ, ດາວ ແລະປະສົບການຂອງແມ່ຕູ້ຂອງນາງເອງ ທີ່ເຕີບໃຫຍ່ໃນປະເທດ. ນາງ ກ່າວວ່າ ແຕ່ລະເລື່ອງ ກໍມີຄໍາສອນຂອງມັນເອງ.

Art has always been part of Arkeria Rose Armstrong’s life. Credit Arkeria Rose Armstrong
Ms Armstrong ໄດ້ບັນລະຍາຍ ສິນລະປະຂອງລາວວ່າ ເປັນ "ການພົວພັນກັນຂອງສອງປະເທດ (ຂອງນາງ)".
ນາງໄດ້ຮັບແຮງດົນໃຈ ຈາກສັນຍາລັກ ແລະຮູບພາບ ທີ່ສືບທອດຈາກແມ່ຕູ້ຂອງນາງ, ໃນຂນະທີ່ ທັກສະຂອງນາງ ໄດ້ຮັບອິດທິພົນຈາກພໍ່ຕູ້ຂອງນາງ ຊຶ່ງກໍເປັນສິນລະປິນເຊັ່ນກັນ.
ການເລົ່າເລື່ອງຄືນໃຫມ່ ຜ່ານງານສິນລະປະຂອງນາງເອງ ກໍຊ່ວຍໃຫ້ Ms Armstrong ສະທ້ອນເຖິງຄວາມສໍາພັນ ທີ່ຕິດພັນກັບເລື່ອງນີ້, ສ້າງຄວາມຮູ້ສຶກຫລາຍຢ່າງ—ຄວາມຮູ້ສຶກ ທີ່ນາງໄດ້ແບ່ງປັນ ກັບລູກສາວຂອງນາງເຊັ່ນກັນ.
ເພື່ອສືບຕໍ່ວັດທະນະທັມ, ທ່ານຈໍາເປັນຕ້ອງແບ່ງປັນວັດທະນະທັມ, ແລະທ່ານຈໍາເປັນຕ້ອງປະຕິບັດວັດທະນະທັມ. ການແບ່ງປັນ ກັບຄົນລຸ້ນຕໍ່ໄປຂອງເຮົາ ການເຮັດໃຫ້ແນ່ໃຈວ່າ ເຂົາເຈົ້າມີສ່ວນຮ່ວມ ໃນການສົນທະນາເຫລົ່ານັ້ນສເມີ.Arkeria Rose Armstrong
ການເຊື່ອມໂຍງກັບວັດທະນະທັມ
Davinder Hart ເປັນສິນລະປິນ ທີ່ມີຮາກຖານມາຈາກຄອບຄົວໃນພາກຕາເວັນຕົກສ່ຽງໃຕ້ຂອງ Noongar Country, Western Australia. ລາວໄດ້ໃຊ້ຊີວິດຕອນຍັງນ້ອຍຢູ່ Adelaide, ກ່ອນທີ່ຈະເຊື່ອມຕໍ່ ກັບວັດທະນະທັມຂອງລາວ ຄືນໃຫມ່ ທີ່ Ngemba Country, ຣັດ New South Wales.
Davinder Hart ໄດ້ປະສົບກັບການທ້າທາຍ ທີ່ສໍາຄັນ ໃນຊ່ວງຕອນຍັງນ້ອຍ, ໄດ້ອອກຈາກໂຮງຮຽນ ຕອນລາວມີອາຍຸໄດ້ 16 ປີ, ດີ້ນລົນ ເພື່ອຊອກຫາວຽກເຮັດແລະຕໍ່ສູ້ກັບ ປັນຫາຢາເສບຕິດ.
ເຖິງຢ່າງໃດກໍຕາມ, ການສນັບສນູນ ແລະການຊີ້ນໍາ ຈາກລຸງ ແລະອ້າຍນ້ອງຂອງລາວ ໄດ້ເປັນສ່ວນສຳຄັນ ໃນການຊ່ວຍໃຫ້ລາວ ຫັນປ່ຽນຊີວິດ ແລະເຊື່ອມຕໍ່ກັບວັດທະນະທັມ ຂອງລາວຄືນໃຫມ່, ຊຶ່ງສ່ວນຫລາຍ ຈະສະທ້ອນໃຫ້ເຫັນ ໃນງານສິນລະປະຂອງລາວ.
"ຂ້າພະເຈົ້າໂຊກດີ ທີ່ໄດ້ພົບລຸງ ແລະອ້າຍນ້ອງຂອງຂ້າພະເຈົ້າ, ຜູ້ທີ່ໄດ້ສອນຂ້າພະເຈົ້າ ເລື່ອງລາວກ່ຽວກັບປະເທດ, ແລະໃນເລື່ອງລາວເຫລົ່ານັ້ນ (ທ່ານສອນ) ວິທີ ທີ່ຈະປະພຶດຕົນເອງ...ໃນທາງບວກ."
ສໍາລັບ Davinder Hart, ສິນລະປະ ບໍ່ແມ່ນພຽງແຕ່ວິທີການເຊື່ອມຕໍ່ ກັບວັດທະນະທັມເທົ່ານັ້ນ, ແຕ່ມັນເປັນ ການບຳບັດນຳອີກ.
"ໂດຍສະເພາະ [ໃນ] ສະພາບທີ່ຜ່ອນຄາຍ ໃນຂນະທີ່ຂ້າພະເຈົ້າ ກໍາລັງແຕ້ມຮູບ. ຂ້າພະເຈົ້າຄິດວ່າ ສ່ວນຫລາຍແລ້ວ, ວິນຍານຈະເຂົ້າຍຶດຄອງຮູບແຕ້ມນັ້ນແທ້ໆ ແລະຮູບແຕ້ມນັ້ນ ກໍເຮັດດ້ວຍຕົວເອງ. ມັນເປັນການບຳບັດທີ່ດີຫຼາຍ" ລາວອະທິບາຍ.

Davinder Hart at Saudi Arabia, UN gala dinner, 2023. Credit Davinder Hart
ເປັນສ່ວນຫນຶ່ງຂອງການເລົ່າເລື່ອງຮ່ວມກັນ
Ms Watson-Trudgett ອະທິບາຍວ່າ ບັນດາສິນລະປິນ First Nations ອາດຈະລວມເອົາສັນຍາລັກຕ່າງໆ ເຂົ້າໃນຜົນງານຂອງພວກເຂົາ, ເຊິ່ງບາງສ່ວນ ມີຄວາມສະເພາະສຳລັບປະເທດຂອງພວກເຂົາເຊັ່ນ: ຮ່ອງຮອຍຕີນ
ເສັ້ນສາຍທີ່ມື່ນໄຫລ ແລະການໃຊ້ສັນຍາລັກ ຂອງຊາວ Aboriginal ໃນງານສິນລະປະຂອງນາງນັ້ນ ສະທ້ອນເຖິງວິທີ ທີ່ບັນພະບຸຣຸດຂອງນາງ ໄດ້ສື່ສານເມື່ອແຕ້ມຮູບ ແລະສັນຍາລັກໃນພື້ນດິນ.
ເຖິງແມ່ນວ່າເຄື່ອງຫມາຍບາງຢ່າງ ອາດຈະໃຊ້ຮ່ວມກັນ ແຕ່ສັນຍາລັກອື່ນໆອາດມີຄວາມຫມາຍທີ່ແຕກຕ່າງກັນ ສໍາລັບສິນລະປິນທີ່ແຕກຕ່າງກັນ.
"ສັນຍາລັກ ແມ່ນຂຶ້ນກັບການຕີຄວາມຫມາຍຂອງສິນລະປິນທີ່ກໍາລັງໃຊ້ມັນ. ຢ່າ ຄິດວ່າ ການໃຊ້ສັນຍາລັກ ອາດຫມາຍເຖິງສິ່ງດຽວກັນ ກັບສິນລະປິນຄົນອື່ນ."ນາງກ່າວ
Ms Armstrong ກ່າວວ່າ ຈຸດເລີ່ມຕົ້ນທີ່ດີ ແມ່ນການຖາມກ່ຽວກັບເລື່ອງຕ່າງໆທີ່ບອກເລົ່າໃນຮູບແຕ້ມ.
"' ໃຜແມ່ນຄົນ First Nations? ປະເທດເຫຼົ່ານັ້ນແມ່ນຫຍັງ ແລະພວກເຂົາເຈົ້າມີລັກສນະແນວໃດ?' ເມື່ອທ່ານ ເລີ່ມຖາມຄໍາຖາມເຫລົ່ານັ້ນ ທ່ານກໍເລີ່ມເຫັນ ແລະຮູ້ສຶກເຖິງຄົນຜູ້ນັ້ນ." ລາວກ່າວ.
"ບາງເທື່ອ ວິທີທີ່ຂ້ອຍມັກໃນການແບ່ງປັນຮູບແຕ້ມຂອງຂ້ອຍ ແມ່ນ ການວາງສະແດງ ແລະກໍຢູ່ທີ່ນັ້ນ ເພື່ອວ່າຂ້ອຍຈະສາມາດ ໂອ້ລົມກັບຜູ້ຄົນ ກ່ຽວກັບງານສິນລະປະນັ້ນໆ.
"ຂ້ອຍຄິດວ່າ ບາງເທື່ອມັນມີຄວາມຈໍາກັດ ເມື່ອເຮົາແບ່ງປັນເລື່ອງຫນຶ່ງ ຢູ່ໃນບັດນ້ອຍໆ ຢູ່ຂ້າງງານສິນລະປະ. ຂຶ້ນກັບຄວາມສໍາພັນ ກັບບຸກຄົນອື່ນ ແມ່ນມີການແບ່ງປັນຫຼາຍປານໃດ. ໃນຖານະເປັນແມ່ຍິງຊາວ Gamilaraay, ພວກເຮົາແບ່ງປັນ ເມື່ອມີຄົນພ້ອມທີ່ຈະຮຽນຮູ້."
Mr Hart ກ່າວຕື່ມວ່າ "ພຽງແຕ່ເປີດໃຈແທ້ໆ, ຢ່າຢ້ານທີ່ຈະຕັ້ງຄໍາຖາມ.”
Mr Hart ກ່າວຕື່ມວ່າ "ພຽງແຕ່ເປີດໃຈແທ້ໆ, ຢ່າຢ້ານທີ່ຈະຕັ້ງຄໍາຖາມ.”
ເນື້ອເລື່ອງໂດຍ Yumi Oba ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ o