ຄວາມເຫັນຂອງຊຸມຊົນໃນການລົງປະຊາມະຕິ.
- ການລົງປະຊາມະຕິສຽງ (The Voice Referendum) ໄດ້ຖືກປະກາດໃນວັນເສົາທີ 14 ຕຸລາ.
- ໃນມື້ລົງປະຊາມະຕິ, ຜູ້ລົງຄະແນນສຽງຈະຖືກຂໍໃຫ້ລົງຄະແນນ "ແມ່ນ-YES" ຫຼື "ບໍ່-NO" ໃນຄໍາຖາມດຽວ.
- ຄໍາຖາມໃນເຈັ້ຍການປ່ອນບັດຈະແມ່ນ: "ກົດຫມາຍທີ່ສເນີ: ເພື່ອແກ້ໄຂຣັຖທັມມະນູນເພື່ອຮັບຮູ້ຊົນຊາດທໍາອິດ ຂອງ ໂດຍການຈັດຕັ້ງສຽງ ຂອງຊາວພື້ນເມືອງ ແລະ Torres Strait Islander . ທ່ານເຫັນດີກັບການປ່ຽນແປງທີ່ສເນີນີ້ຫຼືບໍ?"
- ທ່ານຈະຕ້ອງຂຽນໃນບັດເລືອກຕັ້ງວ່າ "ແມ່ນ-YES" ຫຼື "ບໍ່-NO" ທີ່ຂຽນແບບເຕັມ ແລະເປັນພາສາອັງກິດ.
- ການລົງຄະແນນສຽງສໍາລັບພົນລະເມືອງອອສເຕຣເລັຍອາຍຸ 18 ປີຂຶ້ນໄປ ແມ່ນການບັງຄັບ, ບໍ່ດັ່ງນັ້ນທ່ານອາດຖືກປັບໃຫມ.
- ທ່ານສາມາດລົງຄະແນນສຽງໄດ້ພຽງຄັ້ງດຽວເທົ່ານັ້ນ.
- ອອສເຕຣເລັຍມີຫົກຣັດ, ແລະເພື່ອໃຫ້ຄໍາຖາມຂອງການລົງປະຊາມະຕິຜ່ານ, ມັນຈະຕ້ອງໄດ້ຮັບຄວາມເຫັນຊອບຈາກ ຜູ້ລົງຄະແນນສຽງ ສ່ວນໃຫຍ່ໃນຣັດສ່ວນໃຫຍ່-ນັ້ນຫມາຍຄວາມວ່າຢ່າງຫນ້ອຍສີ່ຣັດ.
- ຄວາມມຸ່ງຫມັ້ນໃນການ ຮັບຮູ້ຣັຖທັມມະນູນ ແມ່ນສ່ວນຫນຶ່ງຂອງຂະບວນການສາມຂັ້ນຕອນ ທີ່ເລີ່ມຕົ້ນດ້ວຍການລົງປະຊາມະຕິ ແລະດໍາເນີນຕໍ່ໄປລວມເຖິງການເວົ້າຄວາມຈິງ ແລະສົນທິສັນຍາ.
ວິທຍຸ SBS ໄດ້ໄປໃນຊຸມຊົນ ແລະໄດ້ຖາມຄຳຖາມກ່ຽວກັບການລົງປະຊາມະຕິສຽງ (The Voice Referendum).
ຕໍ່ຄຳຖາມກ່ຽວກັບຄວາມຮູ້ສຶກ ຕໍ່ການລົງປະຊາມະຕິຄັ້ງນີ້:
: ການລົງປະຊາມະຕິ ບໍ່ຄວນຈະມີຂຶ້ນ ເພາະຊຸມຊົນຂອງເຮົາກໍຢູ່ຮ່ວມກັນຢ່າງກົມກຽວ.ພວກເຮົາາທຸກຄົນກໍມາຈາກຫຼາຍໆປະເທດ ແລະ ການລົງປະຊາມະຕິຂອງສຽງຈະເປັນການແບ່ງແຍກສັງຄົມໂດຍບໍ່ຈຳເປັນ.
ຄຳຕອບທີ 2: ຂ້ອຍມີຄວາມຜິດຫວັງ ເພາະການຮັບຮູ້ຊາວພື້ນເມືອງໃນຣັຖທັມມະນູນນັ້ນ ແມ່ນນັກການເມືອງກຳນົດໃຫ້ມີຂຶ້ນຊຶ່ງມັນບໍ່ຈຳເປັນຈະຕ້ອງມີເລີຍ.
ຫຼາຍຄົນກໍຕອບວ່າຈະລົງຄະແນນ ແມ່ນ-YES"
ຜູ້ຍິງ: ຂ້ອຍເລືອກທີ່ຈະລົງຄະແນນ "ແມ່ນ-YES" ເພື່ອໃຫ້ຊາວພື້ນ ເມືອງ ແລະ Torres Strait Islander ໄດ້ມີຕົວແທນຢ່າງແທ້ຈິງໃນຣັຖສະພາ.
ຜູ້ຊາຍ: ຂ້ອຍແລະຊຸມຊົນຂອງຂ້ອຍຈະລົງຄະແນນ "ແມ່ນ-YES" ໃນການລົງປະຊາມະຕິຄັ້ງນີ້.
ຫຼາຍຄົນກໍຕອບວ່າຈະລົງຄະແນນ "ບໍ່-".
ຄຳຕອບທີ 1: ຂ້ອຍຈະວ່າ "ບໍ່-NO".
ຄຳຕອບທີ 2: ຕ້ອງແມ່ນ "ບໍ່-NO" ແນ່ນອນ ແລະຂ້ອຍກໍໄດ້ລົງຄະແນນສຽງໄປແລ້ວ.
ທາງເຮົາຍັງໄດ້ຖາມຕໍ່ວ່າ ຝ່າຍໃດຈະຊນະການລົງປະຊາມະຕິຄັ້ງນີ້, ຄຳຕອບກໍຄື.....
ຄຳຕອບທີ 1: ຂ້ອຍບໍ່ແນ່ໃຈ ເພາະການສຳຫຼວດອາດຈະບໍ່ແມ່ນໂຕລະບຸ ຢ່າງຊັດແຈ້ງ ແຕ່ຂ້ອຍຄຶດວ່າຝ່າຍ NO ຈະຊນະ.
ຄຳຕອບທີ 2: ອາດຈະເປັນການເສັຍໃຊໂດຍຝ່າຍປະຊາມະຕິ ແຕ່ອາດຈະໃກ້ຄຽງ....
ຢ່າລືມວ່າ ການລົງຄະແນນສຽງສໍາລັບພົນລະເມືອງອອສເຕຣເລັຍອາຍຸ 18 ປີຂຶ້ນໄປ ແມ່ນການບັງຄັບ, ບໍ່ດັ່ງນັ້ນທ່ານອາດຖືກປັບໃຫມ.
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌