Anzac Day ມີຄວາມຫມາຍແນວໃດ ຕໍ່ຊາວອົບພະຍົບ?

ສໍາລັບຜູ້ຍົກຍ້າຍຖິ່ນຖານຫຼາຍຄົນ, Anzac Day ເຮັດໃຫ້ເຫັນພາບຂອງທະຫານຜິວຂາວໃສ່ຫມວກ slouch ຕໍ່ສູ້ຢູ່ໃນສນາມຣົບ Gallipoli. ເຖິງຢ່າງໃດກໍຕາມ, ພາບນີ້ ໄດ້ປ່ຽນໄປຢ່າງຊ້າໆ ໃນໄລຍະຫນຶ່ງຮ້ອຍປີທີ່ຜ່ານມາ.

Australians Commemorate Anzac Day

War veterans and defence personnel take part in the ANZAC Day parade on April 25, 2023 in Sydney, Australia. (Photo by Brendon Thorne/Getty Images) Credit: Brendon Thorne/Getty Images

Key Points
  • ການເດີນຂະບວນວັນ Anzac ແມ່ນການໃຫ້ກຽດຜູ້ທີ່ໄດ້ຕໍ່ສູ້ຢູ່ໃນເມືອງGallipoli. ໃນປັດຈຸບັນ, ມັນຂຍາຍໄປສູ່ທະຫານປະຈຳການ ທັງໃນອະດີດ ແລະປັດຈຸບັນ ຮວມທັງທະຫານຊາຍຍິງ ແລະລູກຫຼານຂອງເຂົາເຈົ້າ, ລວມທັງ ຜູ້ທີ່ມາຈາກພູມຫຼັງທີ່ແຕກຕ່າງກັນ.
  • ທະຫານຊາວອອສເຕຣເລັຍ ຫລາຍຄົນ ແມ່ນມາຈາກພື້ນຖານທີ່ແຕກຕ່າງກັນ.
  • ຄົນທີ່ມາຈາກພູມຫຼັງທີ່ແຕກຕ່າງກັນທາງດ້ານວັດທະນະທັມ ຕ້ອງການເຊື່ອມຕໍ່ກັບວັນ Anzac.
ໃນວັນ Anzac Day, ຊາວອອສເຕຣເລັຍໃນທົ່ວປະເທດໄດ້ລະນຶກເຖິງຜູ້ທີ່ຮັບໃຊ້ຊາດ, ຜູ້ທີ່ໄດ້ຕໍ່ສູ້ ແລະຜູ້ທີ່ເສັຍຊີວິດໃນກອງທັບອອສເຕຣເລັຍ ແລະນິວຊີແລນ, ດ້ວຍການເດີນຂະບວນວັນ Anzac ເປັນພິທີການໃຫຍ່ເພື່ອເປັນກຽດໃນການເສັຍສລະແລະຄວາມກ້າຫານຂອງເຂົາເຈົ້າ.

Anzac Day ມີຂຶ້ນໃນວັນທີ 25 ເມສາ ຂອງທຸກໆປີ, ການເດີນຂະບວນດັ່ງກ່າວ ໄດ້ອຸທິດແກ່ສະມາຊິກ ກອງທັບອອສເຕຣເລັຍ ແລະນິວຊີແລນ (ANZAC) ທີ່ໄດ້ຕໍ່ສູ້ຢູ່ເມືອງ Gallipoli ໃນລະຫວ່າງສົງຄາມໂລກຄັ້ງທີຫນຶ່ງ.

ເຖິງຢ່າງໃດກໍຕາມ, ດຽວນີ້ມັນຂຍາຍໄປຍັງອະດີດທະຫານອອສເຕຣເລັຍ, ທັງຍິງແລະຊາຍ, ແລະລູກຫຼານຂອງພວກເຂົາທັງຫມົດ, ລວມທັງຜູ້ທີ່ຢູ່ຝ່າຍກົງກັນຂ້າມຂອງການສູ້ຮົບໃນ Gallipoli.

ໃນປີ 2006, RSL ຂອງຣັດ Victoria ໄດ້ອະນຸຍາດ ໃຫ້ລູກຫລານ ຂອງທະຫານຜ່ານເສິກ ຂອງສົງຄາມໂລກຄັ້ງທີຫນຶ່ງ ທີ່ Turkye ມີສິດເຂົ້າຮ່ວມ ການເດີນຂະບວນ ວັນ Anzac ຊຶ່ງຍັງດໍາເນີນຕໍ່ໄປ ເຖິງທຸກວັນນີ້.

Jean McAuslan ຜູ້ໄດ້ຮັບລາງວັນ AMaGA (Australian Museum and Galleries Association) Victoria ສຳລັບຄວາມສໍາເລັດ ໃນຊີວິດ ໃນການເຮັດວຽກ ເປັນເວລາຫຼາຍສິບປີ ທີ່ The Shrine of Remembrance and Australian War Memorial ກ່າວໃນບົດສໍາພາດກ່ອນຫນ້ານີ້ກັບ SBS ທີ່ສະແດງ ແລະບົ່ງບອກ ໃຫ້ເຫັນເຖິງຄວາມຮູ້ສຶກ ຂອງການຮັບເອົາຊາດທີ່ແຕກຕ່າງກັນ ເຂົ້າໃນວັດທະນະທັມ ຫນຶ່ງຂອງອອສເຕຣເລັຍ.

Ms McAuslan ກ່າວຕື່ມວ່າ ມັນໄດ້ສະແດງໃຫ້ເຫັນ ເຖິງການປ່ຽນແປງ ຂອງສັງຄົມ ເມື່ອເວລາຜ່ານໄປ, ໂດຍສະເພາະແມ່ນ ໄດ້ຮັບອິດທິພົນ ຈາກຜົນກະທົບຂອງສົງຄາມ.

ນາງອະທິບາຍວ່າ ໃນຂນະທີ່ນັກໂທດ ຢ່າງຊາວອີຕາລີ, ຊາວເຢັຍລະມັນແລະຊາວຍີ່ປຸ່ນ ຕ້ອງກັບຄືນປະເທດຂອງຕົນ ໃນຕອນທ້າຍຂອງສົງຄາມ, ບາງຄົນ ກໍໄດ້ຕັ້ງຖິ່ນຖານ ຢູ່ໃນອອສເຕຣເລັຍແລ້ວ.

Ms McAuslan ກ່າວວ່າ "ໂດຍສະເພາະ ຊາວອີຕາລີ ໄດ້ຮັບຄວາມນິຍົມໃນການເຮັດວຽກ ຮ່ວມກັບຊາວໄຮ່ໃນທ້ອງຖິ່ນ, ຊຶ່ງພວກເຂົາເຈົ້າ ສາມາດເຮັດໄດ້ ໃນຂນະທີ່ພວກເຂົາເຈົ້າ ຢູ່ໃນການຖືກກັກຂັງ, ຊຶ່ງບາງເທື່ອ ຄອບຄົວກໍໄດ້ສນັບສນູນພວກເຂົາເຈົ້າ ໃຫ້ກັບມາອາສັຍຢູ່ໃນອອສເຕຣເລັຍ"

Sankar Nadeson, ສິລະປິນ ແລະນັກຄົ້ນຄວ້າເຊື້ອສາຍອິນເດັຍ ທີ່ເກີດໃນປະເທດອັງກິດ ອາສັຍຢູ່ໃນ Naarm/Melbourne ແລະມີສະຕູດີໂອສິລະປະໃນລອນດອນ.

Anzac (1).jpg
Left to Right: Alex Ilyin (right) with former comrade in arms Don Frohmuller and contemporary artist and researcher Sankar Nadeson.
ລາວເຮັດວຽກຮ່ວມກັບ RSL* Victoria, ປະສົບຄວາມສຳເລັດການພົວພັນດ້ານການທູດວັດທະນະທັມ ແລະ ຜູ້ນຳທາງຍຸດທະສາດ ໂດຍຮ່ວມມືກັບຊຸມຊົນທີ່ແຕກຕ່າງກັນ, ທະຫານຜ່ານເສິກໃນຍຸກປັດຈຸບັນ, ແລະ ຄອບຄົວຂອງເຂົາເຈົ້າ.

ລາວມີຈຸດປະສົງທີ່ຈະປູກຝັງ "ຄວາມພາກພູມໃຈໃນຊາດ ໃນທາງບວກ" ທີ່ບໍ່ມີ ການເວົ້າແບບເກີນຄວາມຈິງ ຫຼືວາທະສິນທີ່ວ່າງເປົ່າ.

Mr Nadeson ກ່າວວ່າ ເຖິງແມ່ນຈະເຕີບໃຫຍ່ໃນປະເທດອັງກິດ ແລະ ເໜັບດອກ poppies ໃນວັນ Remembrance Day ນັບຕັ້ງແຕ່ເປັນເດັກນ້ອຍ,ແຕ່ລາວບໍ່ເຄີຍ້ຊື່ອມຕໍ່ປວັດຄອບຄົວຂອງລາວກັບ Anzac.

ຈົນກວ່າລາວໄດ້ເລີ່ມເຮັດວຽກກັບແມ່ຫມ້າຍສົງຄາມ ຈຶ່ງເຮັດໃຫ້ລາວ ຮູ້ເຖິງຄວາມແຕກຕ່າງ ທາງວັດທະນະທັມ Anzacs ແລະໄດ້ຕັ້ງຄຳຖາມກັບເລື່ອງລາວ ຂອງລາວເອງ.

ຈາກການພົວພັນ ດ້ານສິລະປະຂອງຂ້າພະເຈົ້າ ກັບນັກສຶກສາຈາກມະຫາວິທະຍາໄລ ແລະໂຮງຮຽນມັດທະຍົມ ແລະຊັ້ນປະຖົມໃນທົ່ວຣັດ, ຂ້າພະເຈົ້າ ໄດ້ສັງເກດເຫັນວ່າ ຫຼາຍຄົນ ບໍ່ຮູ້ເຖິງການມີຢູ່ຂອງ Anzacs ຈີນ.
Sankar Nadeson
"ຂ້າພະເຈົ້າ ໄດ້ຖາມປ້າຂອງຂ້າພະເຈົ້າ, ແລະນາງໄດ້ເວົ້າວ່າ ແມ່ນແລ້ວ, ພໍ່ເຖົ້າຂອງເຈົ້າ ໄດ້ຕໍ່ສູ້ໃນກອງທັບອັງກິດໃນ ມາເລເຊັຍ, ແລະຂ້າພະເຈົ້າບໍ່ຮູ້ເລີຍ. ແທ້ຈິງແລ້ວ ຂ້າພະເຈົ້າ ບໍ່ໄດ້ຕິດຕໍ່ກັບເລື່ອງ Anzac ຫລືກັບເລື່ອງໃດໆ ຂອງການຂັດແຍ້ງໃນສົງຄາມ ຜ່ານກອງທັບຂອງຈັກກະພັດ ຫລືກອງທັບປ້ອງກັນປະເທດອອສເຕຣເລັຍ ໃນລະດັບສ່ວນຕົວ ໃນຄວາມສໍາພັນ ກັບປວັດສາດ ແລະຄອບຄົວຂອງຂ້າພະເຈົ້າ."

ກ່າວວ່າ ຊາວອອສເຕຣເລັຍ ເກືອບ420,000 ຄົນທີ່ເປັນທະຫານ ໃນລະຫວ່າງສົງຄາມໂລກຄັ້ງທີຫນຶ່ງ ແມ່ນມາຈາກພື້ນຖານ ທີ່ແຕກຕ່າງກັນ, ຮວມທັງຊາວ First Nations ແລະຜູ້ທີ່ມີພື້ນຖານອັງກິດ, ເອເຊັຍ, ກຣີກ ແລະເອີຣົບເຫນືອ. ຜູ້ອົບພະຍົບຊາວຈີນ ປະມານ 200 ຄົນ ໄດ້ສູ້ລົບໃນສົງຄາມໂລກຄັ້ງທີ 1 ໃນກອງທັບອອສເຕຣເລັຍ. ໃນຂນະ ທີ່ເຮັດວຽກຮ່ວມກັບ ສະມາຄົມຊາວຫນຸ່ມຈີນ-ອອສເຕຣເລັຍ (Australia China Youth Association),ທ່ານ Sankar Nadeson ກ່າວວ່າ ພວກນັກຮຽນຂອງທ່ານ ບໍ່ຄຸ້ນເຄີຍກັບການ ມີສ່ວນຮ່ວມ ຈາກຫຼາຍວັດທະນະທັມ ຂອງ Anzac.

"ນັກສຶກສາເຊື້ອສາຍຈີນ ມັກບໍ່ຮູ້ປວັດອັນສໍາຄັນ ຂອງ Anzacs ຊາວຈີນ. ເພື່ອເນັ້ນເລື້ອງນີ້, ພວກເຮົາ ໄດ້ສ້າງສິລະປະຮ່ວມສມັຍ ໂດຍໃຊ້ຮູບແຕ້ມຕາມທ້ອງຖນົນ, ລວມທັງ stencils ທີ່ສະແດງໃຫ້ເຫັນ Anzacs ຈີນ ໂດຍສະເພາະ. ຮູບພິມອັນນຶ່ງ ໄດ້ສະແດງເຖິງ Billy Sing ນັກຊຸ່ມຍິງປືນ (sniper) ທີ່ມີຊື່ສຽງຜູ້ນຶ່ງ ທີ່ໄດ້ຮັບໃຊ້ ຢູ່ໃນກອງທັບຈັກກະພັດ ໃນລະຫວ່າງສົງຄາມໂລກ ຄັ້ງທີຫນຶ່ງ." Mr Nadeson ກ່າວ.

ການເປີດເຜີຍນັ້ນ ໄດ້ນໍາມາ ຊຶ່ງຫຼາຍກວ່າຄວາມຮູ້.

ການເປີດເຜີຍນັ້ນ ໄດ້ນໍາມາ ຊຶ່ງຫຼາຍກວ່າຄວາມຮູ້.

Alex Ilyin ເກີດຢູ່ປະເທດຈີນ ຈາກເຊື້ອສາຍຣັສເຊັຍ ແລະໄດ້ຕັ້ງຖິ່ນຖານຢູ່ໃນອອສເຕຣເລັຍ ເມື່ອ 50ປີກ່ອນ. ການຮັບໃຊ້ຂອງລາວ ໃນກອງທັບ ໄດ້ຂຍາຍຄວາມເຂົ້າໃຈ ໃນວັດທະນະທັມ ຂອງອອສເຕຣເລັຍ.

ທ່ານ Ilyin ກ່າວວ່າ "ຂ້ອຍມາອອສເຕຣເລັຍ ໃນປີ 59; ຂ້ອຍເປັນທະຫານປີ '67. ພາສາອັງກິດຂອງຂ້ອຍ ແມ່ນບໍ່ດີເທົ່າໃດ ແລະຄວາມເຂົ້າໃຈຂອງຂ້ອຍ ກ່ຽວກັບຊີວິດໃນອອສເຕຣເລັຍ ກໍຄືກັນກັບຜູ້ອົບພະຍົບ ທີ່ຫາກໍມາເຖິງໃໝ່ໆ."


ການຮັບໃຊ້ສອງປີ ໃນກອງທັບອອສເຕຣເລັຍ ໄດ້ເປີດຕາຂອງຂ້ອຍແທ້ໆ. ຂ້ອຍໄດ້ເຮັດວຽກຢ່າງໃກ້ຊິດ ຄຽງບ່າຄຽງໄຫລ່ ກັບຊາວ Aussiesແລະທີ່ໄດ້ຊ່ວຍຂ້ອຍຢ່າງຫລວງຫລາຍ ໃນການເຂົ້າໃຈ ວິທີການດໍາລົງຊີວິດ ຂອງອອສເຕຣເລັຍ, ຄໍາເວົ້າ, ພາສາ, ປະເພນີ, ແລະອື່ນໆ.
Alex Ilyin
ແຕ່ສໍາລັບທະຫານບາງຄົນ ແລະລູກຫຼານຂອງເຂົາເຈົ້າ, ມີຣົດຊາດຂົມຂື່ນ ເມື່ອພວກເຂົາກັບມາຈາກການປະຕິບັດຫນ້າທີ່. ເມື່ອກັບມາຈາກສົງຄາມຫວຽດນາມ, Alex Ilyin ຈື່ໄດ້ວ່າ ຄວາມຄິດເຫັນຂອງມວນຊົນ ແມ່ນຕໍ່ຕ້ານ ກັບ ຄວາມຂັດແຍ້ງ.

"ເມື່ອພວກເຮົາກັບຈາກຫວຽດນາມ, ພວກເຮົາຫຼາຍຄົນໄດ້ຖືກບອກວ່າ: 'ໂອເຄ, ນຸ່ງເຄື່ອງພົນລະເຮືອນ, ແລະຢ່າອອກໄປໃສ', ເພາະວ່າມີຄວາມຮູ້ສຶກຕໍ່ຕ້ານຫວຽດນາມຫຼາຍ ໃນອອສເຕຣເລັຍ. ດັ່ງນັ້ນ, ພວກເຮົາ, ຄົນທີ່ ຂອງພວກເຮົາ ສົ່ງໄປຕໍ່ສູ້ເພື່ອອອສເຕຣເລັຍ, ໄດ້ກັບຄືນມາ ແລະຕ້ອງໄດ້ລີ້ໂຕ, ຂໍໂທດທີ່ຈະເວົ້າວ່າ, ເກືອບຈະເປັນຄວາມອັບອາຍ," Mr Ilyin ເລົ່າ.

ແຕ່ພາຍໃຕ້ Bob Hawke, ອອສເຕຣເລັຍ ໄດ້ຮັບຮູ້ ເຖິງການຮັບໃຊ້ຂອງທະຫານອາຊີບ ຢ່າງ Alex Ilyin ດ້ວຍການເດີນສວນສນາມ ທີ່ຕ້ອນຮັບ ການກັບບ້ານອັນຍິ່ງໃຫຍ່.

"ຈາກທົ່ວອອສເຕຣເລັຍ, ຜູ້ຄົນໄດ້ບິນໄປ Sydney ດ້ວຍຄ່າໃຊ້ຈ່າຍຂອງຣັຖບານ, ແລະພວກເຮົາ ໄດ້ເດີນຂະບວນ ຜ່ານຖນົນຫົນທາງ ຂອງເມືອງ Sydney. ນັບແຕ່ນັ້ນເປັນຕົ້ນມາ, ພວກເຮົາ ໄດ້ເງີຍໜ້າຂຶ້ນ ແລະມີຄວາມພູມໃຈຫຼາຍ. ພວກເຮົາ ໄດ້ເຮັດໃນສິ່ງ ທີ່ປະເທດຂອງພວກເຮົາຮຽກຮ້ອງ." ທ່ານ Ilyin ກ່າວ

ນັບຕັ້ງແຕ່ປີ 1987, Alex Ilyin ກໍບໍ່ໄດ້ພາດການເດີນຂະບວນ ວັນ ANZAC.

ຕາມ Sanker Nadeson, ຜູ້ທີ່ໄດ້ເຮັດວຽກຮ່ວມກັບຊຸມຊົນ Sikh, ການຮັບຮູ້ ຂອງປະຊາຊົນ ກ່ຽວກັບຂະບວນການປອບໃຈ ມີສ່ວນໃນການປິ່ນປົວຂອງຊາດ.

Mr Nadeson ກ່າວວ່າ "ເມື່ອຜູ້ຄົນເຫັນພວກເຮົາ ຫຼືເຫັນທ່ານ ສໍາລັບສິ່ງທີ່ທ່ານໄດ້ມີສ່ວນ, ສິ່ງທີ່ທ່ານໄດ້ເຮັດ, ນັ້ນແມ່ນການປິ່ນປົວຢ່າງໃຫຍ່ຫຼວງ, ແລ້ວທ່ານສາມາດກ້າວໄປຂ້າງຫນ້າ ດ້ວຍຄວາມຫມັ້ນໃຈໃນສັງຄົມ."

ANZAC Day March in Sydney
People participate in the ANZAC Day March in Sydney, Australia, on Tuesday, April 25, 2023. (Photo by Steven Saphore/Anadolu Agency via Getty Images) Source: Anadolu / Anadolu/Anadolu Agency via Getty Images
ລາວເວົ້າວ່າ ທະຫານ Sikh ບໍ່ໄດ້ຮູ້ສຶກຄືກັບຄົນແປກຫນ້າ ໃນສັງຄົມ ອອສເຕຣເລັຍ ອີກຕໍ່ໄປ.

"ເມື່ອຂ້າພະເຈົ້າ ໄດ້ມີສ່ວນຮ່ວມກັບສະມາຊິກ ໃນຊຸມຊົນຫລາຍກວ່າຮ້ອຍຄົນ ຢູ່ວັດ Sikh ໃນພາກຕາເວັນຕົກສຽງເຫນືອ ຂອງເມືອງMelbourne, ກໍມີຄວາມຮູ້ສຶກຢ່າງລົ້ນເຫລືອວ່າ ຊຸມຊົນນີ້ບໍ່ໄດ້ 'ເປັນຄົນອື່ນ' ອີກຕໍ່ໄປ."

Nadeson ເຊື່ອວ່າ ເນື່ອງຈາກການຮັບຮູ້ຂອງ ທະຫານຜ່ານເສິກ, ຊຸມຊົນ Sikh ຮູ້ສຶກວ່າ ມີການເຊື່ອມໂຍງເຂົ້າກັບຊຸມຊົນອອສເຕຣເລັຍຫຼາຍຂຶ້ນ.

"ບາງຄັ້ງ ທ່ານຮັບຮູ້ວ່າ ທ່ານແຕກຕ່າງຈາກຊຸມຊົນອື່ນໆ, ແຕ່ເມື່ອສິ່ງຕ່າງໆ ມີຄວາມກົມກຽວກັນ ແລະນໍາເອົາຜູ້ຄົນມາເຕົ້າໂຮມກັນ, ທ່ານຮູ້ສຶກວ່າ ເປັນຊາວອອສເຕຣເລັຍ; ແທ້ຈິງແລ້ວ ທ່ານຮູ້ສຶກວ່າ ນີ້ຄື ອອສເຕຣເລັຍ.

ດັ່ງນັ້ນ, ຊຸມຊົນ Sikh ໄດ້ຖືກຮັບຮູ້ວ່າ ພວກເຂົາເຈົ້າເຊື່ອມຕໍ່ກັບຊຸມຊົນນີ້ ຢ່າງແຍກບໍ່ອອກ.
Sankar Nadeson
ຈາກການເຮັດວຽກຂອງລາວ ກັບຊຸມຊົນທີ່ແຕກຕ່າງກັນ, Mr Nadeson ໄດ້ສັງເກດເຫັນວ່າ ແຕ່ລະຊຸມຊົນ ຄຶດແນວໃດກັບວັນ ດັງກ່າວ ໂດຍເຜີຍໃຫ້ເຫັນ ປະເພນີໂດຍກຳເນີດຂອງເຂົາເຈົ້າ.

"ໃນວັດທະນະທັມ Sikh, ມັນເຄັ່ງຄັດຫລາຍ. ມັນແມ່ນເລື້ອງ ທີ່ຈິງຈັງຫຼາຍ ເພາະວ່າເຂົາ ມີປະເພນີຂອງເຈົ້າແຫ່ງນັກຣົບ, ແຕ່ໃນເວລາດຽວກັນ ກໍມີຄວາມຮູ້ສຶກ ຂອງການສເລີມສລອງຢູ່ສເມີ.ສະນັ້ນ, ມັນຈຶ່ງມີສີສັນຫຼາຍ."

"ແລະທ່ານກໍມີຊຸມຊົນຈີນ, ແລະທຸກຢ່າງເປັນສີແດງ, ມັນເປັນສີແດງສໍາລັບຄວາມຊົງຈຳ (Remembrance) ແຕ່ມັນກໍເປັນສີແດງ ເພື່ອຄວາມຈະເລີນຮຸ່ງເຮືອງເຊັ່ນກັນ. ເມື່ອພວກເຂົາເຈົ້າ ເຮັດຮູບຂອງທະຫານຈີນ, ພວກເຂົາເຈົ້າມີຄວາມສຳພັນ ທີ່ແໜ້ນໜາ ແລະມີຄວາມເຄົາລົບຢ່າງເລິກເຊິ່ງ ຕໍ່ຄວາມຮູ້ສຶກເປັນສ່ວນນຶ່ງ ຂອງບັນພະບຸຣຸດ."Mr Nadeson ກ່າວຕື່ມ.

ANZAC Day March in Sydney
Crowds are seen during the ANZAC Day March in Sydney, Australia, on Tuesday, April 25, 2023. (Photo by Steven Saphore/Anadolu Agency via Getty Images) Source: Anadolu / Anadolu/Anadolu Agency via Getty Images
Ms McAuslan ທີ່ບໍານານແລ້ວ ເຄີຍໄດ້ເຮັດວຽກ ຮ່ວມກັບຊຸມຊົນຫຼາຍວັດທະນະທັມ ໃນຣັດ Victoria ກ່າວວ່າ ຜູ້ຄົນທີ່ມາຈາກພື້ນຖານທີ່ແຕກຕ່າງກັນ ທາງດ້ານວັດທະນະທັມ ຢາກເຊື່ອມຕໍ່ກັບວັນ Anzac.

ນາງກ່າວວ່າ ຈາກການສັງເກດຂອງຂ້າພະເຈົ້າ ໃນສ່ວນຂອງຄົນທີ່ຂ້າພະເຈົ້າໄດ້ຕິດຕໍ່ດ້ວຍ ແມ່ນວ່າ ມີຄວາມຕ້ອງການ ທີ່ຈະເປັນສ່ວນນຶ່ງຂອງ Anzac, ຢາກຈະມີສ່ວນຮ່ວມ ໃນວັນທີ່ສໍາຄັນຫຼາຍໃນປວັດສາດຂອງອອສເຕຣເລັຍ."

ທຸກໆວັນທີ 25 ເມສາ, Alex Ilyin ແລະລູກຊາຍຂອງລາວ ພະຍາຍາມທີ່ຈະຮັກສາປະເພນີຂອງເຂົາເຈົ້າ ໂດຍການເຂົ້າຮ່ວມ ການເດີນຂະບວນAnzac Day ເພື່ອເປັນກຽດ ແກ່ຜູ້ທີ່ຮັບໃຊ້ໃນກອງທັບອອສເຕຣເລັຍ.

"ມີການສືບຕໍ່ປະເພນີ Anzac. ລູກຊາຍຂອງຂ້າພະເຈົ້າ ໄດ້ເປັນທະຫານໃນກອງທັບ, ລາວປະຈໍາການຢູ່ໃນ Iraq, Timor, ແລະ Solomon Islandໃນຖານະ ຜູ້ຮັກສາສັນຕິພາບ. ດັ່ງນັ້ນ, ປະເພນີຍັງແຂງແຮງດີ ແລະຍັງມີຊີວິດຢູ່."

"ມີການສືບຕໍ່ປະເພນີ Anzac. ລູກຊາຍຂອງຂ້າພະເຈົ້າ ໄດ້ເປັນທະຫານໃນກອງທັບ, ລາວປະຈໍາການຢູ່ໃນ Iraq, Timor, ແລະ Solomon Islandໃນຖານະ ຜູ້ຮັກສາສັນຕິພາບ. ດັ່ງນັ້ນ, ປະເພນີຍັງແຂງແຮງດີ ແລະຍັງມີຊີວິດຢູ່."

ເພື່ອຮຽນຮູ້ເພີ່ມເຕີມ ກ່ຽວກັບປວັດສາດຂອງ Anzac, ຢ້ຽມຢາມເວັບໄຊ Anzac ຂອງຣັຖບານ ອອສເຕຣເລັຍ () ແລະ

*The Returned and Services League

ເນື້ອເລື່ອງໂດຍ  Olga Klepova ແລະ Yumi Obaຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share
Published 30 April 2024 3:47pm
By Olga Klepova, Yumi Oba
Presented by Sak Phoumirath
Source: SBS


Share this with family and friends