ຈຸດສໍາຄັນ
- ທ່ານຄວນໂທຫາ Triple Zero (000) ໃນກໍຣະນີສຸກເສີນທີ່ເປັນອັນຕະຣາຍຕໍ່ຊີວິດຫຼື ສຳຄັນຕໍ່ເວລາເທົ່ານັ້ນ
- ຫາກຕ້ອງການຕິດຕໍ່ຫາຕໍາຫຼວດສໍາລັບເຫດການທີ່ບໍ່ດ່ວນ, ໂທຫາສາຍການຊ່ວຍເຫຼືອຂອງຕໍາຫຼວດ (131 444).
- ມີເຄື່ອງມືໃນໂທຣະສັບມືຖືເພື່ອຊ່ວຍໃຫ້ທ່ານຣະບຸສະຖານທີ່ຂອງທ່ານໄດ້ໄວ ແລະຖືກຕ້ອງ ເມື່ອຮ້ອງຂໍຄວາມຊ່ວຍເຫຼືອສຸກເສີນ.
ໃນອອສເຕຣເລັຍ, Triple Zero (000) ແມ່ນຫມາຍເລກ ບໍລິການສຸກເສີນແຫ່ງຊາດ ທີ່ທ່ານສາມາດ ເອີ້ນໃຫ້ຣົດພະຍາບານ, ບໍລິການດັບໄຟ ຫຼືຕໍາຫຼວດ ເມື່ອທ່ານກໍາລັງຢູ່ໃນ ພາວະສຸກເສີນ ທີ່ຄຸກຄາມຕໍ່ຕໍ່ຊີວິດຫຼືສຳຄັນຕໍ່ເວລາ.
ໃນຣັດວິກຕໍເຣັຍພຽງຣັດດຽວ, ນັ້ນແມ່ນການໂທຫນຶ່ງເທື່ອ ຕໍ່ທຸກໆ 11 ວິນາທີ, ອີງຕາມໜ່ວຍງານ ໂທຣະຄົມມະນາຄົມສຸກເສີນ (ESTA).
Senior Sergeant Kristy Walters ຜູ້ອໍານວຍການ PoliceLink ຂອງ NSW ກ່າວວ່າ ຜູ້ຄົນ ສາມາດຊ່ວຍຫຼຸດ ຈຳນວນ ການໂທຣະສັບຫາ Triple Zero ໄດ້ ໂດຍໂທຫາ Triple Zero ໃນເຫດສຸກເສີນເທົ່ານັ້ນ.
ນາງກ່າວເນັ້ນວ່າ, "ຖ້າຫາກພວກເຮົາກໍາລັງລົມ ກັບໃຜຈັກຄົນ ແລະ ຕອບການສອບຖາມ ທີ່ບໍ່ຮີບດ່ວນຂອງເຂົາ ເຈົ້າ, ນັ້ນຫມາຍຄວາມວ່າການ ໂທຣະສັບສຸກເສີນ ຂອງພວກເຮົາ ກໍາລັງລໍຖ້າຢູ່ ແລະ ບໍ່ສາມາດຜ່ານໄດ້ໄວເທົ່າທີ່ ພວກເຮົາຕ້ອງການ.”
ດັ່ງນັ້ນເມື່ອໃດທີ່ຈະໂທ Triple Zero ຫາຕໍາຫຼວດ?
Senior Sergeant Walters ກ່າວວ່າ ມັນເປັນສິ່ງສໍາຄັນທີ່ຈະໂທຫາ Triple Zero ທັນທີ ເມື່ອຕົວທ່ານເອງ ຫຼື ຄົນອື່ນ ຕົກຢູ່ໃນອັນຕະລາຍ.
ທ່ານຄວນໂທຫາ Triple Zero ເມື່ອມີອາຊະຍາກັມ ທີ່ກໍາລັງດໍາເນີນຢູ່ ຫຼືທ່ານຫາກໍໄດ້ເຫັນການກໍ່ອາຊະຍາກັມ ແລະ ມີໂອກາດທີ່ຕໍາຫຼວດ ຈະຈັບຕົວຜູ້ກະທໍາຜິດໄດ້ແທ້... ທີ່ສໍາຄັນ ເມື່ອທ່ານ ຫຼືຜູ້ໃດຜູ້ຫນຶ່ງ ໃນທີ່ເກີດເຫດຕ້ອງການ ຄວາມຊ່ວຍເຫຼືອ ຢ່າງຮີບດ່ວນຈາກຕໍາຫຼວດ.
ສາຍການຊ່ວຍເຫຼືອຂອງຕໍາຫຼວດ
Acting Sergeant Katie Fish ຈາກສາຍການຊ່ວຍເຫຼືອຂອງຕໍາຫຼວດໃນ ຣັດວິກຕໍເຣັຍ ຊີ້ໃຫ້ເຫັນວ່າ ຫາກມີ ອາຊະຍາກັມເລັກນ້ອຍ ແລະ ເຫດການທີ່ບໍ່ຮີບດ່ວນ ເຊັ່ນ: ການລັກຂະໂມຍ, ການໂຈຣະກັມ, ຊັບສິນທີ່ສູນເສັຍ ຫຼື ຄວາມເສັຍຫາຍຂອງຊັບສິນເລັກນ້ອຍ ທີ່ເກີດຂຶ້ນເມື່ອດົນນານແລ້ວ ຄວນລາຍງານ ທີ່ສາຍການຊ່ວຍເຫຼືອຂອງຕໍາຫຼວດ ທີ່ໝາຍເລກ: 131 444.

Police Assistance Line (131 444) is available nationwide 24 hours a day, seven days a week. Source: Victoria Police
ຕົວຢ່າງເຊັ່ນ:
"ຖ້າຫາກວ່າທ່ານໄດ້ສູນເສຍຊັບສິນ ຢູ່ເທິງຣົດໄຟ ຫຼື ຕອນທີ່ເດີນທາງກັບບ້ານຈາກບ່ອນໃດບ່ອນຫນຶ່ງ, ຖ້າມີສິ່ງໃດສິ່ງຫນຶ່ງທີ່ຖືກລັກ ຕົວຢ່າງວ່າ ຣົດຖີບຫຼືຣົດ, ແຜ່ນຫມາຍເລກທະບຽນ ຫຼືສິ່ງໃດກໍຕາມທີ່ຖືກລັກໄປ, ຫຼືຖ້າມີຄົນລັກຂອງໃນເຮືອນຂອງທ່ານ ໃນຂນະທີ່ທ່ານບໍ່ຢູ່, ທ່ານສາມາດລາຍງານທັງຫມົດ ທີ່: 131 444."
ໃນເຫດຣົດຕໍາກັນເລັກນ້ອຍ ບໍ່ມີຂໍ້ກໍານົດທີ່ຈະແຈ້ງໃຫ້ຕໍາຫຼວດຊາບ.
ສໍາລັບອຸບັດຕິເຫດຣົດເລັກນ້ອຍ ທີ່ບໍ່ມີໃຜໄດ້ຮັບບາດເຈັບ ແລະສິ່ງຕ່າງໆເຊັ່ນ ຢາເສບຕິດ ແລະເຫຼົ້າບໍ່ມີສ່ວນກ່ຽວຂ້ອງ, ໂດຍທົ່ວໄປແລ້ວຕໍາຫຼວດບໍ່ຈໍາເປັນຕ້ອງໄປທີ່ເກີດເຫດນັ້ນ. ທ່ານສາມາດແລກປ່ຽນ ລາຍລະອຽດກັບຜູ້ ຂັບຣົດອີກຄົນຫນຶ່ງ ແລະ ດໍາເນີນການຜ່ານບໍຣິສັດປະກັນພັຍຂອງທ່ານ ຖ້າຫາກທ່ານຕ້ອງການທີ່ຈະເຮັດແບບນັ້ນ."
ແຕ່ຖ້າຫາກວ່າມີຄົນໄດ້ຮັບບາດເຈັບໃນເຫດການອຸບັດເຫດທາງຣົດ ຫຼື ຣົດທີ່ກ່ຽວຂ້ອງນັ້ນກີດຂວາງການສັນຈອນ, ຄວນແຈ້ງ Triple Zero ທັນທີ.
Acting Sergeant Fish ເນັ້ນວ່າ ຜູ້ໃດທີ່ຕົກຢູ່ໃນອັນຕະຣາຍທັນທີ ຈາກພຶດຕິກໍາທີ່ຮຸນແຮງ ຂອງຄູ່ ຫຼື partner ສາມາດໂທຫາຕໍາຫຼວດໄດ້ທີ່ Triple Zero.

There is no requirement to report a minor car collision to the police. Source: Getty Images/Guido Mieth

Police and emergency personnel work at the scene of where a car ran over pedestrians in Flinders Street in Melbourne Source: MARK PETERSON/AFP via Getty Images
"ທ່ານຕ້ອງໂທຫາ triple zero. ຄວາມຮຸນແຮງໃນຄອບຄົວ ເປັນອາຊະຍາກັມ ແລະ ຕໍາຫຼວດຈະມາຊ່ວຍທ່ານໃຫ້ ປອດພັຍ."
ໃນເຫດການທີ່ກ່ຽວຂ້ອງກັບ ສະພາບອາກາດ ເຊັ່ນ: ພັຍນ້ຳຖ້ວມ, ລົມພາຍຸ ຫຼື ເຫດສຸກເສີນດິນເຈື່ອນ ບ່ອນທີ່ມີ ຄວາມເສັຍຫາຍທາງດ້ານໂຄງສ້າງ ທີ່ສໍາຄັນຕໍ່ເຮືອນ ຫລືຊັບສິນ ແຕ່ບໍ່ມີໃຜຕົກຢູ່ໃນສະພາບທີ່ເປັນອັນຕະຣາຍ ຕໍ່ ຊີວິດ, ຄວນຕິດຕໍ່ ຫນ່ວຍງານສຸກເສີນຂອງ ຣັດ (SES) ແທນທີ່ຈະເປັນ Triple Zero
Acting Sergeant Fish ກ່າວວ່າ "ໃນເຫດການນີ້ ທ່ານຕ້ອງຕິດຕໍ່ ກັບຫນ່ວຍ ບໍຣິການ ສຸກເສີນຂອງ ຣັດ ທີ່ເອີ້ນກັນ ອີກວ່າ SES ແລະ ໝາຍເລກ 132 500."
ມີບໍຣິການລ່າມແປພາສາໃຫ້ທ່ານ

For storm and flood assistance, call the State Emergency Service (SES). Source: Getty Images/doublediamondphoto
Triple Zero ແລະ Police Assistance Line ຍັງສາມາດໃຫ້ບໍລິການ ແປພາສາ ໂດຍບໍ່ເສັຍຄ່າ ສໍາລັບຜູ້ໂທຣະສັບທີ່ບໍ່ສາມາດ ເວົ້າພາສາອັງກິດໄດ້ ເມື່ອທ່ານລະບຸວ່າທ່ານຕ້ອງການພາສາໃດ.
ເມື່ອໂທຫາ Triple Zero, Senior Sergeant Walters ແນະນໍາໃຫ້ຜູ້ໂທຣະສັບນັ້ນ ຕັ້ງສະຕິ ແລະ ມີສະມາທິ.
"ພະຍາຍາມ ຕັ້ງສະຕິ ແລະຟັງຄໍາຖາມທີ່ຜູ້ດໍາເນີນງານຈະຖາມ. ການຮູ້ສະຖານທີ່ຂອງທ່ານ ແມ່ນສິ່ງທີ່ສໍາຄັນທີ່ສຸດ ທີ່ພວກເຮົາຈະຖາມທ່ານ. ສະນັ້ນ, ຖ້າທ່ານບໍ່ຮູ້, ໃຫ້ພິຈາຣະນາການດາວໂຫລດແອັບ Emergency PlusApp, ໂດຍໃຊ້ແຜນທີ່ ຫຼືເຄື່ອງມືອື່ນໆຮອບຂ້າງທ່ານ, ຫຼືຖາມຄົນອື່ນ, ເພາະວ່າຖ້າພວກເຮົາບໍ່ຮູ້ວ່າທ່ານຢູ່ໃສ ມັນສາມາດເຮັດໃຫ້ຊັກຊ້າໃນການຕອບສະຫນອງ ຫຼື ບໍຣິການທ່ານ."
ແອັບພລິເຄຊັນ ມືຖື Mobile apps ສາມາດຊ່ວຍຊອກຫາຕຳແໜ່ງຂອງທ່ານໄດ້.

A man talks to police after he was rescued from his submerged car by State Emergency Service workers in Windsor on July 04, 2022 in Sydney Australia Source: Jenny Evans/Getty Images
ແອັບພລິເຄຊັນມືຖື ແລະ ເປັນເຄື່ອງມືໃນໂທຣະສັບມືຖືທີ່ແນະນໍາໂດຍຣັຖບານ ອອສເຕຣເລັຍ ເພື່ອຊ່ວຍເຫຼືອຜູ້ໂທ Triple Zero ໃນການຣະບຸສະຖານທີ່ຂອງພວກເຂົາຢ່າງວ່ອງໄວແລະຖືກຕ້ອງໃນທົ່ວອອສເຕຣເລັຍ
ໃນທີ່ສຸດ, Acting Sergeant Fish ເຕືອນທຸກຄົນໃຫ້ຄິດຢ່າງ ຮອບຄອບ ກ່ອນທີ່ຈະໂທຫາ Triple Zero.
ຖ້າພວກເຮົາສາມາດຮັກສາ Triple Zero ສໍາລັບເຫດການສຸກເສີນຫຼືເຫດການທີ່ກໍາລັງເກີດຂຶ້ນໃນຕອນນີ້, ນັ້ນຈະເປັນການຊ່ວຍຊີວິດໄດ້. ຖ້າຫາກວ່າທ່ານບໍ່ແນ່ໃຈແລະທ່ານບໍ່ຄິດວ່າມັນເປັນພາວະສຸກເສີນ, ໂທຣະສັບໄປທີ່ 131 444 ແລະຜູ້ປະຕິບັດງານກໍ ຈະສາມາດຊ່ວຍທ່ານ ແລະຕັດສິນໃຈໃຫ້ທ່ານ.
ສໍາລັບຂໍ້ມູນເພີ່ມເຕີມ, ໃຫ້ເຂົ້າໄປທີ່ .
ສໍາລັບ ການບໍຣິການລ່າມແປພາສາ, ໂທ 131 450
ສໍາລັບການຊ່ວຍດ້ານຄວາມຮຸນແຮງໃນຄອບຄົວ ໃຫ້ໂທຫາ 1800RESPECT (1800 737 732)