ຈຸດສຳຄັນ
- ໂຄງການ "ຢຸດໃນຕອນເລີ່ມຕົ້ນ" (“Stop it at the Start”) ມີຈຸດປະສົງເພື່ອທໍາລາຍວົງຈອນຂອງຄວາມຮຸນແຮງໂດຍການຊຸກຍູ້ໃຫ້ ຜູ້ໃຫຍ່ມີອິດທິພົນໃນທາງບວກໃນວັຍຫນຸ່ມtop it at the Start” campaign aims to break the cycle of violence by encouraging adults to have positive influences in young people
- ເຮົາຕ້ອງຢຸດການແກ້ຕົວ ແລະໃຫ້ຄວາມຮູ້ແກ່ເດັກນ້ອຍກ່ຽວກັບພຶດຕິກັມທີ່ສ້າງຄວາມເຄົາລົບWe must stop excuses and educate children about respectful behaviour
- ແຫຼ່ງຂໍ້ມູນມີໄວ້ເພື່ອຊ່ວຍໃຫ້ທ່ານມີສ່ວນຮ່ວມໃນການສົນທະນາources are available to help you engage in conversation
ເຮົາເຄີຍໄດ້ຍິນສໍານວນຕ່າງໆເຊັ່ນ "ເດັກຊາຍຈະເປັນເດັກຊາຍ" ຫຼື "ບໍ່ເປັນຫຍັງ, ລາວກໍເຮັດເພາະລາວມັກເຈົ້າ", ກ່ຽວກັບພຶດຕິກັມທີ່ບໍ່ມີຄວາມເຄົາລົບ ຫຼືຮ້າຍແຮງ ຕໍ່ເດັກຍິງຫຼືຜູ້ຍິງເລື້ອຍສ່ຳໃດ?
ຜູ້ຊ່ຽວຊານກ່າວວ່າ, ເຖິງແມ່ນວ່າສໍານວນເຫລົ່ານີ້ ເບິ່ງຄືວ່າບໍ່ມີອັນຕະລາຍຖ້າເບິາງແບບຜິວເຜີນ, ແຕ່ໃນຄວາມຈິງແລ້ວ ພວກເຮົາກໍາລັງທໍາການກ້າວຮ້າວກາຍເປັນສິ່ງປົກກະຕິ ແບບບໍ່ຮູ້ຕົວ ຍ້ອນຄຶດວ່າເປັນສິ່ງທີ່ມີຢູ່ໃນເດັກຊາຍ ຫລືສິ່ງທີ່ຖືກຍຸແຫຍ່ໂດຍເດັກຍິງ.
ບໍ່ແມ່ນການບໍ່ເຄົາລົບທຸກຮູບແບບ ຈະນໍາໄປສູ່ຄວາມຮຸນແຮງ, ແຕ່ຄວາມຮຸນແຮງທັງຫມົດ ຕໍ່ແມ່ຍິງເລີ່ມຕົ້ນດ້ວຍ ພຶດຕິກັມທີ່ຂາດຄວາມເຄົາລົບ. ພວກເຮົາສາມາດຍຸດຕິວົງຈອນນີ້ ໄດ້ໂດຍການຢຸດມັນໃນຕອນເລີ່ມຕົ້ນ.
ການຣົນນະຣົງ “Stop it at the start” ແມ່ນຫຍັງ?
"ຢຸດມັນໃນຕອນເລີ່ມຕົ້ນ" ຫຼື “Stop it at the start” ແມ່ນການຣົນນະຣົງແຫ່ງຊາດ ເພື່ອທໍາລາຍວົງຈອນຂອງຄວາມຮຸນແຮງທີ່ກ່ຽວກັບເພດທັງຫມົດ.
ການຣົນນະຣົງໄດ້ເລີ່ມຕົ້ນໃນປີ 2016 ຫຼັງຈາກທີ່ມີສະຖິຕິ ທີ່ຫນ້າຕົກໃຈ ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍ.
ອີງຕາມຂໍ້ມູນຈາກສຳນັກງານສະຖິຕິຂອງອອສເຕຣເລັຍ,
ຜູ້ຍິງຫນຶ່ງໃນສາມ ຕົກເປັນເຫຍື່ອຂອງຄວາມຮຸນແຮງທາງດ້ານຮ່າງກາຍຫຼືທາງເພດ ຕັ້ງແຕ່ອາຍຸ 15 ປີ ໂດຍຄົນທີ່ຮູ້ຈັກກັບເຂົາເຈົ້າ.
ເກືອບຫນຶ່ງ ໃນ ສີ່ ຂອງຜູ້ຍິງ ໄດ້ຖືກຄູ່ຄອງທໍາຮ້າຍທາງອາລົມ ຕັ້ງແຕ່ ອາຍຸ 15 ປີ.
We know that on average, one woman is killed by their current or former partner every 10 daysAssistant Minister for Social Services and Prevention of Family Violence, Justine Elliot
"ວິທີດຽວທີ່ຈະເຫັນການຫຼຸດລົງຢ່າງຕໍ່ເນື່ອງແມ່ນຜ່ານການເອົາໃຈໃສ່ຢ່າງແຂງແຮງ ຂອງຊາດໃນການແກ້ໄຂຄວາມບໍ່ສເມີພາບທາງເພດ ແລະຮູບແບບອື່ນໆຂອງການ ການເລືອກປະຕິບັດແລະຂໍ້ເສັຍປຽບອື່ນໆ."" ຜູ້ຊ່ວຍຣັຖມົນຕີກະຊວງບໍຣິການສັງຄົມ ແລະການປ້ອງກັນຄວາມຮຸນແຮງໃນຄອບຄົວ, ທ່ານນາງ Justine Elliot ກ່າວຕໍ່ SBS.
ໂດຍທີ່ຮັບຮູ້ວ່າພຶດຕິກັມຂອງຄົນຫນຸ່ມມີອິດທິພົນ ແລະຖືກຫລໍ່ຫລອມໂດຍຜູ້ໃຫຍ່, ຜູ້ດູແລ, ແລະຜູ້ມີອິດທິພົນຢູ່ອ້ອມຂ້າງເຂົາເຈົ້າ, ການຣົນນະຣົງໄດ້ແນເປົ້າໝາຍໃສ່ພໍ່ແມ່ແລະສະມາຊິກໃນຄອບຄົວຂອງເດັກນ້ອຍອາຍຸລະຫວ່າງ 10-17ປີ, ເພື່ອໄຕ່ຕອງທັສນະຂອງເຂົາເຈົ້າແລະເປັນອິດທິພົນໃນທາງບວກ.
ຮັບຮູ້ວົງຈອນຂອງຄວາມຮຸນແຮງ
Dr Rosina McAlpine ຜູ້ຊ່ຽວຊານດ້ານການເປັນພໍ່ແມ່ແລະຜູ້ຂຽນ Inspired Children ກ່າວວ່າ: ຄວາມຮຸນແຮງບໍ່ມີການເລີ້ມຕົ້ນ ແຕ່ມັນເຕີບໃຫຍ່
1. ໂດຍທີ່ໄດ້ເຕີບໃຫຍ່ຂຶ້ນຢູ່ໃນບ້ານທີ່ຄວາມຮຸນແຮງ ທີ່ໄດ້ຖືກສົ່ງຈາກ ພໍ່ຕູ້ຂອງນາງ ໄປຫາພໍ່ຂອງນາງ, Dr Rosina McAlpine ໄດ້ປະສົບກັບວົງຈອນຂອງຄວາມຮຸນແຮງດ້ວຍຕົວເອງ.
"ພໍ່ຂອງພວກເຮົາແມ່ນມາຈາກຄົນລຸ້ນຫນຶ່ງ ທີ່ພວກເຂົາເຊື່ອວ່າວິນັຍການລົງໂທດ ທາງຮ່າງກາຍແມ່ນວິທີທີ່ຈະລ້ຽງດູລູກທີ່ດີ.”

Past generations believed that discipline and corporal punishment was the way to raise good kids. Credit: FluxFactory/Getty Images
ນາງຈື່ໄດ້ວ່າ ນາງໄປໂຮງຮຽນໂດຍນຸ່ງໂສ້ງ ໃນລະດູຮ້ອນ ເພື່ອປົກປິດຮອຍຊ້ຳ.
"ແຕ່ໃນສມັຍນັ້ນ ບໍ່ມີໃຜເວົ້າຫຍັງເລີຍ, ແລະສໍາລັບພວກເຮົາ ມັນເປັນເລື່ອງທັມມະດາ ຢູ່ໃນຊຸມຊົນຂອງພວກເຮົາ.”
"ທ່ານສາມາດຮຽນຮູ້ສິ່ງທີ່ຜິດປົກກະຕິຫຼາຍຢ່າງ, ແລະຫຼາຍຄົນກໍຮຽນຮູ້ ໃນສະພາບແວດລ້ອມນັ້ນ. ໃນຖານະທີ່ເປັນເດັກນ້ອຍ ພວກເຮົາໄດ້ຮັບການສອນ ກ່ຽວກັບຊີວິດຄອບຄົວແມ່ນຫຍັງ, ສິ່ງທີ່ເປັນທີ່ຍອມຮັບໄດ້ ແລະສິ່ງທີ່ ບໍ່ເປັນທີ່ຍອມຮັບ, ແລະສິ່ງທີ່ເປັນທາງທີ່ຖືກຕ້ອງແລະສິ່ງທີ່ບໍ່ຖືກຕ້ອງ."
ສິ່ງທີ່ເຮັດໃຫ້ການທໍາລາຍວົງຈອນດັ່ງກ່າວມີຄວາມຫຍຸ້ງຍາກກໍຄື, ເຊັ່ນດຽວກັບພໍ່ຂອງ Dr McAlpine, ຫຼາຍຄົນທີ່ກໍ່ພຶດຕິກໍາທີ່ຮ້າຍແຮງ, ພວກເຂົາເຊື່ອວ່າ ພວກເຂົາກໍາລັງ ເຮັດສິ່ງທີ່ຖືກຕ້ອງໃນການລ້ຽງລູກ.
ດັ່ງນັ້ນ, ວົງຈອນດັ່ງກ່າວ ຈຶ່ງສາມາດດໍາເນີນຕໍ່ໄປໄດ້ ເພາະພວກເຂົາບໍ່ຮູ້ຈັກທາງອື່ນ, ນາງອະທິບາຍ.
When I was younger, I was worried that I would be like my dad. I've spent many years researching and sharing supportive parenting approaches. I have broken the cycle of violence with my family.Dr Rosina McAlpine, Parenting expert and author of 'Inspired Children'.
ຢຸດຂໍ້ແກ້ຕົວ
ການຫາຂໍ້ແກ້ຕົວສໍາລັບພຶດຕິກັມທີ່ບໍ່ເຄົາລົບຫລືຮຸກຮານຕໍ່ເດັກຍິງ, ສາມາດ ຫລໍ່ຫລອມ ຄວາມຄິດເຫັນຂອງຄົນຫນຸ່ມກ່ຽວກັບສິ່ງທີ່ເປັນທີ່ຍອມຮັບໄດ້.
ສະນັ້ນ,ຄໍາສັບທີ່ເບິ່ງຄືວ່າບໍ່ໃຫ້ໂທດ, "ເດັກຊາຍຈະເປັນເດັກຊາຍ" ອາດຈະຖືກຕີຄວາມຫມາຍ ໂດຍເດັກຍິງວ່າ" ມັນເປັນພຽງສິ່ງທີ່ ເດັກຊາຍເຮັດ-ຂ້ອຍຄວນຈະລຶ້ງກັບມັນ" ຫຼືແປໂດຍເດັກຊາຍວ່າ "ພວກເຮົາເປັນແບບນັ້ນ, ມັນບໍ່ເປັນຫຍັງ”
Dr McAlpine ກ່າວວ່າ, ພວກເຮົາບໍ່ຕ້ອງປ່ອຍໃຫ້ມີຂໍ້ແກ້ຕົວເຫລົ່ານີ້ ແລະໃຫ້ຄວາມຮູ້ ແກ່ເດັກນ້ອຍກ່ຽວກັບສິ່ງທີ່ເປັນພຶດຕິກັມທີ່ມີຄວາມເຄົາຣົບ.
ການສົນທະນາຢ່າງກະຕືລືລົ້ນ, ເປີດກວ້າງ, ຕໍ່ເນື່ອງ
ສ່ວນຫນຶ່ງຂອງການຣົນນະຣົງນັ້ນແມ່ນເພື່ອ "ຊຸກຍູ້ການສົນທະນາຢ່າງກະຕືລືລົ້ນ, ເປີດກວ້າງ ແລະ ຕໍ່ເນື່ອງກ່ຽວກັບຄວາມສໍາພັນ ທີ່ນັບຖື ແລະຄວາມສເມີພາບ ທາງເພດ." ທ່ານນາງ Elliot ກ່າວ.
"ມັນເປັນສິ່ງສໍາຄັນທີ່ຈະເລີ່ມຕົ້ນການສົນທະນານັ້ນ."
ການສົນທະນາກ່ຽວກັບພຶດຕິກັມທີ່ບໍ່ມີຄວາມເຄົາລົບ ແລະຮຸກຮານກັບເດັກນ້ອຍ ບໍ່ໄດ້ເປັນເລື່ອງງ່າຍ. ແຕ່ພໍ່ແມ່ແລະຜູ້ດູແລຕ້ອງພ້ອມທີ່ຈະເວົ້າແລະເວົ້າເລື້ອຍໆ.
It’s never too young or never too late to talk to your childrenDr Rosina McAlpine
ຫນຶ່ງໃນແຫຼ່ງຂໍ້ມູນໂດຍການຣົນນະຣົງມີໃຫ້ກໍແມ່ນຄູ່ມືສົນທະນາ. ມັນເປັນເຄື່ອງມື ທີ່ຊ່ວຍໃຫ້ທ່ານເລີ່ມຕົ້ນການສົນທະນາແລະເພື່ອຕອບຄຳຖາມຈາກເດັກນ້ອຍ.
As teachers, as parents, at every stage, it is important not to make excuses, instead stopping and educating, [and] having those conversations around what is respectful behaviour.Dr Rosina McAlpine
ດັ່ງນັ້ນ,ຖ້າຫາກວ່າອ້າຍເອື້ອຍນ້ອງກໍາລັງຜິດກັນ, ແທນທີ່ຈະບໍ່ສົນໃຈຕໍ່ສະຖານະການ ໂດຍໃຊ້ "ຂໍ້ແກ້ຕົວ", ຢຸດແລະຖາມເຂົາເຈົ້າວ່າ "ແມ່ນພຶດຕິກັມທີ່ຖືກຕ້ອງບໍ?", "ແມ່ນຄວາມນັບຖືຫຼືບໍ່?", "ທ່ານຈະຮູ້ສຶກແນວໃດຖ້າເປັນທ່ານ?" ທ່ານ Dr McAlpine ແນະນໍາ.
ນອກນັ້ນຍັງມີທີ່ຊ່ອຍໃຫ້ພໍ່ແມ່ ແລະສະມາຊິກໃນຄອບຄົວ ສາມາດລະບຸ ແລະເຂົ້າໃຈທັສນະ ຂອງເດັກກ່ຽວກັບ ຄວາມນັບຖື, ໃຫ້ທ່ານມີບ່ອນທີ່ຈະເລີ່ມຕົ້ນການສົນທະນາ.
ການແກ້ໄຂບັນຫາໃນທາງທີ່ລະອຽດອ່ອນທາງດ້ານວັທນະທັມ
ທ່ານນາງ Elliot ກ່າວວ່າ ອັດຕາຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ມັກຈະສູງຂຶ້ນໃນຊຸມຊົນໃນກຸ່ມຫຼາຍວັດທນະທັມ ແລະພາສາທີ່ແຕກຕ່າງ (CALD) ບາງແຫ່ງ ເຊັ່ນດຽວກັນກັບກຸ່ມຊາວ Aboriginal and Torres Strait Islander
ພວກຜູ້ນໍາຂອງຊຸມຊົນ CALD ຍັງມີບົດບາດສໍາຄັນ ໃນການແກ້ໄຂບັນຫາເຫລົ່ານີ້ ໃນທາງທີ່ມີຄວາມລະອຽດອ່ອນທາງວັທນະທັມ.
Maria Dimopoulos ແມ່ນປະທານຄະນະກັມການຂອງ Safe and Equal, ເປັນຄະນະທີ່ ຊ່ຽວຊານສູງສຸດ ສໍາລັບການບໍລິການດ້ານຄວາມຮຸນແຮງໃນຄອບຄົວໃນຣັດ Victoria.
ທ່ານນາງກ່າວວ່າ ເມື່ອກ່າວເຖິງການປ້ອງກັນຂັ້ນຕົ້ນ ຂອງຄວາມຮຸນແຮງໃນຄອບຄົວຕໍ່ແມ່ຍິງ ແລະເດັກນ້ອຍໃນຊຸມຊົນເຫຼົ່ານີ້, ພວກເຮົາຕ້ອງເຮັດເຊັ່ນນັ້ນ ໃນວິທີ ທີ່ "ຮັບຮູ້ບົດບາດຂອງວັທນະທັມ, ບົດບາດຂອງການຕັ້ງຖິ່ນຖານ ແລະວິທີການ ທີ່ສໍາຄັນໃນການທີ່ຫຼາຍວັທນະທັມອາດມີຜົນກະທົບຕໍ່ປະສົບການເຫລົ່ານັ້ນ".
Rather than seek our culture or faith as a deficit, how do we use those frameworks to build strong and meaningful engagement in our communities?Maria Dimopoulos, Chair of Safe and Equal
ການຣົນນະຣົງ Stop it at the Start ມີຂໍ້ມູນທັງໃນພາສາຕ່າງໆ ແລະພາສາພື້ນເມືອງ, ແລະສາມາດເບິ່ງໄດ້ໃນເວັບໄຊທ໌ຂອງໂຄງການ.
ການຣົນນະຮົງນີ້ໃຊ້ໄດ້ຜົນ
Stop it at the Start ໄດ້ເຂົ້າສູ່ຂັ້ນຕອນທີສີ່ໃນປີນີ້ ແລະການປະເມີນຜົນ ທີ່ໄດ້ດໍາເນີນມາ ຈົນເຖິງປັດຈຸບັນໄດ້ພົບວ່າ 68ເປີເຊັນຂອງຄົນທັງຫມົດໄດ້ລະນຶກ ເຖິງສ່ວນປະກອບຂອງກິດຈະກັມການຣົນນະຣົງ
ທ່ານນາງ Elliot ກ່າວວ່າ "82 ເປີເຊັນ ຂອງຜູ້ຄົນທີ່ເຫັນການຣົນນະຣົງນີ້ເຂົ້າໃຈ ແລະຍອມຮັບບົດບາດຂອງເຂົາເຈົ້າ ໃນການສະແດງໃຫ້ຊາວຫນຸ່ມ ເຫັນວິທີປະຕິບັດດ້ວຍຄວາມນັບຖື."
ດັ່ງນັ້ນ, ເຮົາມາໃຫ້ຄວາມຮູ້ແກ່ລູກຂອງພວກເຮົາ ກ່ຽວກັບພຶດຕິກັມທີ່ເຄົາລົບ. ໂດຍການຮັບຮູ້ວົງຈອນຂອງຄວາມຮຸນແຮງ, ພວກເຮົາສາມາດຢຸດມັນ ໃນຕອນເລີ່ມຕົ້ນ, ແລະກາຍເປັນຕົວຢ່າງໃນທາງບວກ.
ການສນັບສນຸນແລະການບໍລິການ
ຖ້າທ່ານຫຼືຄົນທີ່ທ່ານຮູ້ຈັກໄດ້ຮັບຜົນກະທົບຈາກການລ່ວງລະເມີດ ທາງເພດ ຫຼືການທໍາຮ້າຍຮ່າງກາຍ, ໂທຫາ
1800RESPECT ທີ່ 1800 737 732 ຫຼື ເຂົ້າໄປໃນ: