ອອສເຕຣເລັຍ ບໍ່ແມ່ນປະເທດທີ່ໜາວຫຼາຍ ແຕ່ ໃນລະດູຫນາວກໍອາດຈະເຢັນຫຼາຍ ໃນບາງບ່ອນ
ຈຸດສໍາຄັນ
- ເຄື່ອງທຳຄວາມຮ້ອນໃນທີ່ຢູ່ອາສັຍແຕກຕ່າງກັນໃນອອສເຕຣເລັຍ, ຂຶ້ນກັບສະຖານທີ່ແລະຄວາມຊອບ
- ການໃຊ້ເຄື່ອງເຮັດຄວາມຮ້ອນພາຍນອກ ຢູ່ເຮືອນອາດຈະເປັນອັນຕຣາຍຕໍ່ຊີວິດໄດ້
- ທາງເລືອກທີ່ຍືນຍົງແມ່ນມີຈໍາກັດສໍາລັບຜູ້ເຊົ່າເມື່ອທຽບກັບເຈົ້າຂອງເຮືອນ
- ປະສິດທິພາບດ້ານພະລັງງານ ແລະ ການຫຼຸດຜ່ອນຄ່າໃຊ້ຈ່າຍແມ່ນເປັນໄປໄດ້ດ້ວຍການປ່ຽນແປງເລັກນ້ອຍ
ເມື່ອເວົ້າເຖິງລະບົບຄວາມຮ້ອນ, ໂດຍທົ່ວໄປແລ້ວເຮືອນໃນອອສເຕຣເລັຍແມ່ນລ້າຫຼັງຫມູ່ໃນຊີກໂລກເຫນືອຂອງພວກເຂົາ
Dr. Sven Teske, ຜູ້ອາສັຍຢູ່ Sydney ທີ່ມາຈາກເຢຍລະມັນ, ສາມາດຢືນຢັນໃນເລື່ອງນີ້.
"ຂ້ອຍບໍ່ເຄີຍໜາວຫຼາຍປານໃດຕອນຢູ່ບ້ານ, ຄືກັບຢູ່ໃນອອສເຕຣເລັຍ, ເພາະວ່າບໍ່ມີຕິດຕັ້ງລະບົບຄວາມຮ້ອນ. ແລະ ຫນຶ່ງໃນເຫດຜົນທີ່ວ່ານັ້ນອາດເປັນຍ້ອນວ່າ ໄລຍະ ທີ່ທຳຄວາມ ຮ້ອນນັ້ນແມ່ນສັ້ນຫຼາຍ...ສູງສຸດກໍພຽງແຕ່ສາມເດືອນ ໃນຂະນະທີ່ໄລຍະທຳຄວາມຮ້ອນໃນຢູໂຣບ ບ່ອນທີ່ຂ້ອຍມານັ້ນ, ແມ່ນຢູ່ລະຫວ່າງແປດຫາເກົ້າເດືອນ."
ລະບົບທີ່ເປັນສູນກາງຫຼືແບ່ງ?
Chris Barnes ຜູ້ຊ່ຽວຊານດ້ານຄວາມຮ້ອນໃນບ້ານ ທີ່ກຸ່ມສະຫນັບສະຫນູນຜູ້ບໍລິໂພກ Choice, ກ່າວວ່າ: "ຖ້າຫາກວ່າ ທ່ານຕ້ອງການທີ່ຈະ ຮັກສາເຮືອນທັງຫມົດໃຫ້ອົບອຸ່ນ, ບາງປະເພດຂອງລະບົບສູນກາງແມ່ນວິທີທີ່ດີ."
ແຕ່ຂໍ້ເສັຍຂອງ ລະບົບທີ່ເປັນສູນກາງ ອາດມີລາຄາແພງໃນການຕິດຕັ້ງແລະໃຊ້ ຖ້າວ່າບໍ່ໄດ້ນໍາໃຊ້ຢ່າງມີປະສິດທິພາບ.
ມັນມັກຈະມີຄ່າໃຊ້ຈ່າຍທີ່ກຸ້ມຄ່າ ແລະ ປະຫຍັດພະລັງງານ ທີ່ຈະທຳຄວາມຮ້ອນ ສະເພາະໃນສະ ຖານທີ່ ທີ່ທ່ານກໍາລັງໃຊ້ແທ້ໆ .
ລະບົບແບ່ງທົ່ວເຮືອນຫຼືເຄື່ອງເຮັດຄວາມຮ້ອນທີ່ສາມາດຍົກຍ້າຍໄດ້ແມ່ນອີກບາງທາງເລືອກ.
ເປັນມິດກັບສິ່ງແວດລ້ອມດ້ວຍເຄື່ອງທຳຄວາມຮ້ອນໃນເຮືອນຂອງທ່ານ
ຮອງສາສດາຈານ Dr. Teske ແລະ ຜູ້ອໍານວຍການຄົ້ນຄ້ວາ ສະຖາບັນເພື່ອອະນາຄົດ ແບບຍືນຍົງ ທີ່ University of Technology Sydney ໃຫ້ຂໍ້ສັງເກດວ່າ: ຄວາມຮ້ອນທີ່ປາສຈາກມົລພິດກໍອາດເປັນໄປໄດ້.
ແຕ່ທາງເລືອກສ່ວນໃຫຍ່ແມ່ນບໍ່ສາມາດເຂົ້າເຖິງຜູ້ເຊົ່າໄດ້ງ່າຍເພາະມັນຕ້ອງມີການຕິດຕັ້ງ.
ສໍາລັບເຈົ້າຂອງເຮືອນ ເປັນໄປໄດ້ທີ່ຈະສ້າງ ຫຼື ລົງທຶນໃສ່ປ້ຳຄວາມຮ້ອນ ເຊິ່ງທຳງານດ້ວຍໄຟຟ້າ. ນັ້ນແມ່ນວິທີທີ່ມີປະສິດທິພາບທີ່ສຸດຖ້າທ່ານໃຊ້ໄຟຟ້າເພື່ອໃຫ້ຄວາມຮ້ອນແກ່ເຮືອນຂອງທ່ານ, ແລະໄຟຟ້າສາມາດມາຈາກແສງຕາເວັນ.

Electricity sourced from solar panels can support emission-free heating systems, like hydronic radiators or a heat pump. Source: Getty / Getty Images/Pramote Polyamate
"ໄຟຟ້າທີ່ຜລິດໂດຍແຜ່ນແສງຕາເວັນມີຂໍ້ໄດ້ປຽບຫຼາຍຢ່າງຄື: ຫນຶ່ງ, ເຈົ້າຂອງເຮືອນ ສາມາດຜລິດ[ໄຟຟ້າ] ໄດ້ດ້ວຍຕົນເອງ ແລະ ສະນັ້ນຈຶ່ງເປັນອິດສຣະ ຈາກລາຄາຕລາດໄຟຟ້າ. ສອງ, ສາມາດເກັບກໍາໄຟຟ້າໄດ້; ນັ້ນເປັນ ທາງເລືອກນຶ່ງຂອງລະບົບຫມໍ້ໄຟ (Battery system). "
ຄວາມພະຍາຍາມໃນການບໍ່ປ່ອຍອາຍພິດເຮືອນແກ້ວມັນຈະຍາກກວ່າສໍາລັບຜູ້ເຊົ່າເມື່ອທຽບກັບ ເຈົ້າຂອງເຮືອນ.
ສໍາລັບການໃຊ້ລະບົບໄຟຟ້າ, ການປ່ຽນໄປໃຊ້ບໍລິສັດອໍານວຍຄວາມສະດວກ ທີ່ມີພະລັງງານສີຂຽວເປັນທາງເລືອກໜຶ່ງ, ແຕ່ວ່າການໃຫ້ຄວາມຮ້ອນຈາກແກັສແມ່ນ ທາງເລືອກທີ່ຍືນຍົງເຊິ່ງສ່ວນໃຫຍ່ບໍ່ສາມາດເຂົ້າເຖິງໄດ້.
"ຂ້ອຍອາສັຍ ຢູ່ໃນ Sydney ແລະຂ້ອຍກໍເຊົ່າເຮືອນຢູ່. ພວກເຮົາມີຖັງແກັສ, ສະນັ້ນ ມັນ ຈຶງ ເປັນ ໄປ ໄດ້ ທີ່ ຈະ ຊື້ແກັສຊີວະພາບໃນຖັງ, ເຖິງແມ່ນວ່າ ຂ້ອຍເອງ ບໍ່ສາມາດຊອກຫາ ບ່ອນຊື້ແກັສນັ້ນຢູ່ໃນ Sydney ໄດ້."
ຄວາມປອດພັຍໃນການທຳຄວາມຮ້ອນ
ອີງຕາມ Fire and Rescue NSW,ໃນເດືອນທີ່ເຢັນກວ່າ ຈະພົບວ່າມີການເພີ່ມຂຶ້ນ 10% ຂອງຈໍານວນໄຟໄໝ້ໃນເຮືອນ, ມີໄຟໄຫມ້ໃນຫ້ອງນອນແລະຫ້ອງຮັບແຂກຫຼາຍຂຶ້ນເນື່ອງຈາກເຄື່ອງເຮັດຄວາມຮ້ອນ, ແລະຜ້າຫົ່ມໄຟຟ້າ.
ມັນກໍເປັນອັນຕຣາຍຫຼາຍ, ແລະອາດເສັຍຊີວິດໄດ້ ໃນບາງກໍລະນີ, ທີ່ຈະນໍາເອົາເຄື່ອງເຮັດຄວາມຮ້ອນພາຍນອກ ເຂົ້າມາພາຍໃນເຮືອນ.
ເຈົ້າຫນ້າທີ່ເຕືອນ ບໍ່ໃຫ້ໃຊ້ອຸປະກອນທຳຄວາມຮ້ອນພາຍນອກ ຫຼື ອຸປະກອນເຮັດອາຫານ ພາຍ ໃນເຮືອນຂອງທ່ານ ລວມທັງເຄື່ອງທີ່ໃຊ້ກະເປົ໋າຮ້ອນ, ຖ່ານຫລື LPG ເປັນເຊື້ອໄຟ
ອຸປະກອນປະເພດນີ້ບໍ່ເຫມາະສົມສໍາລັບການນໍາໃຊ້ພາຍໃນເຮືອນ ແລະອາດ ນໍາໄປສູ່ການສະສົມອາຍຂອງແກັສທີ່ຮ້າຍແຮງເຊິ່ງອາດເປັນອັນຕຣາຍເຖິງຕາຍໄດ້. ກວດກາຄໍາແນະນໍາຂອງຜູ້ຜລິດສະເຫມີກ່ອນໃຊ້.
ສະພາບອາກາດທີ່ແຕກຕ່າງກັນ, ຄວາມຕ້ອງການທີ່ແຕກຕ່າງກັນ
Mr Barnes ອະທິບາຍວ່າ ເປັນຫຍັງສະພາບອາກາດທີ່ແຕກຕ່າງໃນທົ່ວປະເທດ ຈຶ່ງກາຍເປັນປັດຈັຍໃນການກໍານົດການເລືອກລະບົບຄວາມຮ້ອນຫຼືເຄື່ອງໃຊ້ໄຟຟ້າ.
ຄຳຕອບທີ່ຜູ້ຄົນ ຫັນໄປຫາໃນການ ທຳຄວາມຮ້ອນໃນເຮືອນນັ້ນມີຄວາມແຕກຕ່າງກັນໄປແຕ່ລະພູມິພາກ ແລະ ແຕ່ລະຣັດ

Some people have a reverse cycle air conditioner, but they only think of it as a cooling appliance, not realising it can be also used for heating. Source: Getty / Getty Images/Aja Koska
ຈົ່ງໃຊ້ພະລັງງານຢ່າງສລາດ
Andrew Reddaway ເຮັດວຽກເປັນທີ່ປຶກສາອາວຸໂສຂອງ Australian Energy Foundation ຜູ້ຮັບເຫມົາຮ່ວມມືກັບຣັຖບານ ACT ທີ່ຊ່ອຍໃຫ້ຜູ້ເຊົ່າປະເມີນພະລັງງານໃນເຮືອນ ໂດຍບໍ່ເສັຍຄ່າ.
ລາວເວົ້າວ່າ ໃສ່ສນວນ (Insulation) ເພດານເປັນສິ່ງສໍາຄັນ, ຕິດຕາມດ້ວຍສນວນຝາເຮືອນແລະພື້ນເຮືອນ, ເພື່ອຫຼີກເວັ້ນການສູນເສັຍຍພະລັງງານໃນຄວາມຮ້ອນຂອງທີ່ຢູ່ອາສັຍ.
ແລະບໍ່ວ່າປະເພດຂອງຄວາມຮ້ອນຈະເປັນແນວໃດ, ການນໍາໃຊ້ທີ່ມີປະສິດທິພາບແມ່ນມີຄວາມສໍາຄັນຄືກັນຄືກັນ.
"ຄໍາແນະນໍາງ່າຍໆຢ່າງຫນຶ່ງແມ່ນພະຍາຍາມທີ່ຈະບໍ່ໃຫ້ຄວາມຮ້ອນຫຼາຍກວ່າຕາມທ່ານຕ້ອງການ. ດັ່ງນັ້ນ, ຖ້າຫາກວ່າທ່ານໃຊ້ແຕ່ຫ້ອງດຽວ, ແລ້ວມັນກໍມີເຫດຜົນທີ່ຈະໃຫ້ຄວາມຮ້ອນສະເພາະຫ້ອງນັ້ນ ສະນັ້ນທ່ານສາມາດປິດປະຕູ ແລະພະຍາຍາມ ຮັກສາຄວາມຮ້ອນໄວ້." Mr Reddaway ກ່າວ.

Source: Getty / Getty Images/lucentius
"ການອັດຮູຮົ່ວຫຼືປ່ອງ ແມ່ນຫນຶ່ງໃນສິ່ງທີ່ປະຫຍັດຄ່າໃຊ້ຈ່າຍທີ່ດີທີ່ສຸດ ທີ່ທ່ານສາມາດເຮັດໄດ້ ເພື່ອປັບປຸງປະສິດທິພາບຂອງບ້ານ ຂອງທ່ານ ເພື່ອໃຫ້ຄວາມອົບອຸ່ນໃນລະດູຫນາວ ແລະ ຍັງ ໃຫ້ຄວາມເຢັນ ໃນລະດູຮ້ອນ. "
ໃນທີ່ສຸດ, ການມີຄວາມຮ້ອນທີ່ເຫມາະສົມສໍາລັບບ້ານຂອງທ່ານນັ້ນຂຶ້ນຢູ່ກັບ ປະສິດທິພາບ ຄວາມຮ້ອນຂອງເຮືອນນັ້ນເອງ, ພະລັງງານທີ່ມີປະສິດທິພາບ ແລະ ຍືນຍົງ ແລະ ການຊອບສ່ວນບຸກຄົນ, ທ່ານ Barnes ກ່າວ.
ຣັຖບານກາງ, ພາກຣັດ ແລະ ເຂດປົກຄອງໃຫ້ການສນັບສນູນ ແກ່ຄົວເຮືອນ ໃນການປັບປຸງປະສິດທິພາບດ້ານພະລັງງານຂອງພວກເຂົາ. ໂຄງການທີ່ແນໃສ່ການທຳຄວາມຮ້ອນໃນເຮືອນ ລວມເຖິງແຮງຈູງໃຈທາງດ້ານການເງິນ ສໍາລັບການຍົກລະດັບ ແລະຄໍາແນະນໍາຜູ້ຊ່ຽວຊານໂດຍບໍ່ເສັຍຄ່າໃຫ້ກັບເຈົ້າຂອງເຮືອນ.
For all energy rebates and incentive programs available in your state/territory visit website.