ຈຸດສໍາຄັນ
- AEC ໃຫ້ເຄື່ອງມືເພື່ອຊ່ວຍໃຫ້ທ່ານຊອກຫາເຂດເລືອກຕັ້ງ ແລະສູນກາງການລົງຄະແນນສຽງຂອງທ່ານ
- ມີທາງເລືອກໃນການລົງຄະແນນສຽງຫຼາຍທາງໃຫ້ທ່ານ ທັງກ່ອນວັນເລືອກຕັ້ງ ແລະ ໃນວັນເລືອກຕັ້ງ
- ຂໍ້ມູນການລົງຄະແນນສຽງ ມີຢູ່ໃນຫຼາຍພາສາ
- AEC ໃຫ້ບໍລິການແປພາສາທາງໂທລະສັບເພື່ອຊ່ວຍທ່ານໃນການລົງຄະແນນສຽງຂອງທ່ານ
ໃນອອສເຕຣເລັຍ, ພວກເຮົາ ມີອົງກອນອິດສະລະ ທີ່ຄວບຄຸມດູແລ ບົບການເລືອກຕັ້ງ. ຄະນະກໍາມະການເລືອກຕັ້ງຂອງ ອອສເຕຣເລັຍ (AEC) ໃຫ້ຄວາມແນ່ໃຈວ່າພົນລະເມືອງທີ່ມີສິດລົງຄະແນນເລືອກຕັ້ງ ທຸກຄົນມີໂອກາດທີ່ຈະຊ່ວຍຫຼໍ່ຫຼອມລັດຖະບານກາງຂອງພວກເຮົາ.
ລະບຸຕົວເຂດເລືອກຕັ້ງຂອງທ່ານ
ເຂດເລືອກຕັ້ງ ຂອງລັດຖະບານມີ ການແບ່ງແຍກ ອອກເປັນ151 ເຂດ ຢູ່ໃນ ອອສເຕຣເລັຍ. AEC ໃຫ້ເຄື່ອງມືອອນໄລນ໌ເພື່ອຊ່ວຍລະບຸວ່າທ່ານຢູ່ໃນເຂດເລືອກຕັ້ງໃດ. ເຂົ້າໄປໃນ: electorate.aec.gov.au.
ນອກນັ້ນທ່ານຍັງສາມາດໂທຫາ 13 23 26 ຫຼືໃຊ້ການບໍລິການແປພາສາທາງໂທລະສັບ.
ຊອກຫາສະຖານທີ່ລົງຄະແນນສຽງຂອງທ່ານ

Voting Centre Source: AEC
AEC ຄວບຄຸມສະຖານທີ່ລົງຄະແນນສຽງຫຼາຍພັນແຫ່ງໃນໂຮງຮຽນ, ສູນຊຸມຊົນ, ໂບດ, ແລະສະຖານທີ່ອື່ນໆໃນວັນເລືອກຕັ້ງ, Jess Lilley, ໂຄສົກຂອງ AEC ອະທິບາຍ:
"ທ່ານຈະສາມາດຂຽນຂໍ້ມູນ ຄຸ້ມ ແລະ ລະຫັດໄປສະນີ postcode ຂອງທ່ານ, ແລະເຄື່ອງມືຂອງພວກເຮົາຈະຊ່ວຍໃຫ້ທ່ານຊອກຫາຜູ້ສະຫມັກຂອງທ່ານວ່າແມ່ນໃຜ ແລະບ່ອນທີ່ທ່ານສາມາດລົງຄະແນນສຽງຢູ່ໃສ."
ວິທີທີ່ງ່າຍທີ່ສຸດໃນການລົງຄະແນນສຽງແມ່ນໄປບ່ອນລົງຄະແນນສຽງໃນທ້ອງຖິ່ນຂອງທ່ານໃນວັນເລືອກຕັ້ງ. ການເລືອກຕັ້ງ ກົງກັບວັນເສົາ.
ການລົງຄະແນນສຽງໃນພາສາຂອງທ່ານ
ສະຖານທີ່ການເລືອກຕັ້ງ ແລະ ເວັບໄຊຂອງ AEC ມີຄໍາແນະນໍາໃນຫຼາຍ ພາສາໃຫ້ທ່ານ.
ທ່ານສາມາດ ໃຫ້ມີຜູ້ໃດຜູ້ຫນຶ່ງໄປກັບທ່ານໄດ້ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອ.ການບໍລິການແປພາສາທາງໂທລະສັບກໍມີ ເພື່ອຊ່ວຍໃນການລົງຄະແນນສຽງໃນພາສາຂອງທ່ານ.
ການລົງຄະແນນສຽງໃນວິທີອື່ນ
ສູນເລືອກຕັ້ງ ກ່ອນມື້ລົງຄະແນນ ເປີດຂຶ້ນຫລາຍອາທິດ ກ່ອນມື້ລົງ ຄະແນນສຽງ.
ນອກຈາກນັ້ນ ທ່ານຍັງສາມາດຮ້ອງຂໍການລົງຄະແນນສຽງທາງໄປສະນີທາງອິນເຕີເນັດ ຫຼືທີ່ຫ້ອງການ AEC.
ທ່ານ ນາງ Lilley ກ່າວວ່າ "ປີນີ້ມັນຈະມີການເປີດກວ້າງຫຼາຍ, ເຖິງແມ່ນວ່າຈະມີ ສະຖານະການ COVID. ພວກເຮົາຈະສະເຫນີທາງເລືອກໃນການລົງຄະແນນສຽງທາງໄປສະນີສໍາລັບຜູ້ ທີ່ບໍ່ຮູ້ສຶກສະບາຍໃຈທີ່ຈະໄປບ່ອນລົງຄະແນນສຽງ, ຫຼືອາໄສຢູ່ຫຼືເຮັດວຽກຢູ່ບ່ອນຫ່າງໄກ ແລະຈໍາເປັນຕ້ອງໃຊ້ ການບໍລິການລົງຄະແນນສຽງທາງໄປສະນີຂອງພວກເຮົາ.
ຜູ້ທີ່ແຍກໂຕຍ້ອນ COVID ສາມາດໃຊ້ ລະບົບການອອກສຽງທາງໂທລະສັບຂອງ AEC.
ການບໍລິການ ຂອງ AEC ຈະມີຢູ່ ຫລາຍອາທິດ ຫລັງຈາກການ ປະກາດ ການເລືອກຕັ້ງ.
ການລົງຄະແນນສຽງລະຫວ່າງລັດ ແລະຕ່າງປະເທດ

Remote Polling Source: AEC
ຖ້າທ່ານວາງແຜນ ຈະໄປຕ່າງລັດ, ທ່ານສາມາດໃຊ້ການລົງຄະແນນ ສຽງ ທາງໄປສະນີ ຫຼື ໄປທີ່ສູນເລືອກຕັ້ງລະຫວ່າງລັດ.
ນອກນັ້ນທ່ານຍັງສາມາດລົງຄະແນນສຽງຖ້າຫາກວ່າທ່ານຢູ່ຕ່າງປະເທດ. ແບບຟອມການແຈ້ງເຕືອນຢູ່ຕ່າງປະເທດ () ແມ່ນມີຢູ່ໃນເວັບໄຊທ໌ຂອງ AEC, ຄຽງຄູ່ກັບທາງເລືອກ ສໍາລັບສະຖານະການສ່ວນຕົວຂອງທ່ານ. ຄະນະກໍາມາທິການສູງ ຂອງ ອອສເຕຣເລັຍ (Australian High Commissions) ບາງແຫ່ງ ອາດຈັດໃຫ້ມີສູນເລືອກຕັ້ງ.
ການແຈກຢາຍຂໍ້ມູນຂ່າວສານ
ພັກການເມືອງ ແລະ ພວກລົງສະໝັກອິດສະລະ ມັກຈະແຈກຢາຍຂໍ້ມູນການລົງຄະແນນສຽງ ຢູ່ນອກສະຖານທີ່ເລືອກຕັ້ງ. ທ່ານ William Bowe ນັກວິເຄາະການເລືອກຕັ້ງ ກ່າວວ່າ ຢ່າປ່ອຍໃຫ້ພວກເຂົາຫຼອກລວງທ່ານ.
ພັກການເມືອງ ແຈກບັດ 'ວິທີລົງຄະແນນສຽງ' ຢູ່ຕາມບ່ອນລົງຄະແນນສຽງໃນມື້ເລືອກຕັ້ງ ທີ່ແນະນໍາໃຫ້ທ່ານຂຽນເຈ້ຍປ່ອນບັດຂອງທ່ານໃນທາງໃດທາງຫນຶ່ງ. ທ່ານບໍ່ຈໍາເປັນຕ້ອງລົງຄະແນນສຽງແບບນັ້ນ. ມັນເປັນພຽງແຕ່ຄໍາແນະນໍາ.
ການລົງຄະແນນສຽງຂອງທ່ານ

Ballot paper Source: AEC
ທ່ານຈະໄດ້ຮັບເຈ້ຍປ່ອນບັດສີຂຽວ ແລະ ຂາວ ຢ່າງລະໃບ
ບັດຄະແນນສີຂຽວ
ບັດຄະແນນສີຂຽວ ແມ່ນຈະເລືອກເອົາຜູ້ລົງສະຫມັກຄົນນຶ່ງ ໃນເຂດເລືອກຕັ້ງຂອງທ່ານ ເພື່ອເຂົ້າໄປໃນ ສະພາຕໍ່າ (House of Representatives). ປະຈຸບັນນີ້ມີ 151 ບ່ອນນັ່ງ ຢູ່ໃນສະພາຕ່ຳ ຊຶ່ງເປັນຕົວແທນຂອງເຂດເລືອກຕັ້ງແຕ່ລະເຂດ.
ທ່ານ Bowe ກ່າວ ວ່າ "ຕາມປົກກະຕິແລ້ວ ເຖິງແມ່ນວ່າ ປະຊາຊົນ ຈະ ຄິດວ່າການເລືອກຕັ້ງ ແມ່ນການເລືອກເອົາ ຜູ້ນໍາຂອງຊາດ, ແຕ່ ຜູ້ນໍາ ຂອງຊາດ (ນາຍົກລັດຖະມົນຕີ) ຈະແມ່ນຜູ້ນໍາ ຂອງພັກທີ່ໄດ້ຮັບບ່ອນ ນັ່ງຫລາຍທີ່ສຸດໃນລັດຖະບານ, ສະນັ້ນ ທ່ານຈະບໍ່ໄດ້ເລືອກເອົາຜູ້ນໍາ ຄົນນັ້ນໂດຍກົງ."
ພັກທີ່ໄດ້ຮັບບ່ອນນັ່ງຫລາຍທີ່ສຸດ ໃນສະພາຕໍ່າ ເປັນຜູ້ຕັ້ງລັດຖະ ບານ.
ການລົງຄະແນນສຽງໃນໃບລົງຄະແນນສີຂຽວ, ທ່ານຂຽນເລກ '1' ຢູ່ຂ້າງຜູ້ລົງສະຫມັກທີ່ທ່ານມັກ, ຈາກນັ້ນ '2' ຂ້າງທີ່ສອງຂອງທີ່ທ່ານເລືອກ ແລະສືບຕໍ່ຈົນກ່ວາທັງຫມົດທຸກກ່ອງຈົນຄົບ.
ບັດຄະແນນສີຂາວ
ບັດຄະແນນສີຂາວ ແມ່ນຈະເລືອກເອົາບ່ອນນັ່ງບ່ອນນຶ່ງ ໃນຈໍານວນ 76 ບ່ອນ ຢູ່ໃນສະພາສູງ (Upper House). ທ່ານຈະລົງຄະແນນສຽງເລືອກເອົາສະມາຊິກສະພາ ຈາກລັດ ຫຼືດິນແດນຂອງທ່ານ.
ການລົງຄະແນນສຽງໃນສະພາສູງ ນັ້ນແຕກຕ່າງກັນເລັກນ້ອຍ, ທ່ານ Bowe ອະທິບາຍ: ບັດຄະແນນເລືອກຕັ້ງ ໃຫຍ່ຈົນຫນ້າຢ້ານ ເພາະບັດເຫຼົ່ານັ້ນລວມເອົາ ຜູ້ລົງສະຫມັກທັງຫມົດ ຂອງລັດທ່ານ.
"ແຕ່ວ່າການລົງຄະແນນສຽງກໍອາດຈະງ່າຍຫຼາຍ. ມີສອງວິທີທີ່ທ່ານສາມາດເຮັດໄດ້. ມີກ່ອງຢູ່ຂ້າງເທິງຂອງເສັ້ນແລະກ່ອງຂ້າງລຸ່ມຂອງເສັ້ນ. ຂ້າງເທິງຂອງເສັ້ນມີກ່ອງຫນຶ່ງສໍາລັບແຕ່ລະພັກ. ວິທີທີ່ໄວທີ່ສຸດແລະງ່າຍທີ່ສຸດໃນການລົງຄະແນນສຽງແມ່ນເລືອກເອົາຫົກພັກທີ່ທ່ານມັກແລະ ໝາຍກາເລກພວກເຂົາຕາມລໍາດັບຂອງຄວາມມັກຂອງທ່ານ ຈາກຫນຶ່ງເຖິງຫົກ. ຖ້າຫາກວ່າທ່ານມັກຜູ້ລົງສະໝັກໃດເປັນພິເສດ ທີ່ທ່ານຕ້ອງການທີ່ຈະລົງຄະແນນສຽງ, ທ່ານສາມາດໝາຍກາເລກຫຼາຍກວ່ານັ້ນ ໃນກ່ອງຂ້າງລຸ່ມຂອງເສັ້ນ. ຖ້າທ່ານລົງຄະແນນສຽງຕ່ໍາກວ່າເສັ້ນ, ທ່ານຕ້ອງໝາຍກາເລກ ຢ່າງຫນ້ອຍ 12 ກ່ອງ."
ການໝາຍກາເລກໃນກ່ອງ ຕາມລໍາດັບທີ່ທ່ານມັກນັ້ນ ມັນມີຈຸດມຸ້ງ ຫມາຍທີ່ຈະເຮັດໃຫ້ ການລົງຄະແນນສຽງ ຂອງທ່ານ ມີຄວາມສຳຄັນຕື່ມອີກ. ນີ້ເອີ້ນວ່າ 'ການລົງຄະແນນສຽງທີ່ນິຍົມ' ຫຼື ‘preferential voting’.
ທ່ານ Evan Ekin-Smyth ໂຄສົກຂອງ AEC ກ່າວວ່າ "ຖ້າຫາກຜູ້ທີ່ ທ່ານ ລົງຄະແນນສຽງເລືອຕັ້ງທີຫນຶ່ງຖືກຕັດອອກຈາກການນັບຄະແນນ ສຽງ, ແລ້ວການລົງຄະແນນສຽງຂອງທ່ານ ກໍຈະໄປໃຫ້ກັບຄົນຕໍ່ໄປທີ່ ທ່ານເລືອກ ແລະ ອື່ນໆ ຈົນກວ່າຈະຖືກນັບ ໄປຫາຜູ້ລົງສມັກເລືອກຕັ້ງ."
ການລົງຄະແນນສຽງທີ່ບໍ່ເປັນທາງການ

While queuing at your polling centre you might see a fundraising stall selling sausages in bread. This is fondly known as the ‘democracy sausage Source: AAP Image/James Ross
ຈົງປະຕິບັດຕາມຄໍາແນະນໍາໃນການລົງຄະແນນສຽງຢ່າງລະມັດລະວັງ. ຖ້າເຈ້ຍການເລືອກຕັ້ງຂອງທ່ານ ບໍ່ໄດ້ຂຽນຢ່າງຖືກຕ້ອງ, ມັນຈະກາຍ ເປັນ 'ບັດເລືອກຕັ້ງທີ່ບໍ່ເປັນທາງການ' ແລະ ຈະບໍ່ໄດ້ຖືກນັບເຂົ້າ ໄປໃນຜົນການເລືອກຕັ້ງ.
ຈະເກີດຫຍັງຂຶ້ນຖ້າທ່ານບໍ່ລົງຄະແນນສຽງ?
ການລົງຄະແນນສຽງເປັນການບັງຄັບ. ເຫດຜົນທີ່ຖືກຕ້ອງສໍາລັບການບໍ່ອອກສຽງແມ່ນຢູ່ໃນຄວາມພິຈາຣະນາຂອງ AEC ຜູ້ທີ່ຈະປະເມີນສະຖານະການສະເພາະຂອງທ່ານ. ຕົວຢ່າງເຊັ່ນ AEC ເຂົ້າໃຈວ່າບາງຄົນທີ່ຢູ່ຕ່າງປະເທດອາດຈະບໍ່ສາມາດລົງຄະແນນສຽງໄດ້.
ທ່ານ Ekin-Smyth ອະທິບາຍວ່າ "ຖ້າຜູ້ໃດທີ່ລົງທະບຽນເລືອກຕັ້ງ ແຕ່ບໍ່ໄດ້ລົງຄະແນນສຽງ, ພວກເຂົາເຈົ້າອາດຖືກແຈ້ງວ່າເປັນ “ຜູ້ບໍ່ລົງຄະແນນສຽງ” ຫຼື non-voter notice ໄດ້." "ຖ້າຫາກວ່າທ່ານມີເຫດຜົນທີ່ຖືກຕ້ອງ, ນັ້ນແມ່ນດີ. ທ່ານພຽງແຕ່ບອກໃຫ້ພວກເຮົາຮູ້. ຖ້າບໍ່ດັ່ງນັ້ນ ທ່ານຕ້ອງຈ່າຍຄ່າປັບໃຫມ 20 ໂດລາ. ຖ້າພວກເຮົາບໍ່ໄດ້ຮັບຄໍາຕອບ, ທ່ານອາດ ຈົບລົງໃນສານດ້ວຍຄ່າທໍານຽມ $170 ພ້ອມຄ່າໃຊ້ຈ່າຍສານ.
ເຖິງຢ່າງໃດກໍຕາມ ໂທດທີ່ແທ້ຈິງນັ້ນແມ່ນ ການເສັຍໂອກາດໃນການໃຊ້ສຽງຂອງທ່ານ, ສະນັ້ນ ໄປເຮັດການຄົ້ນຄວ້າ ແລະ ໄປລົງຄະແນນສຽງເລືອກຕັ້ງ ດ້ວຍຄວາມຮູ້ແຈ້ງ.
ທະບຽນການບິດເບືອນຂໍ້ມູນຂອງ AEC
AEC ແມ່ນອິດສະຫຼະແລະບໍ່ລໍາອຽງ, ແລະຂະບວນການເລືອກຕັ້ງມີຄວາມເຂັ້ມແຂງຫຼາຍ. AEC ໄດ້ເປີດຕົວ ທະບຽນການບິດເບືອນຂໍ້ມູນ(Disinformation Register) ເພື່ອແກ້ໄຂຂໍ້ມູນທີ່ບິດເບືອນ ແລະຫຼອກລວງ ກ່ຽວກັບ ຂະບວນການເລືອກຕັ້ງຂອງອອສເຕຣເລັຍ.
ຊອກຫາເພີ່ມເຕີມກ່ຽວກັບ ວິທີການລົງຄະແນນສຽງ ໃນ aec.gov.au ຫຼື ໂທ ຫາ 13 23 26.