ຈະປົກປ້ອງເຮົາຈາກການຕົວະຕົ້ມໃນຣະຍະ ໂຄວິດ-19 ໄດ້ແບບໃດ?

Australian Competition and Consumer Commission (ACCC) ຄື ຄະນະກັມການການແຂ່ງຂັນການຄ້າແລະການບໍ່ຣິໂພກອອສເຕຼເລັຍ ເວົ້າວ່າປີ 2020 ເປັນປີການລາຍງານທີ່ມີການຕົວະຕົ້ມກັນຫຼາຍທີ່ສຸດແລະການສູນເສັຍສຳຮັບອອສເຕຼເລັຍ ແລະກໍບອກເຕືອນວ່າປີນີ້ອາດຈະເຮີະຮ້າຍ ກ່ວານັ້ນອີກຊ້ຳ.

Shocked woman

Different scams cost $22 million to the culturally and lingusistically diverse communities in Australia in 2020. Source: Getty Images/Peter Dazeley

ອີງຕາມການເຝົ້າຣະວັງ   ຂອງ ACCC ຜູ້ຕົວະຕົ້ມຕ່າງໆ ໃນປີ 2020 ຂີ້ຂະໂມຍໄດ້ 22 ລ້ານດອນລາຈາກຄົນອອສເຕຼລຽນທີ່ມາຈາກນາໆວັທນະທັມແລະພາສາ.

ໃນການທຽບເທົ່າກັບປີ 2019 ການສູນເສັຍນີ້ທະວີຂຶ້ນ 60%.

Delia Rickard ຮອງປະທານຂອງ ACCC ທີ່ເປັນຄົນນຶ່ງຂອງທາງການການນຳໜ້າໃນການຂ້ວາງກັ້ນການຕົວະຕົ້ມກັນ ກະຕວງວ່າຈະມີການສູນເສັຍຫຼາຍຕື່ມໃນປີນີ້ຍ້ອນ ລ໋ອກດາວ ທີ່ເກີດມາຈາກ ໂຄວິດ-19.


 

ຜົນກະທົບຂອງ ໂຄວິດ-19 ໃສ່ການຕົວະຕົ້ມ

ເມື່ອ ມີຄົນໃຊ້ເວລາຫຼາຍຕື່ມໃສ່ online, ມີຄວາມເຄັ່ງຕຶງແລະບໍ່ສາມາດກະທຳການຊື້ຂາຍໂດຍໂຕເອງໄດ້ ນັກຕົວະຕົ້ມມີຄວາມວ່ອງໄວທີ່ຈະຫາປະໂຫຍດຈາກໂອກາດໃໜ່ໃດໆນຶ່ງ.

Scamwatch ໄດ້ຮັບການລາຍງານການຕົວະຕົ້ມເຖິງ 5,400 ອັນ ໃນປີ 2020 ທີ່ໂດຍກົງອີງໃສ່ ໂຄວິດ-19 ແລະນັ້ນຕົກເປັນການສູນເສັຍເຖິງ 6 ລ້ານດອນລາ.

Puppy scams ຊື່ໆເຮັດໃຫ້ຄົນອອສເຕຼລຽນສູນເສັຍ 2 ລ້ານດອນລາ ເມື່ອທີ່ການຕົວະຕົ້ມໃນດ້ານສຸຂພາບແລະແພດມີທະວີຂຶ້ນເຖິງ 2,000% ຕໍ່ແຕ່ມີວິກິດ ໂຄວິດ-19 ຂຶ້ນມາ.

A thief on a computer
The ACCC has recorded a huge spike of complaints about an SMS scam called 'Flubot'. Source: Getty Images/RUSSELLTATEdotCOM


ທຸຣະກິດແລະ ໂຄວິດ-19 ເປັນຊ່ອງທາງເຂົ້າເຖິງຂໍ້ມູນສ່ວຍໂຕຂອງທ່ານ

Kynan Albassit ຜູ້ອຳນວຍການສິນຄ້ານະທີ່ສະຖາບັນAustralian Institute for Internet Marketing Services ເວົ້າວ່າ ຈຳນວນທີ່ທຸຣະກິດທີ່ປ່ຽນໄປໃຊ້ online ແລະການໄດ້ລູກຄ້າ has “gone through the roof in the past 18 months,” (ທະວີຂຶ້ນມາກມາຽໃນຣະຍະ 18 ເດືອນທີ່ຜ່ານມາ).

ລ໋ອກດາວແລະການຕ້ອງຫ້າມຕ່າງໆເຕີບໂຕຂຶ້ນຢ່າງວ່ອງໄວ ໂດຍມີຄົນຫຼາຍຂຶ້ນໃຊ້ສອຍຮ່ວມກັນຂໍ້ມູນກັບທຸຣະກິດແລະການຊື້ຂາຍ online.

Albassit ຊີ້ແຈງວ່າ "ບັນຫານັ້ນແມ່ນການໃຊ້ສອຍ. ການທີ່ທຸຣະກິດເກັບຮັກສາຂໍ້ມູນຂອງຄົນທັງຫຼາຍໄວ້ແບບໃດກັນ ເປັນການຊື້ຂາຍທັງປວງແລະສຳຄັນສຳຮັບໂລກ digital.

ທຸຣະກິດຕ້ອງຣະມັດຣະວັງແທ້ໆກ່ຽວກັບການສ້າງ website, ສ້າງ QR code ຫຼື online shopping cart, ມັນປອດພັຍປານໃດ ແລະມີຣະບົບການແບບໃດໄວ້ເພື່ອປົກປ້ອງລູກຄ້າ. ຫຼາຍຜູ້ຫຼາຍຄົນບໍ່ເຂົ້າໃຈຄວາມສຳຄັນແລ້ວລັດວິທີການ ຍ້ອນວ່າມັນບໍ່ເປັນວິທີອັນງ່າຍດາຍ.


ຜູ້ຕົວະຕົ້ມທົ່ວໄປຈະໃຊ້ຂໍ້ມູນດ້ານທຸຣະກິດເພື່ອຈະຮູ້ email address ແລ້ວສົ່ງການຕົວະຕົ້ມໄປເຮັດໃຫ້ທ່ານກົດເບິ່ງ link ອັນນຶ່ງ.


Link ນັ້ນເປັນປະຕູເຂົ້າສູ່ອຸປກອນຂອງພວກຂະເຈົ້າ.

Scammer
Source: Getty Images/SEAN GLADWELL


ເມື່ອຜູ້ຕົວະຕົ້ມເຂົ້າໄປທາງໃນໄດ້ແລ້ວ ຕໍ່ຈາກນີ້ ພວກເຂົ້າຈະສາມາດເອົາຂໍ້ມູນທຸກຢ່າງທີ່ພວກເຂົ້າຕ້ອງການຈາກອຸປກອນ ເຊັ່ນການກະທຳກິຈການທະນາຄານ online ແລະໃບເອກກະສານຂໍ້ມູນ.

ການແກ້ໄຂແມ່ນງ່າຍດາຍ. ຢ່າໄດ້ກົດຈັກເທື່ອ link ທີ່ມາຈາກຜູ້ສົ່ງທີ່ເຮັາບໍ່ຮູ້ຈັກ.

ການຣະມັດຣະວັງແລະຕຽມພ້ອມ : ການຕົວະຕົ້ມທີ່ມີຄວາມເສັຍຫາຍທີ່ສຸດສຳຮັບຊຸມຊົນ CALD.

Kynan Albassit ເວົ້າວ່າ "ມັນເປັນທີ່ເຫັນແທ້ໆທີ່ຜູ້ຕົວະຕົ້ມໂຈະໂຈງໃສ່ຄົນທີ່ອ່ອນແອໂດຍສະເພາະ, ຮວມດ້ວຍຊຸມຊົນທີ່ບໍ່ປາກເວົ້າພາສາອັງກິດແລະຄົນທີ່ມີລາຍໄດ້ຕ່ຳ".

Delia Rickard ເວົ້າວ່າ ການຕົວະຕົ້ມທັງໜົດ ຫຼັກໆແລ້ວ ແມ່ນການປ່ຽນແປງແນວຄິດ.

         ມັນເປັນພຽງແຕ່ການເອົາເຣື່ອງຣາວທີ່ປ່ຽນແປງໄດ້ ເພື່ອເຮັດໃຫ້ຈະເໜາະສົມກັບຄວາມຮູ່ສຶກໃນເວລານຶ່ງ.

ການຕົວະຕົ້ມໃນດ້ານການໜູນເງິນ

ACCC ລາຍງານວ່າການຕົວະຕົ້ມໃນດ້ານການໜູນເງິນກະທົບກະເທືອນຊຸມຊົນ CALD ຢ່າງໜັກໜ່ວງທີ່ສຸດ.

ACCC ແມ່ນ Australian Competition and Consumer Commission -ຄື ຄະນະກັມການການແຂ່ງຂັນການຄ້າແລະການບໍ່ຣິໂພກອອສເຕຼເລັຍ 

ຊຸມຊົນ CALD ແມ່ນ ຊຸມຊົນນາໆວັທນະທັມແລະພາສາ.

 ດັງ APP ການລວງຫຼອກ "Hope Business" ເປັນຜູ້ຮັບຜິດຊອບສຳຮັບການສູນເສັຍໃນດ້ານການເງິນມາກມາຍແລະມັນຖຶກສົ່ງເສີມຢ່າງໜັກນ່ວງຜ່ານທາງຊື່ສັງຄົມ social media.

Delia Rickard ເວົ້າວ່າ Scamwatch ໄດ້ຮັບການລາຍງານຕ່າງໆ 400 ອັນແລະໄດ້ບັນທຶກໄວ້ການສູນເສັຍເງິນຄຳໂດຍຊຸມຊົນ CALD ມີເຖິງ 1.5 ລ້ານດອນລາ.

"ຫຼາຍພັນຄົນແມ່ນຊຸມຊົນຄົນພະມ້າແລະສິຣິ ລັງກາແລະຄົນທີ່ມາຢູ່ອອສເຕຼເລັຍໃໜ່ໆ."

ການໄປປຶກສາກັບຜູ້ແນະນຳໃນດ້ານການເງິນທີ່ຖຶກຮັບຮູ້ເປັນສິ່ງສຳຄັນ ກ່ອນທີ່ຈະໜູນເງິນໃດໆທີ່ມາກມາຍ.

Google ແລະ Apple ກຳລັງເຮັດວຽກເພື່ອຍົກຖອນ APP ຕ່າງໆເຫຼົ່ານີ້ອອກຈາກຮ້ານຄ້າຂອງພວກຂະເຈົ້າ.

 

ການຕົວຕົ້ມທີ່ອີງໃສ່ການນາບຂູ່

ເກືອບເຄີ່ງນຶ່ງຂອງການສູນເສັຍຍ້ອນການຕົວະຕົ້ມທັງໜົດເລີ້ມຂຶ້ນໂດຍທາງໂທຣະສັບ.

ການຮຽກຮ້ອງເອົາຂໍ້ມູນສ່ວນໂຕຫຼືເງິນໂດຍຜູ້ຕົວະຕົ້ມໂດຍອ້າງວ່າມາຈາກຜູ້ຕາງໜ້າຣັຖບານ ເຊັ່ນ ກະຊວງ Home Affairs ຫຼື  Australian Taxation Office ທະວີຂຶ້ນເກືອບ 250% ໃນການທຽບເທົ່າກັບປີ 2019-2020.

ຊຸມຊົນ CALD ເປັນພວກທີ່ມີຄວາມສ່ຽງໂດຍສະເພາະຍ້ອນຜູ້ຕົວະຕົ້ມສ້າງຄວາມຮີບດ່ວນຂຶ້ນເພື່ອ ຕົວຢ່າງ ໂຈະໂຈງໃສ່ຜູ້ທີ່ອາດລໍຄອຍເອົາວີຊາຫຼືຂໍ້ມູນການເກັບພາສີ.

 
Flubot SMS
Flubot scam operates by sending a text message with a link which installs malware on the receiving device. Source: Shamsher Kainth


ການປອມໂຕ ເປັນທາງການຈີນເປັນສິ່ງທີ່ມັກຈະມີເລື້ອຍໆ ທີ່ຜູ້ຕົວະຕົ້ມນາບຂູ່ຜູ້ເປັນເຍື່ອໂດນໃຊ້ການເນຣະເທດຫຼືຈັບກຸມສຳຮັບການອ້າງວ່າໄດ້ກະທຳການລ່ວງຣະເມີດ.

Delia Richard ເວົ້າວ່າ "ການຕົວຕົ້ມຕ່າງໆນັ້ນ ຢ່າງບໍ່ທັມດາ ໂຈະໂຈງໃສ່ຄົນທີ່ປາກເວົ້າພາສາຈີນກາງໃນອອສເຕຼເລັຍຢູ່ຕໍ່ໆໄປ".

The Little Black Book of Scams
The ACCC's 'The Little Black Book of Scams' provides information about all the scams. Source: ACCC


ການຕົວະຕົ້ມຈາກການຫາຄູ່

ACCC ລາຍງານວ່າມີການສູນເສັຍເຖິງຫຼາຍກ່ວາ 3.8 ລ້ານດອນລາແກ່ການ dating (ການຫາຄູ) ແລະ romance (ຄວາມຮັກອັນລຶກຊຶ້ງ) ໂດຍຊຸມຊົນ CALD  ທີ່ທະວິຂຶ້ນເຖິງຫຼາຍກ່ວາ 100% ແຕ່ປີ 2019 ເປັນນຕົ້ນມາ.

"ການໃສ່ເຍື່ອ" ຄວາມຮັກອັນລຶກຊຶ້ງໃຊ້ dating app ເພື່ອລວງຫຼອກຄົນເຂົ້າໄປໃນການຕົວະຕົ້ມການໜູນເງິນ. ພວກເຫຼົ່ານີ້ ໂພດໄປ ບໍ່ຖຶກລາຍງານໃນອອສເຕຼເລັຍ. ໂດຍບໍ່ຄືກັນກັບການຕົວະຕົ້ມອື່ນໆ ອັນນີ້ ເປັນການທ້າທາຍສະຕິທິຂອງພົນລະເມືອງ ທີ່ເຄີ່ງນຶ່ງຂອງການສູນເສັຍທັງໜົດແມ່ນຂອງຄົນໃນຂັ້ນອາຍຸຕ່ຳກ່ວາ 35 ປີ.

 

"Flubot" ແມ່ນການຕົວະຕົມແບບໃໜ່

ACCC ມີການຮ້ອງທຸກຂຶ້ນມາກມາຍກ່ຽວກັບການຕົວະຕົ້ມໂດຍທາງ SMS ທີ່ຮຽກວ່າ "Flubot".

SMS ຖຶກສົ່ງໄປຫາ Android phones ບອກໃຫ້ທ່ານວ່າທ່ານບໍ່ໄດ້ຮັບສາຍການໂທມາຫາແລ້ວເຮັດໃຫ້ທ່ານຟ້າວກົດໃສ່ link ເພື່ອດາວໂລດເອົາ app ອັນນຶ່ງ (Voicemail 7.apk) ເພື່ອຈະໄດ້ຮັບ voicemail. ເມື່ອມັນຖຶກດາວໂລດເອົາແລ້ວ ໃນທັນທີ Flubot ກໍຕິດຕັ້ງ malware ເຂົ້າໃສ່ໂທຮະສັບນັ້ນທີ່ຈະເຮັດໃຫ້ເຂົາສາມາດໂທແລະ text ຫາທ່ານແລະຢືດຢື່ເຖິງຂໍ້ມູນຂອງທ່ານ.

Flubot ຖືກຫຼີກລ້ຽງໄດ້ງ່າຍ. ພຽງແຕ່ລຶບຂໍ້ຄວາມນັ້ນຖິ້ມ. ຢ່າກົດຫຼືໂທຫາຄືນຈັກເທື່ອ.

Telstra ແລະ Optus ກຳລັງເຮັດວຽກຢ່າງໜັກໜ່ວງເພື່ອຣົບລ້າງ Flubot. ທ່ານສາມາດອ່ານເພີ້ມກ່ຽວກັບ Flutbo ຢູ່ໃນ  .

 

ການຕົວະຕົ້ມແລະຊື່ສັງຄົມ social media

ອາດຊະຍາກອນດ້ານ ຊາຍເບີ (cybercriminal) ຕັ້ງ account ໄວ້ໃນ Facebook ແລະໃນຊື່ສັງຄົມອື່ນໆເພື່ອເປັນເພື່ອນມິດກັບທ່ານ, scan ເບິ່ງ profile ຂອງທ່ານແລະດຶງເອົາຂໍ້ມູນສ່ວນໂຕຂອງທ່ານ.

"ຖ້າຫາກທ່ານມີ profile ສຳຮັບສາທາຣະນະຊົນ, ທ່ານຮັບເອົາຄົນຢ່າງກ້ວາງຂວາງ. ທ່ານປ່ອຍໃຫ້ຄົນທີ່ທ່ານບໍ່ຮູ້ຈັກເຂົ້າຫາ, ດັ່ງ Tim ທີ່ເປັນຜູ້ຊ່ຽວຊານໃນດ້ານອຸສຫະກັມການບັນເທີງທີ່ມີຜູ້ຕິດຕາມເບິ່ງມາກມາຽ.

ທ່ານເວົ້າວ່າທ່ານແລະຄົນອື່ນໆໄດ້ເບິ່ງ profile ປອມຈຳນວນນຶ່ງໃນ Facebook ທີ່ທະວີຂຶ້ນມາກມາຍໃນຣະຍະວິກິດ ໂຄວິດ-19 ຍ້ອນການຢູ່ເຫີນຫ່າງກັນດັນໃຫ້ຄົນທັງຫຼາຍເຂົ້າ online ເພື່ອການສຳພັນກັນ.

"ຫຼາຍຄົນທີ່ກະທຳສິນລະປິນພົວພັນກັນກັບທ່ານ. ໂດຍເບິ່ງແບບເພີນໆ ທ່ານບໍ່ສາມາດຮູ້ profile ປອມຈາກອັນແທ້ຈິງ. ໃນຂະແໜງສິນລະປິນເສັ້ນຣະຫວ່າງຂອງແທ້ແລະຂອງປອມແມ່ນມັນມົວໆ ແລະທ່ານ ຢ່າງແນ່ນອນໄດ້ກົດໃສ່ profile ປອມໂດຍການຜິດພາດ.

 ຄວາມແນະນຳອັນງ່າຍໆເພື່ອວ່າທ່ານຈະບໍ່ຖຶກພັຍ

* ຜູ້ຕົວະຕົ້ມສາມາດທຳທ່າເປັນໃຜໄດ້ທຸກຄົນ. ດ້ວຍເຫດນີ້ຖ້າຄົນແປກໜ້າສົ່ງ link ມາ ໃຫ້ລຶບມັນຖິ້ມ.
* ເລື້ອຍໆໄປກວດເບິ່ງ email ແລະທີ່ມາຂອງຜູ້ທີ່ສົ່ງມາ. Header ຂອງ email (ຊື່ສຽງຂອງຜູ້ສົ່ງມາ) ອາດປິດບັງ email ອັນແທ້ຈິງຂອງພວກເຂົາ. ດ້ວຍເຫດນີ້ໃຫ້ກວດເບິ່ງຄັກໆ header ນັ້ນ.
* ກຳໜົດໃສ່ທ່ານທີ່ທ່ານໃຊ້ສອຍ WIFI ສາທາຣະນະຊົນເລື້ຍໆປານໃດ.
* ເມື່ອຊື່ເຄື່ອງຂອງທາງ online , ໃຫ້ຊື່ຈາກ ແວບໄຊຕ໌ ທີ່ມີໃບຢັ້ງຢືນຄວາມປອດພັຍທາງ online (online security certificate).

* ຄົ້ນຫາເບິ່ງ online ທຸຣະກິດແລະຊອກເບິ່ງ reviews ແລະຄວາມປະສົບການຂອງລູກຄ້າ.
* ຢ່າໄດ້ໃຫ້ຂໍ້ມູນສ່ວນໂຕຈັກເທື່ອຜ່ານທາງໂທຣະສັບ ດັ່ງກ່ຽວກັບກິຈການທະນາຄານຫຼືລາຍຣະອຽດ superannuation. 
* ຢ່າໄດ້ໃຫ້ remote access ການຢືດຢື້ເຖິງ computer ຂອງທ່ານຈາກທາງໄກ.
* ດັງທີ່ພວກເພິນເວົ້າ ຖ້າມັນດີໂພດທີ່ຈະເປັນຈິງ ມັນຄົງບໍ່ເປັນຈິງໄດ້.




ປຶ້ມ Little Black Book of Scams

ແມ່ນມີໄວ້ໃຫ້   ເອົາ ແລະ ເປັນ audiobook. Little Black Book of Scams ຂອງ ACCC ຊີ້ແຈງກ່ຽວກັບການຕົວະຕົ້ມແບບພື້ນຖານ.

ນັ້ນມີໄວ້ບໍ່ຣິການເປັນພາສາ ອາຣາບ, ຈີນສະໄໜໃໜ່, ໂຄຼເອເຊັຍ, ເຢັຍລະມັນ, ກຼິກ, ຮິນດີ່, ອິດຕາລີ, ມາເຊໂດເນັຍ, ສະເປນ ແລະ ວຽດນາມ ໂດຍມີແຜນການກ່ຽວກັບຫຼາຍພາສາອາຟຼິກກາດ້ວຍ.

 

 

 

 

 

 


Share
Published 27 August 2021 4:02pm
Updated 12 August 2022 2:59pm
By Melissa Compagnoni, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)


Share this with family and friends