ຂໍ້ມູນນີ້ໄດ້ຖືກອັບເດດຢ່າງຕໍ່ເນື່ອງແຕ່ວ່າຢ່າງໃດກໍດີເຮົາກໍຂໍແນະນຳໃຫ້ທ່ານກວດເບິ່ງ ລິ້ງຄ໌ຂອງທາງການຮັບຜິດຊອບໃນແຕ່ລະຣັດເພື່ອຣາຍລະອຽດທີ່ຄົບຖ້ວນແລະຂໍ້ຍົກເວັ້ນຕ່າງໆ. ໂປຼດສັງເກດດ້ວຍວ່າເວລາທີ່ຈະກັບຄືນໄປເຂົ້າໂຮງຮຽນກໍແຕກຕ່າງກັນໄປໃນແຕ່ລະຣັດແລະແຕ່ລະໂຮງຮຽນ. ເພື່ອຄວາມແນ່ນອນສຳລັບເວລາກັບໄປເຂົ້າໂຮງຮຽນຂອງລູກທ່ານນັ້ນ, ເຮົາຂໍແນະນຳໃຫ້ກວດເບິ່ງກັບໂຮງຮຽນນັ້ນໂດຍຕົງ.
ຣັດແລະເຂດປົກຄອງພິເສດ ໃນ ອອສເຕຣເລັຍ ຫລຸດຜ່ອນ ກົດເກນຂໍ້ຫ້າມ ກ່ຽວກັບ ໂຄໂຣນາໄວຣັສ ຢ່າງໃດ?
ວິກຕໍເຣັຍ (Victoria)
ໄດ້ມີກົດເກນອອກມາໃໝ່ສຳລັບຣັດ Victoria ນັບແຕ່ວັນພຸດ ທີ 8 ກໍຣະກະດາ ຈົນເຖິງ ວັນພຸດ ທີ 19 ສິງຫາ.
ເຂດທີ່ຕ້ອງກັບໄປສູ່ລະດັບ3 ຊຶ່ງມີກົດເກນ ‘ໃຫ້ຢູ່ບ້ານ’ ນັ້ນປະກອບດ້ວຍເຂດຕ່າງໆໃນຕົວເມືອງຂອງຣັຖບານທ້ອງຖິ່ນຂອງ Melbourne (LGAs) 31 ເຂດ ແລະ ເຂດທ້ອງຖິ່ນ Mitchell Shire LGA.
ຂໍ້ມູນກ່ຽວກັບ Victoria ໃນເຈັ້ຍຂໍ້ມູນຄວາມຈິງນີ້ແມ່ນໄດ້ແບ່ງອອກເປັນສອງພາກສ່ວນຢ່າງລະອຽດ:
- ເຂດຕົວເມືອງໃນ Melbourne ທີ່ຖືກປິດເມືອງ
- ເຂດຊົນນະບົດຂອງ Victoria, ທີ່ນອກເໜືອໄປຈາກເຂດຣັຖບານທ້ອງຖິ່ນຂອງ Mitchell Shire (LGA)
ເຂດຕົວເມືອງໃນ Melbourne ທີ່ຖືກປິດເມືອງ
ຕຶກເຮືອນຫຼວງເກົ້າຕຶກທີ່ Flemington ແລະ Kensington: ກົດເກນທີ່ໃຫ້ມີການ ‘ກັກກັນ’ ຈະຖືກຍົກເລີກແລະປ່ຽນມາເປັນ ‘ໃຫ້ຢູ່ເຮືອນ’
- ເມື່ອ ຫົວໜ້າເຈົ້າໜ້າທີ່ການແພດ ແຈ້ງວ່າເປັນການປອດໄພທີ່ຈະເຮັດໄດ້ແລ້ວ.
- ເຂດຣັຖບານທ້ອງຖິ່ນທີ່ຕ້ອງກັບຄືນໄປສູ່ລະດັບ 3 ມີດັ່ງນີ້: Banyule, Hume, Moreland, Bayside, Kingston, Mornington Peninsula, Boroondara, Knox, Nillumbik, Brimbank, Manningham, Port Phillip, Cardinia, Maribyrnong, Stonnington, Casey, Maroondah, Whitehorse, Darebin, Melbourne, Whittlesea, Frankston, Melton, Wyndham, Glen Eira, Monash, Yarra, Greater Dandenong , Moonee Valley, Yarra Ranges, Hobsons Bay.
ເຫດຜົນໃນການອອກຈາກບ້ານໄດ້
- ຊື້ສິ່ງຂອງແລະໄປໃຊ້ບໍຣິການທີ່ຈຳເປັນ;
- ໄປເຮັດວຽກແລະໄປໂຮງຮຽນຖ້າຈຳເປັນ;
- ເຫດຜົນດ້ານສຸຂະພາບຫຼືໄປຊ່ວຍເຫຼືອດ້ວຍຄວາມເຫັນອົກເຫັນໃຈ; ການອອກກຳລັງກາຍແລະການພັກຜ່ອນຢ່ອນໃຈທີ່ຈັດຢູ່ໃນເຮືອນ.
ຂໍ້ຍົກເວັ້ນແມ່ນອະນຸຍາດໃຫ້ໄປຢ້ຽມຜູ້ທີ່ທ່ານມີຄວາມສຳພັນໃກ້ຊິດ, ອັນນີ້ແມ່ນຮວມທັງຜູ້ທີ່ຢູ່ນອກເຂດຕົວເມືອງ Melbourne ແລະ Mitchell Shire LGA.
ບໍ່ສາມາດອອກຈາກເຂດທີ່ຖືກກົດເກນເພື່ອໄປອອກກຳລັງກາຍຫຼືໄປພັກຜ່ອນຢ່ອນໃຈ.
ການເຕົ້າໂຮມກັນ & ການເດີນທາງ
- ເຮືອນສ່ວນຕົວ: ຫ້າມບໍ່ໃຫ້ມີຄົນມາຢ້ຽມຢາມ.
- ໃນທີ່ສາທາຣະນະ: ໄດ້ຮອດ 2 ຄົນຫຼືຄົນເຮືອນດຽວກັນເທົ່ານັ້ນ
- ເຮືອນຫຼັງທີສອງ – ທ່ານບໍ່ສາມາດອອກໄປນອດເຂດກົດເກນໄດ້ໂດຍມີບາງຂໍ້ຍົກເວັ້ນ (ເຊັ່ນ ເຫດການສຸກເສີນຫຼືຕ້ອງມີການສ້ອມແປງ; ການແບ່ງເວລາເບິ່ງລູກ; ການຢູ່ກັບຄູ່ຄອງທີ່ບໍ່ໄດ້ຢູ່ເຮືອນດຽວກັບທ່ານ)
- ພິທີກັມທາງສາສນາແລະການກາບໄຫວ້ແບບສ່ວນຕົວ: ໃຫ້ປະຕິບັດແບບອອກອາກາດເທົ່ານັ້ນ.
- ການແຕ່ງດອງ: ໄດ້ເຖິງ 5 ຄົນ (ຄູ່ບ່າວສາວ, ພະຍານສອງຄົນ ແລະ ຜູ້ປະກອບພິທີ).
- ງານຊາປະນະກິຈສົພ: ໄດ້ຮອດ 10 ຄົນ, ເພີ່ມບັນດາຄົນທີ່ດຳເນີນການເລື່ອງງານຊາປານະກິຈສົພໄດ້.
ນາຍຈ້າງ
ຕ້ອງບໍ່ອະນຸຍາດໃຫ້ບັນດາພະນັກງານເຮັດວຽກຢູ່ໂຮງການຖ້າສາມາດເຮັດໄດ້ຢ່າງສົມເຫດຜົນ.
ໂຮງຮຽນ
- ບັນດານັກຮຽນຫ້ອງ 11 ແລະ 12 ແລະ ຫ້ອງ 10 ທີ່ຮຽນ VCE, ແລະໂຮງຮຽນພິເສດຈະໄດ້ກັບໄປຮຽນໃນວັນຈັນ 13 ກໍຣະກະດາ ສຳລັບການເລີ່ມຕົ້ນເທີມທີ 3.
- ມີການຍືດເວລາອາທິດນຶ່ງໃຫ້ເປັນມື້ທີ່ບໍ່ມີນັກຮຽນ ສຳລັບ ພວກນັກຮຽນ Prep-10.
ການໄປຊື້ສິ່ງຂອງ, ຮ້ານອາຫານ, ການບັນເທິງ
ປິດໝົດ, ນອກຈາກ:
ຮ້ານຂາຍອາຫານເທັກອາເວ (take away)
- ຮ້ານຂາຍເຫຼົ້າເທັກອາເວ (take away)
- ຮ້ານເຮັດຜົມ
- ຕລາດແລະສູນການຄ້າ: ແມ່ນອີງຕາມຈຳນວນຄວາມໜາແໜ້ນທີ່ອະນຸຍາດໃຫ້, ແຕ່ວ່າຄົນທັງຫຼາຍຈະສາມາດໄປ ເພື່ອຊື້ອາຫານແລະໃຊ້ບໍຣິການທີ່ຈຳເປັນເທົ່ານັ້ນ.
- ຫໍສມຸດແລະສູນຊຸມຊົນທຸກແຫ່ງແມ່ນຖືກປິດ, ນອກຈາກໃຊ້ເປັນບ່ອນປະກອບພິທີການແຕ່ງດອງຫຼືງານຊາປານະກິຈສົພ.
ເຂດຊົນນະບົດ Victoria, ນອກເໜືອໄປຈາກເຂດຣັຖບານທ້ອງຖິ່ນ Mitchell Shire (LGA)
ທຸຣະກິດຕ່າງໆແລະການພັກຜ່ອນ
ຄົນທີ່ຢູ່ໃນ ຣັດວິກຕໍເຣັຍ ຕ້ອງເຮັດວຽກຢູ່ເຮືອນ ຫາກເປັນໄປໄດ້.
ຄົນ ວິກຕໍຣຽນ ສາມາດ ຂໍເງິນ $1,500 ໄດ້ຫາກບໍ່ສາມາດຂໍ ເອົາເງິນ ຄ່າເຈັບປ່ວຍ ຈາກທາງນາຍຈ້າງໄດ້ ເມື່ອກວດພົບວ່າຕົນປ່ວຍບໍ່ສະບາຍ ຍ້ອນ ໂຄໂຣນາໄວຣັສ ຫລື ເມື່ອໄດ້ຖືກຮຽກຮ້ອງໃຫ້ຢູ່ແຍກປ່ຽວ-ຕົນເອງ ເພາະໄດ້ ຕິດຕໍ່ພົວພັນໃກ້ຊິດ ກັບຄົນທີ່ ກວດພົບວ່າຕິດເຊື້ອ ໂຄໂຣນາໄວຣັສ ແລ້ວ.
ການເຕົ້າໂຮມກັນ
- ຈຳນວນຄົນທີ່ ສາມາດມາຢ້ຽມຢາມເຮືອນທ່ານ ໄດ້ຖືກຫຼຸດລົງເປັນຈຳນວນ 5 ຄົນ.
- ການເຕົ້າໂຮມໃນທີ່ໂລ່ງແຈ້ງໄດ້ຖືກຫຼຸດລົງເປັນຈຳນວນກຸ່ມນຶ່ງສຸງສຸດ 10 ຄົນ.
- ຮ້ານອາຫານ, ຜັບຂາຍເຫຼົ້າ, ສະຖານທີ່ປະມູນ, ສູນຊຸມຊົນ, ຫໍ ສມຸດ, ຫໍພິພິທພັນ ແລະ ສະຖານທີ່ກາບໄຫວ້ບູຊາຍັງອະນຸຍາດໃຫ້ໄດ້ ໃນຈຳນວນສູງສຸດ 20 ຄົນ ໃນແຕ່ລະສະຖານທີ່ໃດນຶ່ງຈົນຮອດວັນທີ 12 ກໍຣະກະດາ.
- ທຸຣະກິດຕ່າງໆຮວມທັງສະຖານທີ່ອອກກຳລັງກາຍ, ໂຮງພາພະຍົນ, ໂຮງລະຄອນ ແລະ ບ່ອນລົງການພະນັນTABs ສາມາດເປີດໄດ້, ໂດຍອະນຸຍາດໃຫ້ມີຈຳນວນຄົນສູງສຸດໄດ້ 20 ຄົນໃນແຕ່ລະບ່ອນ.
ອະນຸຍາດໃຫ້ເປີດໄດ້:
- ຮ້ານເສີມຄວາມງາມແລະແຕ່ງເລັບ
- ຮ້ານສະປາ
- ຮ້ານສັກລາຍ
- ຜັບຂາຍເຫຼົ້າ
- ຮ້ານວາງສະແດງ
- ຫໍພິພິທພັນ
- ຫໍສມຸດ
- ສູນຊາວໜຸ່ມແລະສະຖານທີ່ອຳນວຍຄວາມສະດວກແກ່ຊຸມຊົນ.
ສະຖານທີ່ທັງໝົດດັ່ງກ່າວຕ້ອງເຄົາຣົບຕໍ່ກົດເກນຈຳກັດສູງສຸດ 20ຄົນແລະການຢູ່ຫ່າງກັນ 1.5 ແມັດ ລະຫວ່າງໂຕະແລະຕ້ອງບັນທຶກ ຂໍ້ມູນຂອງລູກຄ້າທຸກໆຄົນ ເພື່ອຊ່ວຍໃນການ ຕິດຕໍ່ຫາ ໃຫ້ໄດ້ຢ່າງໄວວາ.
ຂໍ້ຈຳກັດໃນການເດີນທາງ
- ບໍ່ມີກົດເກນຈຳກັດການເດີນທາງພາຍໃນຣັດ Victoria, ຍົກເວັ້ນເຂດຕ່າງໆທີ່ເປັນເຂດປິດເມືອງລອັກດາວນ໌ (lock-down).
- ຄົນວິກຕໍເຣັຍ ບໍ່ສາມາດເດີນທາງໄປ ຣັດນິວເຊົາເວລ ໄດ້ ນັບຈາກທ່ຽງຄືນວັນອັງຄານທີ 7 ກໍຣະກະດາ (ຊາຍແດນປິດ, ຍົກເວັ້ນບຸກຄົນທີ່ມີໃບອະນຸຍາດພິເສດ)
- ສາມາດຢູ່ເຮືອນພັກຕາກອາກາດ (holiday) ຫຼື ເຮືອນສ່ວນຕົວໄດ້.
ສາມາດຢູ່ໃນສະຖານທີ່ພັກສຳລັບນັກທ່ອງທ່ຽວ, ຮວມທັງລານຈອດຣົດຄາຣາວານ ແລະ ເຂດໃຫ້ຕັ້ງແຄ້ມ, ຊຶ່ງບໍ່ມີບ່ອນອຳນວຍຄວາມສະດວກແບບສ່ວນຮວມ.
ໂຮງຮຽນ
ທຸກໆຫ້ອງຮຽນໄດ້ສືບຕໍ່, ແລະ ນັກຮຽນທຸກຄົນແມ່ນໄດ້ກັບໄປໂຮງຮຽນ.
ຂໍ້ມູນເພີ່ມເຕີມ ສຳລັບ Victoria
ນີວຊາວແວນລ໌ (New South Wales)
ຂໍ້ຈຳກັດໃນການເຕົ້າໂຮມກັນ
ອະນຸຍາດໃຫ້ໄດ້ຮອດຈຳນວນທັງໝົດ 20 ຄົນໃນເຮືອນ, ບໍ່ນັບຄົນທີ່ອາສັຍຢູ່ໃນເຮືອນນັ້ນ.
ທຸຣະກິດຕ່າງໆແລະກິຈກັມພັກຜ່ອນຢ່ອນໃຈ
ຈຳນວນຄົນທັງໝົດທີ່ອະນຸຍາດໃຫ້ສຳລັບສະຖານທີ່ໃນຮົ່ມແມ່ນອີງຕາມຫຼັກການ ‘ນຶ່ງຄົນຕໍ່ 4 ແມັດມົນທົນ’, ໂດຍບໍ່ຈຳກັດຈຳນວນສູງສຸດ (ໃຫ້ນັ່ງເທົ່ານັ້ນ), ກົດເກນນີ້ແມ່ນຮວມເຖິງງານຊາປະນະກິຈສົພ.
ພິທີທາງວັທນະທັມ ແລະ ການແຂ່ງຂັນກິລາ ຢູ່ໃນສະຖານທີ່ ໂລ່ງແຈ້ງ ທີ່ສາມາດ ບັນຈຸຄົນໄດ້ ຮອດ 40,000 ຄົນ ຈະໄດ້ຮັບອະນຸຍາດ ໃຫ້ ຮັບຄົນໄດ້ 25 ເປີເຊັນ ຂອງປະຣິມານ ທີ່ຮັບຄົນໄດ້ຕາມປົກກະຕິ.
ການຫຼິ້ນກິລາເດັກໃນຊຸມຊົນແລະກິລາຜູ້ໃຫຍ່ໄດ້ສືບຕໍ່ຕາມປົກກະຕິ.
ບັນດາຜູ້ປະກອບການທຸຣະກິດແລະຈັດພິທີຕ່າງໆຕ້ອງມີແຜນການຄວບຄຸມຄວາມປອດໄພຈາກ COVID-19 ແລະບັນທຶກການເຂົ້າມາໃນເຂດຂອງທຸກໆຄົນ:
ການເດີນທາງ
- ຄົນທີ່ອາສັຍຢູ່ໃນຣັດ NSW ທຸກໆຄົນສາມາດເດີນທາງໄປທ່ອງທ່ຽວທີ່ໃດກໍໄດ້ພາຍໃນຣັດ NSW ເອງ.
- ຜູ້ທີ່ເດີນທາງມາຈາກຣັດອື່ນສາມາດໄປທ່ອງທ່ຽວໃນຣັດ NSW ໄດ້ແຕ່ຕ້ອງປະຕິບັດຕາມກົດລະບຽບຂອງ ຣັດຕົນເອງເມື່ອກັບບ້ານ.
- ໃນປັດຈຸບັນ NSW ໄດ້ອອກກົດລະບຽບຢ່າງເຄັ່ງຄັດໃນການປັບໄໝ ຄົນທີ່ອາສັຍຢູ່ ໃນເຂດແພ່ລະບາດຂອງ Melbourne ທີ່ຫາຊ່ອງທາງເຂົ້າມາໃນຣັດ NSW ໂດຍການເຮັດຜິດກົດລະບຽບການຫ້າມປາມ ທີ່ທາງກະຊວງສາທາຣະນະສຸກຂອງຣັດ NSW ອອກມາ.
- ກົດການຫ້າມປາມທີ່ທາງຣັດ NSW ອອກມານີ້ ກໍເພື່ອປ້ອງກັນບໍ່ໃຫ້ຄົນທີ່ມາຈາກ ເຂດທີ່ ພະຍາດ ຊຸຸກຊຸມເດີນທາງເຂົ້າມາຣັດ NSW ນອກຈາກວ່າແມ່ນກໍຣະນີທີ່ຄົນ NSW ເອງກັບຄືນບ້ານ ຫຼື ຖ້າວ່າມີເຫດຜົນໃນການທີ່ຕ້ອງເຮັດຍ້ອນຄວາມເຫັນອົກເຫັນໃຈ.
- ບຸກຄົນໃດທີ່ໄດ້ຢູ່ໃນເຂດທີ່ພະຍາດຊຸກຊຸມພາຍໃນ 14 ມືີ້ທີຜ່ານມາ, ຮວມທັງຄົນຂອງ ຣັດ NSW ເອງ, ຕ້ອງປະຕິບັດກົດລະບຽບການຢູ່ເຮືອນ ເປັນເວລາສອງອາທິດ.
- ການໄປຢ້ຽມຢາມບ້ານພັກຄົນຊຸະຣາຫຼືບໍຣິການທາງການແພດແມ່ນກົດເກນຈຳກັດ.
- ບຸກຄົນໃດທີ່ຝ່າຝືນຕໍ່ກົດລະບຽບໃໝ່ນີ້ ອາດຖືກຈຳຄຸກເປັນເວລາຫົກເດືອນ ຫຼື ຖືກປັບໄໝສູງສຸດ $11,000 ຫຼືຖືກໂທດທັງສອງຢ່າງ.
- ລານຈອດຣົດຄາຣາວານແລະບ່ອນໃຫ້ຕັ້ງແຄ້ມຫຼາຍແຫ່ງມີການເປີດໃຫ້ໃຊ້ບໍຣິການ. ຜູ້ເດີນທາງຄົນໃດທີ່ວາງແຜນຈະໄປຢ້ຽມຢາມສວນສາທາຣະນະແຫ່ງຊາດຄວນກວດເບິ່ງຣາຍລະອຽດທີ່ ເພື່ອເອົາຂໍ້ມູນເພີ່ມເຕີມ.
ໂຮງຮຽນ
- ນັກຮຽນໃນຣັດ NSW ກັບໄປຮຽນໃນຫ້ອງຮຽນແບບເຕັມເວລາແລ້ວ.
- ຜູ້ບໍຣິການພາຍນອກເຊັ່ນຄຣູສອນດົນຕຣີແລະການສະແດງລະຄອນສາມາດໃຫ້ການສິດສອນພາຍໃນເຂດໂຮງຮຽນໄດ້.
- ຊຸມຊົນທີ່ເຮັດກິຈກັມເຊັ່ນໂຮງຮຽນສອນຟ້ອນສາມາດສືບຕໍ່ໃຊ້ຫ້ອງໃນເຂດຂອງໂຮງຮຽນໄດ້.
- ບໍຣິການອູ້ມຊູຕ່າງໆເຊັ່ນໂຄງການຊ່ວຍເຫຼືອໃນຕອນຕົ້ນແລະການໃຫ້ຄຳປຶກສາດ້ານຈິດໃຈຈາກທາງນອກສາມາດໃຫ້ບໍຣິການພາຍໃນເຂດໂຮງຮຽນໄດ້.
- ກິຈກັມກິລາຂອງໂຮງຮຽນ, ຮວມທັງການແຂ່ງຂັນລະຫວ່າງໂຮງຮຽນ ແລະ ກິລາທີ່ຖືກຕ້ອງຕົວກັນ, ສາມາດສືບຕໍ່ໄດ້ເມື່ອເລີ່ມເທີມທີ 3 ໃນວັນທີ 20 ກໍຣະກະດາ 2020, ຊຶ່ງສອດຄ່ອງກັບການເລີ່ມຕົ້ນກິລາໃນຊຸມຊົນ.
ຂໍ້ມູນເພີ່ມເຕີມສຳລັບ NSW:
ຄວີນສະແລນດ໌ (Queensland)
ຂໍ້ຈຳກັດໃນການເຕົ້າໂຮມກັນ
- ການເຕົ້າໂຮມລະຫວ່າງຄອບຄົວ, ໝູ່ເພື່ອນ ແລະ ຊຸມຊົນໃຫ້ໄດ້ຮອດ 100 ຄົນກັບໝູ່ເພື່ອນແລະຄອບຄົວ
- ງານແຕ່ງດອງແລະງານຊາປານະກິຈສົພ (ສູງສຸດ 100 ຄົນ)
ທຸຣະກິດຕ່າງໆແລະການພັກຜ່ອນຢ່ອນໃຈ
ນັບຈາກເດືອນມິຖຸນາຫາເດືອນທັນວາ 2020 ພະນັກງານຊົ່ວຄາວທີ່ບໍ່ມີສິດຂໍພັກລາປ່ວຍໄດ້ ຈະໄດ້ຮັບເງິນກ້ອນເປັນຈຳນວນ $1,500 ຈາກຣັຖບານຣັດ Queensland ຖ້າວ່າເຂົາເຈົ້າຖືກກວດພົບວ່າໄດ້ຕິດເຊື້ອໂຄໂຣນາໄວຣັສ. ເງິນນີ້ຈະໃຫ້ແກ່ບັນດາພະນັກງານທີ່ບໍ່ມີສິດໄດ້ຮັບເງິນຈາກໂຄງການຜູ້ທີ່ຮັກສາວຽກໄວ້ (JobKeeper), ຊຶ່ງຈະໃຫ້ສະເພາະບັນດາພະນັກງານທີ່ເຮັດວຽກຊົ່ວຄາວແບບລະຍະຍາວເທົ່ານັ້ນ.
ກົດລະບຽບ ນຶ່ງຄົນຕໍ່ 4ແມັດມົນທົນ ນຳມາໃຊ້ກັບ:
- ຈຳນວນຂອງລູກຄ້າໃນທຸຣະກິດນຶ່ງ (ສຳລັບສະຖານທີ່ນ້ອຍຊຶ່ງຕ່ຳກວ່າ 200 ແມັດມົນທົນ, ຄົນນຶ່ງຕໍ່ 2 ແມັດມົນທົນແລະໃຫ້ຮັບລູກຄ້າໄດ້ຮອດ 50 ສູງສຸດ)
- ຫໍພິພິທພັນ, ສະຖານທີ່ວາງສະແດງສິລປະ, ຫໍສມຸດແລະສະຖານທີ່ທາງປວັດສາດ.
- ອົງການກິລາ, ພັກຜ່ອນ ແລະ ອອກກຳລັງກາຍເມື່ອປະຕິບັດຕາມແຜນການປອດໄພຈາກ COVID ແບບອຸສາຫະກັມ.
- ການແຂ່ງຂັນແລະກິລາທີ່ມີການຖືກຕ້ອງຮ່າງກາຍກັນໃນສນາມກິລາ
- ສະຖານທີ່ຫຼິ້ນກິລາໃນຮົ່ມ
- ອະນຸຍາດໃຫ້ມີຄົນເບິ່ງໄດ້ຮອດ 25,000 ຄົນຫຼື 50% ຂອງ
- ປະຣິມານ (ອັນໃດທີ່ເປັນຈຳນວນນ້ອຍກວ່າ) ທີ່ສະຖານກິລາໃຫຍ່ໆຂອງ Queensland, ໂດຍມີແຜນການປອດໄພຈາກ COVID ສຳລັບສະຖານທີ່ຈັດຄອນເສີດ, ໂຮງລະຄອນແລະ ຫ້ອງຊຸມນຸມໃຫຍ່ (ຫຼືຮອດ 50% ຂອງປະຣິມານ) ໂດຍມີແຜນການ ປອດໄພຈາກ COVID
ເຂດຫ່າງໄກຊົນນະບົດ
ອະນຸຍາດໃຫ້ໄດ້ຮອດ 50 ຄົນໃນການກິນອາຫານແຕ່ລະຄັ້ງໃນສະຖານທີ່ດັ່ງຂ້າງລຸ່ມນີ້: (ໂດຍມີລາຍການປອດໄພຈາກ COVID):
- ຮ້ານອາຫານ, ຮ້ານກາເຟ, ຜັບຂາຍເຫຼົ້າ, ຄລັບທີ່ລົງທະບຽນແລະມີໃບອະນຸຍາດ, ຄລັບ RSL ແລະ ໂຮງແຮມສຳລັບຄົນທ້ອງຖິ່ນເທົ່ານັ້ນ (ຕ້ອງແຈ້ງຫຼັກຖານທີ່ຢູ່) – ບໍ່ໃຫ້ມີບາຣ໌ຫຼືມີບ່ອນຫຼິ້ນການພະນັນ.
- ທ່ອງທ່ຽວເພື່ອການພັກຜ່ອນຢ່ອນໃຈພາຍໃນເຂດຫ່າງໄກຊົນນະບົດເທົ່ານັ້ນຖ້າວ່າທ່ານຢູ່ໃນເຂດຫ່າງໄກຊົນນະບົດ.
ຊູມຊົນພື້ນເມືອງ - ເຂດຮັກສາ-ຊີວະພາບ
ຣັຖບານປະຈຳຣັດແລະຜູ້ນຳຊົນເຜົ່າພື້ນເມືອງໄດ້ເຫັນດີຕົກລົງກັນໃຫ້ມີແຜນການສາມ-ຂັ້ນຕອນໃນການຜ່ອນຄາຍກົດເກນການຫ້າມຕ່າງໆໃນເຂດທີ່ຣັຖບານກາງກຳນົດໄວ້ວ່າເປັນເຂດຮັກສາ-ຊີວະພາບ.
ບັນດາຊຸມຊົນທີ່ຖືກກຳນົດໄວ້ນີ້ຈະໄດ້ປ່ຽນຈາກກົດເກນການຫ້າມໃນການຮັກສາ-ຊີວະພາບ ສຸກເສີນຊຶ່ງຢູ່ພາຍໃຕ້ຣັຖບານໃນປັດຈຸບັນ ໄປສູ່ການຄຸ້ມຄອງຂອງຣັຖບານປະຈຳຣັດ
- ຂັ້ນຕອນທີ 1: ຄົນໃດທີ່ເຂົ້າໄປຫຼືກັບເຂົ້າໄປໃນຊຸມຊົນຄືນ ຈະຕ້ອງໄດ້ແຍກກັກກັນ-ຕົນເອງ ເມື່ອໃດທີ່ເຫັນວ່າເຮັດໄດ້ຢ່າງປອດໄພ. ຢ່າງໃດກໍຕາມ, ຍັງຈະມີການຍົກເວັ້ນການກັກກັນນີ້ສຳລັບພະນັກງານທີ່ເຮັດວຽກຈຳເປັນ, ຜູ້ໃດທີ່
ເດີນທາງຜ່ານບັນຊຸມຊົນເຫຼົ່ານັ້ນໂດຍບໍ່ຢຸດພັກແລະຜູ້ທີ່ໄດ້ຮັບອະນຸຍາດໃຫ້ຖືກຍົກເວັ້ນໄດ້.
ຂັ້ນຕອນທີ 2: ຫົວໜ້າເຈົ້າໜ້າທີ່ທາງການແພດຈະອອກກົດເກນໃຫ້ເພື່ອອະນຸມັດໃຫ້ຊຸມຊົນດັ່ງກ່າວກາຍມາເປັນພາກສ່ວນນຶ່ງຂອງ ’ເຂດເດີນທາງທີ່ປອດໄພ’ ເພື່ອວ່າຜູ້ອາສັຍຢູ່ເຂດດັ່ງກ່າວຈະສາມາດເດີນທາງໄປມາໄດ້ ຢ່າງສະດວກໂດຍອີງຕາມການແນະນຳຂອງທາງການສາທາຣະນະສຸກ.
ຂັ້ນຕອນທີ 3: ກົດເກນຈຳກັດເລື່ອງກັກກັນເພື່ອການເຂົ້າໄປໃນຊຸມຊົນພື້ນເມືອງທີ່ຫ່າງໄກສອກຫຼີກຈະໄດ້ຖືກຍົກເລີກ, ໂດຍທີ່ ເຂດ Burke ແລະ Cook Shires ຈະຖືກຖືຢູ່ໃນເງື່ອນໄຂດຽວກັນກັບເຂດອື່ນໆຂອງ Queensland ພາຍໃຕ້ ເສັ້ນທາງໄປສູ່ການຜ່ອນຄາຍກົດເກນການຫ້າມ :
ຂໍ້ຫ້າມໃນການເດີນທາງ
- ບໍ່ມີການຫ້າມເດີນທາງແລະການນອນຄ້າງຄືນສຳລັບ ທຸກໆ Queensland# (ຮວມເຖິງຍາມພັກໂຮງຮຽນ)
- ຜູ້ອາສັຍຢູ່ເຂດຫ່າງໄກຊົນນະບົດຈະສາມາດເດີນທາງໄກໄດ້ຮອດ 500 km ຈາກເຮືອນຂອງຕົນ
- ຣັຖບານ Queensland ໄດ້ເຮັດວຽກຮ່ວມກັບຜູ້ນຳຊົນເຜົ່າພື້ນເມືອງ Aboriginal ແລະ Torres Strait Islander ໃນເຂດຊຸມຊົນຫ່າງໄກສອກຫຼີກເພື່ອນຳໃຊ້ປະຕິບັດ ແຜນການສາມຂັ້ນຕອນນີ້ ເພື່ອຜ່ອນຄາຍກົດເກນການຈຳກັດໃນເຂດທີ່ໄດ້ກຳນົດໄວ້:
ໂຮງຮຽນ
- ຫ້ອງຮຽນທັງໝົດໄດ້ເປີດຄືນແລ້ວ, ແລະນັກຮຽນທຸກຄົນໄດ້ເຂົ້າໂຮງຮຽນຄືນ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໂຮງຮຽນໃນ Queensland:
ຂໍ້ມູນເພີ່ມເຕີມ:
ເຊົາທ໌ອອສເຕຣເລັຍ (South Australia)
South Australia ໄດ້ເຂົ້າສູ່ບາດກ້າວທີ 3, ຊື່ງແມ່ນວິທີທີ່ນຳໃຊ້ ຫຼັກການ-ແບບງ່າຍໆ, ນອກຈາກກິຈກັມບາງຢ່າງທີ່ຖືວ່າມີຄວາມສ່ຽງສູງ.
ຂໍ້ຈຳກັດໃນການເຕົ້າໂຮມກັນ
ໃນຂະນະທີ່ຍັງມີການສນັບສນູນຢ່າງແຂງແຮງໃຫ້ປະຕິບັດການຢູ່ຫ່າງກັນ 1.5 m ຢູ່ນັ້ນ, ເງື່ອນໄຂການຢູ່ແອອັດກັນພາຍໃນສະຖານທີ່ຕ່າງໆຈະຖືກຜ່ອນຄາຍລົງເປັນນຶ່ງຄົນຕໍ່ສອງແມັດມົນທົນ.
ທຸຣະກິດຕ່າງໆແລະການພັກຜ່ອນຢ່ອນໃຈ
ບັນດາທຸຣະກິດ, ກິຈກັມຕ່າງໆແລະການເຕົ້າໂຮມກັນ ພາຍໃຕ້ບາດກ້າວທີ 3 ໄດ້ຂຽນໄວ້ໃນ ກົດເກນການເຮັດກິຈກັມໃນທີ່ສາທາຣະນະ ເລກທີ
- ທຸຣະກິດຕ່າງໆແລະກິຈກັມໃນທີ່ສາທາຣະນະທີ່ບົ່ງໄວ້ ຊຶ່ງມີແຜນການ ປອດໄພຈາກ-COVID ຢູ່ແລ້ວບໍ່ຈຳເປັນຕ້ອງເຮັດແຜນການໃໝ່
- ຖ້າທ່ານມີແຜນການປອດໄພຈາກ-COVID ແຕ່ວ່າໃນປັດຈຸບັນທ່ານໄດ້ເປີດໃຫ້ມີບ່ອນຫຼືສະຖານທີ່ກວ້າງຂວາງຂຶ້ນ, ທ່ານຕ້ອງໄດ້ສ້າງແຜນການອັນໃໝ່ຂຶ້ນ.
- ທຸຣະກິດແລະກິຈກັມໃນທີ່ສາທາຣະນະທີ່ບົ່ງໄວ້ ທີ່ຍັງບໍ່ທັນມີແຜນການປອດໄພຈາກ-COVID ຕ້ອງໄດ້ເຮັດແຜນການນີ້ກ່ອນ ຈຶ່ງຈະເລີ່ມເປີດດຳເນີນທຸຣະກິດໄດ້:
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບບາດກ້າວທີ 3:
ຂໍ້ຈຳກັດໃນການເດີນທາງ
- ການເດີນທາງພາຍໃນເຂດຊົນນະບົດໄດ້ຖືກອະນຸຍາດພາຍໃນຣັດ South Australia
- ຊາຍແດນຂອງ South Australia ໄດ້ຖືກເປີດຄືນໃຫ້ແກ່ຜູ້ທີ່ເດີນທາງມາຈາກ Western Australia, ເຂດປົກຄອງພິເສດ Northern Territory ແລະ Tasmania. ບັນດາຜູ້ເດີນທາງດັ່ງກ່າວບໍ່ຈຳເປັນຕ້ອງແຍກປ່ຽວຕົນເອງເປັນເວລາ 14 ມື້ ເມື່ອເຂົາເຈົ້າເຂົ້າມາໃນ South Australia.
ໂຮງຮຽນ
ໂຮງຮຽນໃນ ຣັດ South Australia ໄດ້ເປີດມາແຕ່ ຕົ້ນເທີມທີ 2 ແລະບັນດານັກຮຽນໄດ້ຖືກສົ່ງເສີມໃຫ້ໄປເຂົ້າໂຮງຮຽນ, ພາຍໃຕ້ກົດເກນການແນະນຳ ການເປີດໂຮງຮຽນ ເທີມ 2 ສຳລັບໂຮງຮຽນຫຼວງຂອງ SA ໃນການຕອບໂຕ້ກັບ ການແພ່ລະບາດ COVID-19:
ສຳລັບຂໍ້ມູນເພີ່ມເຕີມ:
ແວສເຕີນອອສເຕຣເລັຍ (Western Australia)
ຂໍ້ຈຳກັດໃນການເຕົ້າໂຮມກັນ
ຈຳນວນຂອງຄົນທີ່ເຕົ້າໂຮມກັນໃນສະພາບທີ່ບໍ່ແມ່ນ-ການເຮັດວຽກໄດ້ເພີ່ມຂຶ້ນ, ແລະ ບັນດາທຸຣະກິດຫຼາຍຂແນງກໍສາມາດເປີດຄືນໄດ້ແລ້ວ.
ກົດລະບຽບ 4ແມັດມົນທົນໄດ້ຖືກທົບທວນຄືນມາເປັນ 2 ແມັດມົນທົນຕໍ່ຄົນນຶ່ງສຳລັບສະຖານທີ່ທຸກແຫ່ງໃນ WA ແລະ ທຸກໆກິຈກັມທີ່ໄດ້ຖືກອະນຸມັດໃນ ຂັ້ນຕອນທີ 3.
ບັນດາທຸຣະກິດໃນ WA ຕ້ອງຍື່ນແຜນການປອດໄພຈາກ-COVID ເຂົ້າໄປກ່ອນຈຶ່ງເປີດຄືນໄດ້. (
ສະຖານທີ່ຕ່າງໆທີ່ໄດ້ເປີດໃນລະຫວ່າງຂັ້ນຕອນທີ 2 ຕ້ອງໄດ້ອັບເດດແຜນການປອດໄພຈາກ-COVID ຂອງຕົນ.
- ການເຕົ້າໂຮມກັນທີ່ບໍ່ແມ່ນ-ການເຮັດວຽກ ໃນຮົ່ມແລະໃນເຂດໂລ່ງແຈ້ງ ໃຫ້ມີໄດ້ຮອດ 100 ຄົນຕໍ່ສະຖານທີ່ ໃດນຶ່ງທີ່ບໍ່ໄດ້ແບ່ງເປັນເຂດ, ແລະໄດ້ຮອດ 300 ຄົນເປັນຈຳນວນທັງໝົດຕໍ່ສະຖານທີ່ແຫ່ງນຶ່ງ ທີ່ມີຫຼາຍເຂດ (ກົດລະບຽບ100/300)
- ງານແຕ່ງດອງແລະງານຊາປະນະກິຈສົພ ແມ່ນ ໄດ້ຮອດ 100 ຄົນ.
ທຸຣະກິດຕ່າງໆແລະການພັກຜ່ອນຢ່ອນໃຈ
- ທຸຣະກິດຂາຍອາຫານແລະສະຖານທີ່ທີ່ມີໃບອະນຸຍາດສາມາດດຳເນີນທຸຣະກິດໄດ້.
- ອະນຸຍາດໃຫ້ເສີບເຫຼົ້າໄດ້ໂດຍບໍ່ຕ້ອງມີອາຫານ.
- ສູນຂາຍອາຫານ (food courts) ສາມາດເປີດຄືນໄດ້.
ສະຖານທີ່ຂາຍອາຫານແລະເຄື່ອງດື່ມທຸກແຫ່ງສາມາດເປີດໄດ້ຖ້າບັນດາລູກຄ້ານັ່ງກິນ.
- ສະຖານບໍຣິການເສີມຄວາມງາມທຸກແຫ່ງຮວມເຖິງ ຮ້ານແຕ່ງເລັບ, ຮ້ານອົບສີຜິວແລະຖອນຂົນ ສາມາດສືບຕໍ່ເປີດໄດ້
- ຫ້ອງອົບ, ເຮືອນອາບນ້ຳ, ສູນດູແລສຸຂະພາບ, ສູນອົບໂຕແບບຮູ້ສຶກລອຍ (float centres), ສະປາແລະສູນນວດ ສາມາດເປີດຄືນໄດ້ (ກົດລະບຽບ 100/300).
- ສະຖານທີ່ອອກກຳລັງກາຍ, ຄລັບສຸຂະພາບ, ແລະສູນກິລາໃນຮົ່ມສາ ມາດ ໃຫ້ບໍຣິການກິຈກັມແບບທັມມະດາທົ່ວໄປ, ຮວມເຖິງການໃຊ້ອຸປະກອນອອກແຮງກາຍທຸກຊະນິດ (ສະຖານທີ່ອອກກຳລັງກາຍຕ້ອງມີພະນັກງານຄວບຄຸມຕລອດເວລາແລະທຳຄວາມສະອາດເປັນປະຈຳ)
- ກິລາທີ່ມີການຈັບຕ້ອງຮ່າງກາຍແລະການຝຶກ
- ເດີ່ນຫຼິ້ນເດັກນ້ອຍ, ເຄື່ອງອອກແຮງກາຍໃນທີ່ໂລ່ງແຈ້ງ ແລະ ສວນຫຼິ້ນສະເກັດ ຖືກອະນຸຍາດໃຫ້ໃຊ້ໄດ້
- ສະຖານທີ່ວາງສະແດງ, ຫໍພິພິທພັນ, ໂຮງລະຄອນ, ຫໍຊຸມນຸມ, ໂຮງພາພະຍົນ ແລະ ສະຖານທີ່ສະແດງຄອນເສີດ ສາມາດ ເປີດຄືນໄດ້ (ໃນການສະແດງແຕ່ລະເທື່ອ, ບັນດາຜູ້ຊົມຕ້ອງໄດ້ນັ່ງລົງ (ກົດລະບຽບ 100/300)
- ສວນສັດຢູ່ Perth ຈະໄດ້ເປີດໂດຍບໍ່ຈຳກັດຈຳນວນຜູ້ມາຢ້ຽມ ສຳລັບສະຖານທີ່ທັງໝົດ (ກົດລະບຽບ 100/300 ຕ້ອງນຳມາໃຊ້ໃນເຂດໃນຮົ່ມແລະຮ້ານກາເຟ/ຮ້ານອາຫານ)
- ສວນຊີວິດສັດປ່າແລະສວນສນຸກສາມາດເປີດຄືນໄດ້ (ກົດລະບຽບ 100/300)
- ບ່ອນຫຼິ້ນເກມ (ຮວມເຖິງ ພຸລ/ສນຸກເກີ້, ແທັນພິນໂບລີ່ງ, Timezone), ເດີ່ນສະເກັດ ແລະ ສູນຫຼິ້ນໃນຮົ່ມ (ກົດລະບຽບ 100/300)
- Rottnest Island ຈະເປີດໃຫ້ປະຊາຊົນເຂົ້າໄປຄືນ.
- TABs ແລະ Pub TABs ອາດຈະເປີດຄືນສຳລັບ ການລົງພະນັນແລະຊົມການແຂ່ງຂັນ.
- ຊັ້ນຫຼີ້ນເກມພະນັນຂອງ Crown Casino ຈະຍັງຖືກປິດບໍ່ໃຫ້ຫຼິ້ນການພະນັນໃນລະຫວ່າງ ຂັ້ນຕອນທີ 3.
ຂໍ້ຈຳກັດໃນການເດີນທາງ
- ການເດີນທາງໄດ້ຖືກອະນຸຍາດໃນທົ່ວຣັດ Western Australia, ຮວມເຖິງເຂດ Kimberley. ການເຂົ້າໄປໃນເຂດຫ່າງໄກສອກຫຼີກຊຸມຊົນພື້ນເມືອງຊາວ Aboriginal ຍັງຈະຖືກຫ້າມ.
- ຖ້າທ່ານໄປທ່ຽວຮໍລີເດ, ຈົ່ງສືບຕໍ່ປະຕິບັດການຢູ່ຫ່າງກັນແລະປະຕິບັດສຸຂະອະນາມັຍ. ຢ່າໄປທ່ຽວຮໍລີເດຖ້າທ່ານຮູ້ສຶກບໍ່ສະບາຍ.
ໂຮງຮຽນ
- ໂຮງຮຽນຫຼວງຂອງ Western Australian ໄດ້ເປີດແຕ່ຕົ້ນເທີມ 2 ສຳລັບທຸກຄອບຄົວຊື່ງເລືອກທີ່ຈະສົ່ງລູກໄປໂຮງຮຽນ.
- ສຳລັບບັນດານັກຮຽນທີ່ຮຽນຢູ່ບ້ານ, ແບບຮຽນເປັນຊຸດທາງໄກແລະ ບົດຮຽນຕ່າງໆໄດ້ຖືກຈັດສົ່ງໃຫ້.
- ພໍ່ແມ່/ຜູ້ປົກຄອງສາມາດເຂົ້າໄປໃນເດີ່ນໂຮງຮຽນໄດ້ເພື່ອມາສົ່ງແລະມາຮັບລູກ.
ຂໍ້ມູນເພີ່ມເຕີມສຳລັບໂຮງຮຽນ ໃນຣັດ Western Australia:
ຂໍ້ມູນເພີ່ມເຕີມ:
ທັສມາເນັຍ (Tasmania)
ຂໍ້ຈຳກັດໃນການເຕົ້າໂຮມກັນ
- ການເຕົ້າໂຮມກັນຈະໃຫ້ເພີ່ມຂຶ້ນເປັນ 20 ຄົນໃນແຕ່ລະຄັ້ງສຳລັບໃນຮົ່ມແລະໃນທີ່ໂລ່ງແຈ້ງຮວມເຖິງຮ້ານອາຫານ/ຮ້ານກາເຟ, ໂຮງພາພະຍົນ, ຫໍພິພິທພັນ, ສະຖານທີ່ວາງສະແດງ, ເຂດແດນປວັດສາດ, ການເຕົ້າໂຮມທາງສາສນາແລະການແຕ່ງດອງ;
- ງານຊາປະນາກິຈສົພອະນຸຍາດໃຫ້ມີຜູ້ມາຮ່ວມໄດ້ ຮອດ 50 ຄົນ;
ທຸຣະກິດຕ່າງໆແລະການພັກຜ່ອນຢ່ອນໃຈ
ສະຖານທີ່ພັກເຊົາບໍ່ຈຳກັດ
- ການຕັ້ງແຄ້ມ, ລ່ອງເຮືອຍາມກາງຄືນ ແລະ ກະຕູບ ອະນຸຍາດໃຫ້ເປີດ
- ການເປີດໃຫ້ຊົມເຮືອນແລະການປະມູນສາມາດສືບຕໍ່ໄດ້ໂດຍໃຫ້ມີຮອດສູງສຸດ 20 ຄົນ
- ສະຖານອອກແຮງກາຍແລະອອກແຮງກາຍໃນທີ່ໂລ່ງແຈ້ງອະນຸຍາດໃຫ້ໄດ້ຮອດ 20 ຄົນ
- ບໍຣິການເສີມຄວາມງາມ (ຮວມເຖິງ ການສັກລາຍ, ແຕ່ງເລັບ, ຖອນຂົນ, ນວດໜ້າແລະອົບສີຜິວ) ສາມາດເປີດຮັບໄດ້ຮອດສູງສຸດ 20 ຄົນ;
- ອຸປະກອນການອອກແຮງກາຍໃນສວນແລະເດີ່ນຫຼິ້ນເປີດຮັບໄດ້ຮອດ 20 ຄົນ;
- ກິລາຊຸມຊົນໃນທີ່ໂລ່ງແຈ້ງສາມາດສືບຕໍ່ໄດ້, ໂດຍໃຫ້ມີຮອດສູງສຸດ 20 ຄົນທີ່ເປັນນັກກິລາ/ຜູ້ເຮັດວຽກ
- ກິລາໃນຮົ່ມແລະການພັກຜ່ອນຢ່ອນໃຈ^, ຮວມເຖິງສະລອຍນ້ຳອະນຸຍາດໃຫ້ຮັບໄດ້ຮອດ 20 ຄົນໂດຍບໍ່ໃຫ້ມີຄົນນັ່ງເບິ່ງ.
ຂໍ້ຈຳກັດໃນການເດີນທາງ
- ການຄວບຄຸມຊາຍແດນໂດຍການແຍກກັກກັນໂຕ14 ມື້ ຍັງຕ້ອງປະຕິບັດຕໍ່ໄປ, ແຕ່ວ່າຜູ້ອາສັຍຢູ່ໃນຣັດສາມາດແຍກກັກກັນຢູ່ເຮືອນຕົນເອງໄດ້ຖ້າມີຄວາມເໝາະສົມ
ໂຮງຮຽນ
ຫ້ອງຮຽນທຸກແຫ່ງໄດ້ເຂົ້າຄືນ, ແລະບັນດານັກຮຽນທັງໝົດໄດ້ໄປເຂົ້າໂຮງຮຽນ.
ຂໍ້ມູນ ເພີ່ມຕີມ:
ນໍເທີນເທຣິຕໍຣີ (Northern Territory)
ຂໍ້ຈຳກັດໃນການເຕົ້າໂຮມກັນ
- ບໍ່ມີກົດເກນຂໍ້ຫ້າມຈຳກັດໃນ NT, ແຕ່ວ່າປະຊາຊົນໄດ້ຖືກຮຽກຮ້ອງໃຫ້ເຄົາຣົບຕໍ່ລະບຽບການຢູ່ຫ່າງກັນ 1.5 ແມັດ
- ງານແຕ່ງດອງແລະງານຊາປະນະກິຈສົພອະນຸຍາດໃຫ້ຈັດໄດ້
ທຸຣະກິດຕ່າງໆແລະການພັກຜ່ອນຢ່ອນໃຈ
- ການອອກແຮງກາຍ, ການເຕົ້າໂຮມໃນທີ່ໂລ່ງແຈ້ງ, ການລອຍນ້ຳ, ຕຶກປາ ແລະ ຂີ່ເຮືອອະນຸຍາດໃຫ້ເຮັດໄດ້
- ສວນຫຼິ້ນສະເກັດ, ສະລອຍນ້ຳ, ເດີ່ນຫຼິ້ນແລະ ການອອກແຮງກາຍໃນທີ່ໂລ່ງແຈ້ງອະນຸຍາດໃຫ້ເປີດໄດ້
- ນັບຈາກເດືອນພຶສພາ 15 ຮ້ານກາເຟ, ຮ້ານອາຫານ, ບາຣ໌ເຫຼົ້າ, ການຝຶກແອບກິລາ, ຕລາດໃນຮົ່ມ, ສະຖານອອກແຮງກາຍ, ຫໍສມຸດ, ສະຖານທີ່ວາງສະແດງ ແລະ ຫໍພິພິທພັນໄດ້ຖືກອະນຸຍາດໃຫ້ເປີດໄດ້
- ໃຫ້ດຳເນີນກິຈກັມການຫຼິ້ນເກມທີ່ໄດ້ຖືກລົງທະບຽນໄດ້ ຮວມເຖິງ TAB.
- ກິລາເປັນທິມເຊັ່ນ ຟຸດບອລ, ບາສເກັດບອລ, ເຕະບານແລະເນັດບອລ.
- ໂຮງພາພະຍົນຫຼືໂຮງລະຄອນ, ຫໍສະແດງຄອນເສີດ, ຫໍສະແດງດົນຕຣີ, ໂຮງເຕັ້ນລຳ, ໄນຄລັບ
- ໄປບາຣ໌ເຫຼົ້າໂດຍບໍ່ຕ້ອງກິນອາຫານພ້ອມ.
- ບໍຣິການຕ່າງໆທີ່ຖືກຫ້າມໃນເມື່ອກ່ອນ ທີ່ ບ່ອນປິ່ນປົວເສີມຄວາມງາມ ແລະ/ຫຼື ບໍຣິການຜ່າຕັດເສີມຄວາມງາມ
- ບໍຣິການຕ່າງໆທີ່ຖືກຫ້າມໃນເມື່ອກ່ອນ ທີ່ສະຖານທີ່ສັກລາຍຫຼືແຕ້ມ ສິລປະຕາມຮ່າງກາຍແລະບໍຣິການເຈາະຕາມພາກສ່ວນຮ່າງກາຍ
- ໄປທ່ຽວສວນສນຸກ, ສູນຊູມຊົນ, ສູນພັກຜ່ອນຢ່ອນໃຈຫຼືສູນລະຫຼິ້ນຕ່າງໆ.
- ໄປຮ່ວມການແຂ່ງຂັນໃນຊຸມຊົນແລະແຂ່ງຂັນກິລາໂດຍມີຜູ້ຊົມໃນທີ່ນັ່ງທີ່ຈັດໄວ້ຕາມທີ່ໄດ້ຮັບອະນຸຍາດ. ຖ້າເກີນ 500 ຄົນຂຶ້ນໄປ ງານນັ້ນຕ້ອງມີແຜນການປອດໄພຈາກ-COVID-19 ຊຶ່ງໄດ້ຮັບການອະນຸຍາດຕ່າງຫາກ.
- ບັນດາທຸຣະກິດ, ສະຖານທີ່ອຳນວຍຄວາມສະດວກ ແລະ ບໍຣິການທັງໝົດທີ່ໄດ້ຖືກກົດເກນຂໍ້ຫ້າມໃນເມື່ອກ່ອນ ປັດຈຸບັນສາມາດສືບຕໍ່ໄດ້ ໂດຍການຮັບປະກັນວ່າຕ້ອງປະຕິບັດຕາມຫຼັກການທີ່ສຳຄັນ.
- ການຈັດພິທີໃຫຍ່ໆຈະຖືກອະນຸຍາດຕາມແຕ່ລະກໍຣະນີໄປ.
ຂໍ້ຈຳກັດໃນການເດີນທາງ
ເຂດແດນທີ່ຖືກກຳນົດໃຫ້ເປັນເຂດຮັກສາຊີວະພາບ ໄດ້ຖືກຍົກເລີກ. ນອກຈາກວ່າຕ້ອງປິດຕາມລະດູການທີ່ເຄີຍປິດມາກ່ອນ, ສວນແລະເຂດປ່າສງວນຈະໄດ້ເປີດແລະໃຫ້ຄົນທີ່ຢູ່ໃນເຂດປົກຄອງພິເສດເຂົ້າໄປຊົມໃຊ້ໄດ້.
ເງື່ອນໄຂແລະການເຂົ້າໄປໃນສວນຕ່າງໆໃນ Northern Territory (NT) ອາດຈະຖືກປ່ຽນແປງໂດຍການເຕືອນໃນລະຍະສັ້ນ. ຂໍໃຫ້ກວດເບິ່ງເວັບໄຊ້ຂ້າງລຸ່ມນີ້ກ່ອນໄປຢ້ຽມຢາມ:
- ໃຫ້ກວດເບິ່ງວ່າສວນເປີດບໍ: ເຂດ Darwin
- ໃຫ້ກວດເບິ່ງວ່າສວນເປີດບໍ: ເຂດ Katherine
- ໃຫ້ກວດເບິ່ງວ່າສວນເປີດບໍ: ເຂດ Tennant Creek ແລະ Barkly
- ໃຫ້ກວດເບິ່ງວ່າສວນເປີດບໍ: ເຂດ Alice Springs
ກົດເກນໃໝ່ໃນການແຍກກັກກັນ-ຕົນເອງ
ເຂດປົກຄອງພິເສດ Northern Territory (NT) ໄດ້ປ່ຽນຈາກການໃຫ້ແຍກກັກກັນ-ຕົນເອງແບບບັງຄັບເປັນເວລາ 14 ມື້ພາຍໃຕ້ການຕິດຕາມກວດຂັນມາເປັນການກັກກັນ-ຕົນເອງແບບບັງຄັບເປັນເວລາ 14 ມື້ຢູ່ໃນເຮືອນຕົນເອງ; ໃນທີ່ຢູ່ສ່ວນຕົວ; ຫຼືໃນທີ່ຢູ່ແບບເສັຍເງິນທີ່ເໝາະສົມໂດຍຕ້ອງຈ່າຍເອງ. ໃຫ້ກວດເບິ່ງກົດເກນຂໍ້ແນະນຳ ທີ່ນີ້:
ຜູ້ທີ່ມາຈາກຕ່າງປະເທດຍັງຈະຕ້ອງໄດ້ເຮັດການກັກກັນແບບບັງຄັບເປັນລະຍະເວລາ 14 ມື້ຢູ່ໃນສະຖານທີ່ພັກເຊົາທີ່ເສັຍເງິນໂດຍຕ້ອງຈ່າຍເອງ, ເນື່ອງຈາກວ່າມີຄວາມສ່ຽງສູງຂຶ້ນຈາກການເດີນທາງມາຈາກຕ່າງປະເທດ.
ໂຮງຮຽນ
- ນັບຈາກວັນທີ 20 ເມສາ 2020, ບັນດານັກຮຽນທຸກຄົນໃນ Northern Territory ຖືກຄາດຫວັງໃຫ້ກັບໄປເຂົ້າຮຽນໂດຍມີໜ້າຢູ່ທີ່ໂຮງຮຽນ
- ໃນກໍຣະນີທີ່ຄອບຄົວເລືອກທີ່ຈະບໍ່ສົ່ງລູກໄປໂຮງຮຽນ. ເດັກນ້ອຍຕ້ອງໄດ້ຮຽນຢູ່ເຮືອນ
ຂໍ້ມູນເພີ່ມເຕີມກ່ຽວກັບຂໍ້ມູນ ເຣື່ອງໂຮງຮຽນທີ່ Northern Territory:
ຄຳຖາມທີ່ຖືກຖາມເລື້ອຍໆ:
ເອຊີທີ (Australian Capital Territory)
ຂໍ້ຈຳກັດໃນການເຕົ້າໂຮມກັນ
- ບໍ່ມີການຈຳກັດໃນການໄປຢ້ຽມຢາມກັນຢູ່ເຮືອນ.
- ການເຕົ້າໂຮມໃນທີ່ສາທາຣະນະທຸກແຫ່ງແມ່ນອະນຸຍາດໃຫ້ໄດ້ສູງສຸດຮອດ 100 ຄົນ (1 ຄົນຕໍ່ 4 ແມັດມົນທົນສຳລັບບ່ອນໃນຮົ່ມແລະໃນທີ່ໂລ່ງແຈ້ງ), ຮວມທັງ ງານຊາປານະກິຈສົພ.
ຂໍ້ມູນເພີ່ມເຕີມກ່ຽວກັບການ ເຕົ້າໂຮມ ກັນ:
ການເດີນທາງ
ນັບຈາກວັນທີ 1 ມິຖູນາ 2020 ຄົນທີ່ອາສັຍຢູ່ແຄນເບີຣາຖືກອະນຸຍາດໃຫ້ໄປ ທ່ອງທ່ຽວຮໍລີເດໃນຣັດ NSW ໄດ້.
ທຸຣະກິດຕ່າງໆແລະການພັກຜ່ອນຢ່ອນໃຈ
- ກົດເກນແນະນຳສຳລັບ ທຸຣະກິດໃນ ACT:
ສຳລັບຂແນງບໍຣິການ (ຮ້ານກາເຟ, ຮ້ານອາຫານ, ບາຣ໌ຂາຍເຫຼົ້າ, ຜັບແລະຄລັບ) ການເຕົ້າໂຮມຈະໄດ້ຖືກອະນຸຍາດໃຫ້ ຮັບແຂກໄດ້ 100 ຄົນສຳລັບບ່ອນໃນຮົ່ມແລະໃນທີ່ໂລ່ງແຈ້ງ, ຫຼື
- ນຶ່ງຄົນຕໍ່ 4 ແມັດມົນທົນ, ອັນໃດກໍໄດ້ທີ່ຈຳນວນນ້ອຍກວ່າ. ການຈຳກັດນີ້ບໍ່ນັບເອົາຈຳນວນພະນັກງານ.
- ບາຣ໌ຂາຍເຫຼົ້າ, ຜັບ, ແລະ ຄລັບ ສາມາດເສີບເຫຼົ້າໃຫ້ແຂກເປັນກຸ່ມໄດ້ຮອດກຸ່ມລະ 10ຄົນຕໍ່ການຈອງຄັ້ງນຶ່ງຫຼືໂຕະນຶ່ງໂດຍບໍ່ຕ້ອງເສີບອາຫານພ້ອມ.
- ການຝຶກແບບຈັບຕ້ອງຮ່າງກາຍ-ແບບເຕັມ ສຳລັບກິລາ, ເຕັ້ນລຳ ແລະ ສິລປະ ມວຍ ໃນປັດຈຸບັນໄດ້ຖືກອະນຸຍາດແລ້ວ.
- ສະຖານທີ່ດັ່ງກ່າວຂ້າງລຸ່ມນີ້ສາມາດເປີດໄດ້, ໂດຍການປະຕິບັດຕາມກົດລະບຽບນຶ່ງຄົນຕໍ່ 4ແມັດມົນທົນ ສຳລັບຮອດ 100 ຄົນ (ຮວມທັງພະນັກງານ):
- ສະຖານທີ່ກາບໄຫວ້ບູຊາແລະພິທີທາງສາສນາ.
- ໂຮງພາພະຍົນແລະໂຮງໜັງ
- ສວນສນຸກໃນຮົ່ມແລະໃນທີ່ໂລ່ງແຈ້ງ, ບ່ອນຫຼິ້ນເກມ, ແລະ ສູນລະຫຼິ້ນຕ່າງໆ
- ສະຖານທີ່ອອກແຮງກາຍ, ຄລັບສຸຂພາບ, ສະຖານທີ່ຟິດຮ່າງກາຍ, ບ່ອນເຕັ້ນລຳ
- ສະລອຍນ້ຳ
- ກິລາຊຸມຊົນແລະກິຈກັມກິລາທີ່ຈັດຂຶ້ນ
- ກຸ່ມຮ້ອງເພງປະສານສຽງ, ວົງດົນຕຣີແລະວົງດຸຣິຍາງ
- ບໍຣິການສ່ວນຕົວ (ເຊັ່ນຮ້ານເສີມຄວາມງາມແລະແຕ່ງເລັບ, ບ່ອນສັກລາຍ, ຮ້ານນວດ, ຯລຯ.)
- ສວນຈອດຣົດຄາຣາວານ, ເດີ່ນຕັ້ງແຄ້ມ ແລະ ເຂດໃຫ້ຕັ້ງແຄ້ມ
ການສຶກສາ
- ຫ້ອງຮຽນທຸກຫ້ອງໃນໂຮງຮຽນຫຼວງໄດ້ກັບຄືນໄປຮຽນແບບຢູ່ໃນວິທຍາເຂດ.
- ACT ແມ່ນຣັດທຳອິດໃນການສເນີ ໃຫ້ນັກຮຽນຕ່າງປະເທດກັບຄືນມາຮຽນໃນເດືອນກໍຣະກະດາ 2020, ໂດຍສອດຄ່ອງກັບວາຣະການກັບມາຂອງບັນດານັກຮຽນຕ່າງປະເທດທີ່ທາງຣັຖບານກາງບົ່ງໄວ້.
…………………………………………………………………………..
ປະຊາຊົນໃນປະເທດອອສເຕຣເລັຍຕ້ອງຢູ່ຫ່າງຈາກຄົນອື່ນຢ່າງນ້ອຍ 1.5 ແມັດ. ໃຫ້ກວດເບິ່ງກົດເກນຂໍ້ບັງຄັບຂອງຣັດຂອງທ່ານກ່ຽວກັບການຈຳກັດການເຕົ້າໂຮມກັນ.
ຖ້າທ່ານຮູ້ສຶກວ່າມີອາການເປັນຫວັດຫຼືໄຂ້ຫວັດໃຫຍ່, ໃຫ້ຢູ່ເຮືອນແລະຈັດການເຣື່ອງໄປກວດໂດຍໂທຣະສັບຫາທ່ານໝໍຂອງທ່ານຫຼືຕິດຕໍ່ຫາສາຍດ່ວນຂໍ້ມູນສຸຂະພາບໂຄໂຣນາໄວຣັສ ທີ່ເລກໂທ 1800 020 080.
ມີຂ່າວ ແລະ ຂໍ້ມູນໄວ້ບໍຣິການ ເປັນທັງໝົດ 63 ພາສາ ຢູ່ sbs.com.au/coronavirus