ປະເມີນຄວາມສ່ຽງຂອງທ່ານ: ວິທີການກຽມພ້ອມ ແລະຢູ່ລອດຈາກພັຍນໍ້າຖ້ວມ

ໂດຍທີ່ມີຝົນຕົກທີ່ສູງກວ່າຄ່າສະເລັ່ຍໃນປະຈຸບັນໃນພາກຕາເວັນອອກຂອງອອສເຕຣເລັຍ, ຜູ້ຊ່ຽວຊານກໍາລັງເຕືອນປະຊາຊົນໃຫ້ໃຊ້ຄວາມລະມັດລະວັງຢູ່ໃກ້ເຂດທີ່ສ່ຽງຕໍ່ການເກີດນໍ້າຖ້ວມ.

Road closed

Source: Getty / Getty Images/Theo Clark

ຈຸດສໍາຄັນ
  • N1. ຫ້າມບໍ່ໃຫ້ຂັບຂີ່ໃນທີ່ ທີ່ນ້ຳຖ້ວມ ເພາະຕ້ອງໃຊ້ນໍ້າພຽງ 15 ຊັງຕີແມັດ ທີ່ຈະເຮັດໃຫ້ລົດຟູ ແລະໄຫຼຫນີໄປ
  • 1. ໂທຫາຫນ່ວຍບໍລິການສຸກເສີນຣັດຂອງທ່ານ (SES) ເພື່ອຂໍການສນັບສນູນ ທີເບີ 13 25 00. ໂທຣະສັບຫາ 000 ຖ້າຊີວິດຂອງທ່ານຕົກຢູ່ໃນອັນຕະລາຍທັນທີ
ສໍານັກງານອຸຕຸນິຍົມຫຼື BOM ໄດ້ອອກແຈ້ງເຕືອນພັຍນໍ້າຖ້ວມຫຼາຍຄັ້ງ ສໍາລັບ ພາກຕາເວັນອອກຂອງຣັດ New South Wales ຍ້ອນເຫດການອາກາດ ທີ່ເຮັດໃຫ້ເກີດຝົນຕົກ ສູງກວ່າປະລິມານຝົນສະເລັ່ຍ.

ການຄົ້ນພົບຈາກ Allianz ສະແດງໃຫ້ເຫັນວ່າ ຊາວອອສເຕຣເລັຍບໍ່ໄດ້ກຽມພ້ອມ ເທົ່າທີ່ຄວນສໍາລັບພັຍນໍ້າຖ້ວມ ເນື່ອງຈາກຂາດຄວາມຮູ້. ທ່ານ Mark O'Connor ຜູ້ຈັດການ ການຮຽກຮ້ອງຄ່າເສັຍຫາຍແຫ່ງຊາດ ຂອງຜູ້ປະກັນຕົນ ກ່າວວ່າ ຫນ້າເສັຍໃຈ ທີ່ພາຍຸ ແລະລະດູນ້ໍາຖ້ວມ ໄດ້ສ້າງຄວາມເສັຍຫາຍ 2.4 ພັນລ້ານໂດລາ ໃຫ້ແກ່ບ້ານເຮືອນໃນອອສເຕຣເລັຍເມື່ອປີກາຍນີ້.

Standing on the roof in the storm
Source: Getty / Getty Images/Colin Anderson Productions

ວາງແຜນລ່ວງຫນ້າ, ກຽມພ້ອມສໍາລັບພາວະສຸກເສີນ

ທ່ານ O'Connor ແນະນໍາໃຫ້ເຮັດການຄົ້ນຄວ້າ ໂດຍການເວົ້າກັບເພື່ອນບ້ານຂອງທ່ານ ແລະຫນ່ວຍງານ ສນັບສນູນສຸກເສີນໃນທ້ອງຖິ່ນ. ລາວແນະນໍາໃຫ້ກວດສອບ ນະໂຍບາຍປະກັນພັຍຂອງທ່ານທຸກໆປີ ແລະວາງແຜນສຸກເສີນເຮືອນ ແລະ ແບ່ງປັນກັບຄົນໃນຄອບຄົວຂອງທ່ານ.

ສ້າງຊຸດສຸກເສີນ ທີ່ມີຊຸດປະຖົມພະຍາບານ, ນ້ຳແລະອາຫານ ແລະແນ່ນອນເຄື່ອງ Charge ແບບພົກພາ (Portable charger).
ຖ້າທ່ານຮູ້ວ່າບ້ານຂອງທ່ານມີແນວໂນ້ມວ່າຈະຖືກນ້ຳຖ້ວມ,ທ່ານ Baker ແນະນໍາໃຫ້ກຽມພ້ອມລ່ວງຫນ້າ ເຊັ່ນການຍົກເອົາສິ່ງຂອງທີ່ມີຄ່າທັງຫມົດຂອງທ່ານ ຂຶ້ນເທິງພື້ນທີ່ສູງເຖິງແມ່ນວ່າການລະວັງທີ່ດີທີ່ສຸດແມ່ນ ຢ່າຢູ່ໃນເຂດທີ່ມີຄວາມສ່ຽງຕໍ່ນ້ຳຖ້ວມຕັ້ງແຕ່ຕອນຕົ້ນ.

ທ່ານ David Baker ຮອງຫົວຫນ້າຜແນກສຸກເສີນຣັດ Victoria ຫຼື VICSES ຊຸກຍູ້ໃຫ້ປະຊາຊົນພັດທະນາຊຸດສຸກເສີນ ໃນກໍລະນີເກີດເຫດໄຟໄຫມ້ ຫຼື ພັຍນໍ້າຖ້ວມ. ຂໍ້ມູນກ່ຽວກັບວິທີການກະກຽມເຮືອນຂອງທ່ານສໍາລັບພັຍພິບັດສາມາດເບິ່ງໄດ້ໃນເວັບໄຊທ໌ SES ທ້ອງຖິ່ນຂອງທ່ານ.

Tropical downpour
Source: Getty / Getty Images/Charles Briscoe-Knight
ທ່ານ Baker ຍັງແນະນໍາໃຫ້ປິດກັ້ນນ້ຳເສັຍ ແລະທໍ່ລະບາຍນ້ຳລ່ວງຫນ້າ ດ້ວຍຂີ້ເຫຍື້ອ ຫຼືຖົງຢາງທີ່ໃສ່ຂີ້ດິນ ຫລືດິນຊາຍ ເພື່ອປ້ອງກັນບໍ່ໃຫ້ນ້ຳເສັຍຖ້ວມ ໄຫລຜ່ານຫ້ອງນ້ຳ ແລະການລະບາຍນ້ຳຂອງທ່ານ ເມື່ອເກີດນ້ຳຖ້ວມ.

ຖ້າຫາກວ່າທ່ານຕ້ອງຍົກຍ້າຍ,ໃຫ້ວາງແຜນເສັ້ນທາງກ່ອນ ທີ່ທ່ານຈະອອກເດີນທາງ, ແລະຊອກຫາເສັ້ນທາງເລືອກທາງອື່ນ, ເພື່ອໃຫ້ທ່ານຮູ້ວິທີການ ທີ່ຈະໄປເຖິງ ຈຸດຫມາຍປາຍທາງຂອງທ່ານຢ່າງປອດພັຍ.

ມັນປອດພັຍກວ່າສເມີ ທີ່ຈະອອກໄປໃຫ້ໄວເທົ່າທີ່ຈະໄວໄດ້ໃນພັຍນໍ້າຖ້ວມ.
LEARN MORE ABOUT AUSTRALIA'S EMERGENCY WARNING SYSTEMS
SG FIRE AND EMERGENCY 2 image

What are Australia’s Emergency Warnings and Fire Danger Ratings and how should you respond?

SBS English

11:31

ຢ່າຂັບຂີ່ຕາມເສັ້ນທາງທີ່ຖືກນໍ້າຖ້ວມ

ທ່ານ Baker ເຕືອນບໍ່ໃຫ້ຂັບລົດຜ່ານນ້ຳຕື້ນໆ ໃນກໍລະນີທີ່ມີຝົນຕົກຫນັກໃນຂນະທີ່ນ້ຳຖ້ວມຢ່າງກະທັນຫັນ ສາມາດເກີດຂຶ້ນໄດ້ຢ່າງໄວ. ການຂັບລົດເຂົ້າໄປໃນນ້ຳຖ້ວມ ເປັນສາເຫດສໍາຄັນ ຂອງການເສັຍຊີວິດ ໃນລະຫວ່າງພັຍນ້ຳຖ້ວມ.

ຖ້າຫາກວ່າທ່ານຕິດຢູ່ໃນຝົນຕົກໜັກ, ມັນເປັນສິ່ງທີ່ດີທີ່ສຸດທີ່ຈະໄປຈອດຣົດບ່ອນທີ່ປອດພັຍຫຼືໄປບ່ອນທີ່ສູງ.
ມັນອັນຕະລາຍຫຼາຍ. ຣົດບາງຄັນຕ້ອງການພຽງແຕ່ 15 ຊັງຕີແມັດ, ຄວາມຍາວຂອງ ປາກກາທົ່ວໄປເພື່ອໃຫ້ມັນລອຍຢູ່ໃນນ້ຳຖ້ວມ.
ຖ້າຫາກວ່າທ່ານບໍ່ສາມາດອອກຈາກຍານພາຫະນະຂອງທ່ານອີກຕໍ່ໄປ, ມັນຈະກາຍເປັນພາວະສຸກເສີນ ທີ່ອາດຈະຮ້າຍແຮງທີ່ອາດຈະຕ້ອງໂທຣະສັບຫາ (000) ເພື່ອຮັບການຊ່ອຍເຫຼືອທັນທີ.

ທ່ານນາງ Stacey Pidgeon ຜູ້ຈັດການຄົ້ນຄວ້າແຫ່ງຊາດ ຈາກສະມາຄົມ Royal Life Saving Society ຂອງອອສເຕຣເລັຍ ກ່າວວ່າ ຄົນຍ່າງຕາມທາງກໍຄວນຫລີກລ້ຽງ ການລົງໄປໃນນ້ຳຖ້ວມ ບໍ່ວ່າຈະໃນກໍຣະນີໃດໆກໍຕາມ.

ເມື່ອບໍ່ສາມາດໜີອອກໄດ້

ຖ້າຫາກວ່າທ່ານຕິດໃນນ້ຳຖ້ວມທີ່ສູງຂຶ້ນ ແລະບໍ່ສາມາດທີ່ຈະໜີອອກໄດ້, ນີ້ກາຍເປັນສະຖານະການທີ່ເປັນອັນຕະລາຍຕໍ່ຊີວິດ, ແລະທ່ານຕ້ອງຊອກຫາບ່ອນພັກເຊົາ ໃນຈຸດທີ່ປອດພັຍທີ່ສຸດ ແລະສູງສຸດ ທີ່ທ່ານສາມາດຊອກຫາໄດ້ ແລະໂທຫາ triple zero (000).

ນ້ຳຖ້ວມທີ່ສູງຂຶ້ນອາດນໍາໄປສູ່ຊັບສິນທີ່ຢູ່ໂດດດ່ຽວ, ບໍ່ມີໄຟຟ້າ, ລະບົບທໍ່ນ້ຳເສັຍ ແລະສິ່ງອໍານວຍຄວາມສະດວກອື່ນໆ ຖືກທຳລາຍ.

ຖ້າຫາກວ່າທ່ານບໍ່ສາມາດໜີອອກໄປໄດ້, ແຕ່ຍັງມີນ້ຳສະອາດໃຫ້ໃຊ້ຢູ່, ໃຫ້ບັນຈຸນ້ຳຈືດໃສ່ພາຊະນະເພື່ອໃຫ້ທ່ານມີນ້ຳໃຊ້.

ສິ່ງສໍາຄັນທີ່ຕ້ອງຈື່ໄວ້ວ່າ ອາຫານສ່ວນຫຼາຍທີ່ເກັບໄວ້ໃນຕູ້ເຢັນ ຈະກາຍເປັນອາຫານທີ່ບໍ່ປອດພັຍຖ້າຫາກບໍ່ມີໄຟຟ້າໃຊ້.

ຖ້າຫາກວ່າທ່ານຖືກໂດດດຽວ ຍ້ອນນ້ຳຖ້ວມທີ່ຕັດການເຂົ້າເຖິງ, ຢ່າພະຍາຍາມຍົກຍ້າຍ, ມັນອາດກາຍເປັນອັນຕະລາຍຫຼາຍກວ່າການຢູ່ ແລະລໍຖ້າການຊ່ວຍເຫຼືອ.

ຖ້າຫາກວ່າທ່ານຕິດຢູ່ໃນນ້ຳຖ້ວມ
  • ໄປກັບກະແສນ້ຳ
  • ຍົກມືຂຶ້ນເພື່ອບົ່ງບອກເຖິງຄວາມຕ້ອງການຄວາມຊ່ວຍເຫຼືອຂອງທ່ານ
  • ລອຍເທິງຫຼັງຂອງທ່ານ ເພື່ອໃຫ້ຫົວອອກພົ້ນຈາກນໍ້າ
  • ຢຶດເອົາບາງສິ່ງບາງຢ່າງທີ່ລອຍເຊັ່ນ: esky, ບານ ຫຼືກະດານ boogie
ແລະມັນເປັນສິ່ງສໍາຄັນ ທີ່ທ່ານຈະບໍ່ຊ່ອຍເຫຼືອຜູ້ໃດ ໂດຍການລົງໄປໃນນ້ຳດ້ວຍຕົວເອງ ດັ່ງທີ່ຫລາຍຄົນໄດ້ຈົມນ້ຳຕາຍ ໃນຄວາມພະຍາຍາມຂອງເຂົາເຈົ້າທີ່ຈະຊ່ວຍຄົນອື່ນໃຫ້ລອດ.

ສິ່ງທີ່ດີທີ່ສຸດ ທີ່ທ່ານສາມາດເຮັດໄດ້ ແມ່ນໂທຫາການບໍລິການສຸກເສີນ. ທ່ານສາມາດຊ່ວຍໄດ້ໂດຍການໂຍນສິ່ງທີ່ຟູນ້ຳເພື່ອໃຫ້ຄົນນັ້ນບໍ່ຈົມນໍ້າ.
ໃນກໍລະນີສຸກເສີນ ທ່ານ Baker ກ່າວວ່າ ຊີວິດມະນຸດ ຄວນມາກ່ອນສເມີ.

ເຂົ້າເບິ່ງເວັບໄຊທ໌ບໍລິການສຸກເສີນພາກຣັດໃນທ້ອງຖິ່ນຂອງທ່ານ (SES) ຫຼື ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບການກະກຽມສໍາລັບເຫດການນໍ້າຖ້ວມ.

ສໍາລັບການພະຍາກອນສະພາບອາກາດ ແລະການອັບເດດຫຼ້າສຸດຂອງທ່ານ, .

ຖ້າຫາກວ່າທ່ານຕ້ອງການຄວາມຊ່ອຍເຫຼືອ ໃນພື້ນທີ່ ທີ່ຖືກນ້ຳຖ້ວມ, ໂທຫາ SES ທີ່ 13 25 00.

ໂທຫາ 000 ທັນທີ ຖ້າຊີວິດຂອງທ່ານຕົກຢູ່ໃນອັນຕະລາຍ.

ສໍາລັບການສນັບສນູນດ້ານພາສາ, ໂທຫາການແປ ແລະລ່າມແປພາສາ ແຫ່ງຊາດ ທີ່ 131 450 ແລະຂໍຕໍ່ເຖິງໜ່ວຍງານທີ່ຮັບຜິດຊອບ.

ສໍາລັບຂໍ້ມູນຫຼ້າສຸດ ກ່ຽວກັບເຫດການສຸກເສີນ ທົ່ວອອສເຕຣເລັຍ ພ້ອມດ້ວຍຄໍາແນະນໍາ ເພື່ອປົກປ້ອງທ່ານ ແລະຊັບສິນຂອງທ່ານ ໄປທີ່


Share
Published 17 October 2022 2:38pm
By Amy Chien Yu-Wang
Presented by Sak Phoumirath


Share this with family and friends