* ນີວຊາວແວນລ໌ມີຄົນຕາຍອີກສອງຄົນຍ້ອນ ໂຄວິດ-19.
* ທຸກກໍຣະນີໃໜ່ໃນຣັດວິກຕໍເຣັຍມີສາຍພົວພັນໄປເຖິງການຣະບາດຂອງປັດຈຸບັນນີ້.
* ຣັຖານອອສເຕຼເລັຍໄດ້ຢາວັກຊີນ ໂຄວິດ-19 ຍີ່ຫໍ້ ຟາຍເຊີ (Pfizer) ຕື່ມ 85ລ້ານ ໂດສ໌
* ໃນຣັດເຊົາທ໌ອອສເຕຼເລັຍການຈະສຸດສິ້ນລ໋ອກດາວເດີນໄປຕາມແຜນການຢູ່.
ໃນຣັດນີວຊາວແວນລ໌
ນີວຊາວແວນລ໌ມີຄົນເປັນໂຄວິດອີກໃໜ່ 141 ຄົນຈາກການຕິດແປດໃນທ້ອງຖິ່ນເອງ. ນາຍົກຣັຖມົນຕີ Berejikilian ເວົ້າວ່າມີສອງຄົນເສັຍຊີວິດ, ຍິງນາງນຶ່ງໃນວັຍ 70 ແລະນາງນຶ່ງໃນຂັ້ນ 70 ຕາຍທີ່ບໍ່ແມ່ນຍ້ອນອາການທີເປັນຢູ່ແລ້ວ.
ນີວຊາວແວນລ໌ຈະໄດ້ຢາວັກຊີນ ໂຄວິດ-19 ຍີ່ຫໍ້ ຟາຍເຊີ ເພີ້ມ 50,000 ໂດສ໌. ພ້ອມດຽວກັນນັ້ນ, ໜ່ວຍຕຳຣວດພິເສດອັນນຶ່ງຖຶກແຕ່ງຕັ້ງຂຶ້ນເພື່ອບົ່ງບອກໃຫ້ຮູ້ຄົນທີເຂົ້າຮ່ວມການປະທ້ວງໃນວານນີ້, ໂດຍທີ່ມີໜັງສືປັບໃໜ 510 ອັນຖຶກມອບໜາຍໃຫ້ແລ້ວ.
ໃນຣັກວິກຕໍເຣັຍ
ຣັກວິກຕໍເຣັຍມີຄົນເປັນໂຄວິດ-19 ໃໜ່ 11 ຄົນໂດຍການຕິດແປດໃນທ້ອງຖິ່ນເອງ, ທັງໜົດນັ້ນຢູ່ໃນ quarantine ຕລອດຣະຍະທີ່ເປັນມັນ ແລະມີສາຍພົວພັນກັບກໍຣະນີຕ່າງໆໃນລາຍຊື້່ແລະແຜ່ນທີ່.
ທາງການຕ່າງໆຍັງຈະຢັ້ງຢືນການຜ່ອນຄາຍການຕ້ອງຫ້າມຕ່າງໆກ່ຽວກັບ ໂວິດ-19 ໃນວັນອັງຄານທີ 27 ກໍຣະກະດາ 2021.
ໃນ 24 ຊົ່ວໂມງທີ່ຜ່ານມາທົ່ວອອສເຕຼເລັຍ
* ອອສເຕຼເລັຍຈະໄດ້ຮັບຢາວັກຊີນ ໂຄວິດ-19 ຟາຍເຊີ 85ລ້ານ ໂດສ໌ ໃນປີ 2022 ແລະ 2023.
* ຣັດເຊົາທ໌ອອສເຕຼເລັຍມີຄົນເປັນໂຄວິດ-19 ໃໜ່ສາມຄົນຈາກທ້ອງຖິ່ນເອງ, ແລະຍັງຢູ່ໃນເສັ້ນທາງທີ່ຈະຍົກເລີກລ໋ອກດາວ.
* ຄວີນສ໌ແລນດ໌ມີກໍຣະນີເປັນໃໜ່ຫ້າລາຍໃນ quarantine ໃນໂຮງແຮມ.
ຕຳນານກ່ຽວກັບ ໂຄວິດ-19 :
ວ່າຊາວໜຸ່ມທີ່ສົມບຸນດີບໍ່ຖຶກແຕະຕ້ອງໂດຍ ໂຄວິດ-19. ມັນເສັຍຫາຍແລະສັງຫານຄົນແກ່ແລະເຈັບໂຊເທົ່ານັ້ນ.
ຄວາມຈິງ :
ໂຄວິດ-19 ແຕະຕ້ອງຄົນທີ່ແກ່ແລະຄົນທີ່ເປັນອາການແຊກຊ້ອນຢ່າງໜັກໜ່ວງຫຼາຍກ່ວາ, ແຕ່ກໍເສັຍຫາຍແລະສັງຫານຄົນຜູ້ໜຸ່ມບາງຄົນທີສົມບຸນດີ.
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ໜີ້ ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .
* ມີການແນະນຳອັນຖຶກຕ້ອງສຳຮັບຣັດແລະ territory ຂອງທ່ານ : , , , , , , .
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :