ອັບເດດ ໂຄວິດ-19: ​ມີຄົນເປັນ ໂຄວິດ-19 ຫຼາຍເປັນປະຫວັດການແລະມີການຕ້ອງຫ້າມເຄັ່ງຄັດກ່ວາເກົ່າໃນນີວຊາວແວນລ໌

ນີ້ແມ່ນອັບເດດສຳຮັບທ່ານກ່ຽວກັບໂຄໂຣນາໄວຣັສໃນອອສເຕຼເລັຍສຳຮັບ 29 ກໍຣະກະດາ 2021.

A near empty Market Street is seen in the central business district in Sydney, Thursday, July 29, 2021. NSW recorded 236 new locally acquired cases of COVID-19 in the 24 hours to 8pm last night. (AAP Image/Mick Tsikas) NO ARCHIVING

A near empty Market Street is seen in the central business district in Sydney. Source: AAP Image/Mick Tsikas

* ນີວຊາວແວນລ໌ມີຄົນເປັນໂຄວິດ-19 ເປັນຈຳນວນມາກມາຍມາແຕ່ເມື່ອວິກິດ ໂຄວິດ-19 ເລີ້ມຂຶ້ນ.
* ວິກຕໍເຣັຍຍັງສຶບສວນເບິ່ງກໍຣະນີນຶ່ງທີ່ບໍ່ຮູ້ວ່າເປັນໄດ້ຈາກໃສ.
* ເຊົາທ໌ອອສເຕຼເລັຍມີຄົນເປັນໂຄວິດ-19 ໃໜ່ສອງລາຍ.
* ຈຳຕ້ອງໃສ່ໜ້າກາກອານາມັຍອີກສັບປະດານຶ່ງສຳຮັບຄີວນສ໌ແລນດ໌.



 

ໃນຣັດນີວຊາວແວນລ໌

ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ໃໜ່ຈາກທ້ອງຖິ່ນ 239 ຄົນແລະຕາຍສອງຄົນທີເປັນຍິງນາງນື່ງໃນຂັ້ນອາຍຸເກົ້າສິບແລະຊາຍຄົນນຶ່ງໃນຂັ້ນອາຍຸແປດສິບ, ທັງສອງເປັນຄົນໃນພາກໃຕ້ສ່ຽງຕາເວັນຕົກຂອງຊິດນີ. ບໍ່ເກີດຂອງການຕິດແປດກັນ 126 ລາຍກຳລັງຢູ່ໃນການສຶບສວນແລະ 81 ຄົນເທົ່ານັ້ນຢູ່ໃນການແຍກໂຕສຳຮັບຕລອດຣະຍະຂອງການເປັນພະຍາດນັ້ນ.

ນາຍົກຣັຖມົນຕີ Gladys Berejiklian ເວົ້າວ່າຄົນທີ່ຢູ່ກິນໃນເຂດການປົກຄອງທີ່ເປັນຫ່ວງຂອງ Fairfield, Canterbury-Bankstown, Liverpool, Cumberland, Blacktown, Parramatta, Campbelltown and George's River ຈະບໍ່ຖຶກອະນຸຍາດໃຫ້ເດີນທາງໄປມາເກີນຫ້າກິໂລແມດຈາກເຮືອນ.

ການປັບໃໜ່ສຳຮັບບໍ່ໃສ່ໜ້າກາກອານາມັຍສຳຮັບທົ່ວນີວຊາວແວນລ໌ກໍທະວີຂຶ້ນຈາກ $200 ມາເປັນ $500. ຈາກແຕ່ມື້ອື່ນໄປຕຳຣວດຈະໄດ້ຮັບອຳນາດປິດທຸຣະກິດທີ່ຣະເມີດກົດເກນຕິດໆຕໍ່ໆກັນ.

ກົດໃສ່   ເພື່ອເບິ່ງກົດເກນແລະການຕ້ອງຫ້າມ.

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍມີຄົນເປັນ ໂຄວິດ-19 ໃໜ່ຫົກຄົນຈາກການຄິດແປດໃນທ້ອງຖິ່ນ. ທຸກກໍຣະນີມີສາຍພົວພັນກັບການຣະບາດຂອງສາຍພັນ ແດນຕາ ຂອງປັດຈຸບັນແລະຢູ່ໃນ quarantine ເມື່ອເປັນມັນຢູ່.

ທາງການສາທາຣະນະສຸກຍັງພະຍາຍາມຕິດຕາມຫາບໍ່ເກີດຂອງກໍຣະນີອັນລຶກລັບທີ່ພົບເຫັນໃນວານນີ້.

ກົດໃສ່   ເພື່ອເບິ່ງການປ່ຽນແປງກົດເກນ.

 

ໃນ 24 ຊົ່ວໂມງໃນທົ່ວອອສເຕຼເລັຍ

* ເຊົາທ໌ອອສເຕຼເລັຍມີຄົນເປັນ ໂຄວິດ-19 ໃໜ່ຈາກການຕິດແປດໃນທ້ອງຖິ່ນສອງລາຍ, ທີ່ທັງສອງຢູ່ໃນ quarantine ເມື່ອເປັນມັນຢູ່.
* ຄົນທີ່ຢູ່ກິນໃນ 11 ເຂດຂອງການປົກຄອງທ້ອງຖິ່ນທົ່ວຄີວນສ໌ແລນດ໌ພາກໃຕ້ສ່ຽງຕາເວັນອອກຈະຈຳຕ້ອງໃສ່ໜ້າກາກອານາມັຍສຳຣັບສັບປະດານຶ່ງຕື່ມ. ໃຫ້ກົດເບິ່ງ  .


Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 
 

 

 

 

 

 


Share
Published 29 July 2021 2:16pm
Updated 29 July 2021 3:57pm
By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS


Share this with family and friends