ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ສັກວັກຊີນໂຄວິດເກີນ 6.8 ລ້ານ ໂດວສ໌ ແລ້ວ

ຕໍ່ໄປນີ້ແມ່ນອັບເດດສຳຮັບທ່ານກ່ຽວກັບໂຄໂຣນາໄວຣັສສຳຮັບ 30 ສິງຫາ 2021.

Premier Gladys Berejiklian and NSW Chief Health Officer Dr Kerry Chant during a COVID-19 update in Sydney, Monday, August 30, 2021. (AAP Image/Dean Lewins) NO ARCHIVING

Premier Gladys Berejiklian and NSW Chief Health Officer Dr Kerry Chant during a COVID-19 update in Sydney, Monday, August 30, 2021. Source: AAP Image/Dean Lewins

* ໂຄວິດ-19 ຖຶກກວດເຫັນມີຢູ່ໃນນ້ຳເສດນະທີ່ Trangie ໃນພາກຕາເວັນຕົກຂອງຣັດນີວຊາວທ໌ແວນລ໌ ແລະ Byron Bay
* ຄົນທີ່ແກ່ກ່ວາ 40 ປີ ເປັນກໍຣະນີໂຄວິດສ່ວນໃຫຍ່ຂອງຣັດວິກຕໍ່ເຣັຍ
* ຣັດເອຊີທີຂະຫຍາຽສິດທິສຳຮັບຢາວັກຊີນ ຟາຍເຊີ
* ຄົນຂັບຣົດບັນທຸກປະທ້ວງຂຶ້ນໃນຣັດຄີວນສ໌ແລນດ໌

 

ໃນຣັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 1290 ຄົນ ໂດຍທີ່ 883 ລາຍແມ່ນຈາກຊິດນີພາກຕາເວັນຕົກແລະພາກໃຕ້ສ່ຽງຕາເວັນຕົກ. ສີ່ຄົນຕາຍຍ້ອນແລ້ວ.

ນາຍົກຣັຖມົນຕີນີວຊາວທ໌ແວນລ໌ຢັ້ງຢືນວ່າສອງສ່ວນສາມຂອງມົນລະເມືອງທີ່ເຕັມກະສຽນຖຶກສັກວັກຊີນໂຄວິດແລ້ວນຶ່ງເຂັມເມື່ອທີ່ 36%

ຖຶກສັກແລ້ວສອງເຂັມ. ມີຄາດຄະເນວ່າ 70% ຂອງຄົນທີ່ຢູ່ກິນໃນນີວຊາວທ໌ແວນລ໌ຈະຖຶກສັກຢາວັກຊີນໃຫ້ເຕັມສ່ວນພາຍໃນເດືອນຕຸລາ 2021.

 

ໃນຣັດວິກຕໍ່ເຣັຍ

ວິກຕໍເຣັຍມີຄົນໃໜ່ 73 ຄົນເປັນໂຄວິດຈາກທ້ອງຖິ່ນເອງ ຮວມດ້ວຍຫຼາຍກ່ວາ 21 ກໍຣະນີທີ່ຍັງບໍ່ຮູ້ວ່າມີສາຍພົວພັນເຖິງຈຸດທີ່ຣະບາດຢູ່ຫຼືບໍ່ເທື່ອ.

Dr Brett Sutton ຜູ້ນຳພະນັງານການແພດເວົ້າວ່າ "ການແຜ່ຣະບາດສ່ວນໃຫຍ່ຖຶກຄວບຄຸມໄວ້ໄດ້" ຍົກເວັ້ນບ່ອນທີ່ມີກໍຣະນີລຶກລັບ ໂດຍສະເພາະທີ່ Hobsons Bay, Wyndham, ແລະເຂດການຄອງທ້ອງຖິ່ນ Hume.

ໃຫ້ຊອກເບິ່ງສູນກາງການສັກຢາວັກຊີນໃກ້ທ່ານໂດຍກົດໃສ່ .

 

ເອຊີທີ Australian Capital Territory

ເອຊີທີມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 12 ຄົນ ໂດຍທີ່ເປັນຢ່າງໜ້ອຍຫົກຄົນຢູ່ໃນຊຸມຊົນເມື່ອຍັງຕິດແປດກັນໄດ້ຢູ່.

ນາຍົກຣັຖມົນຕີ Andrew Barr ປະກາດວ່າຄົນອາຍຸ 16 ຫາ 29 ປີ ມີສິດຖຶກສັກຢາວັກຊີນ ຟາຍເຊີ ຢູ່ທີຄຼີນິກທີ່ຣັດຄວບຄຸມ"ໃນວັນຂ້າງໜ້ານີ້".

 

ໃນ 24 ຊົ່ວໂມງທີ່ຜ່ານມາໃນທົ່ວອອສເຕຼເລັຍ

* ຄົນຂັບຣົດບັນທຸກໃນຣັດຄີວນສ໌ແລນດ໌ຂວາງກັ້ນເສັ້ນທາງຫຼວງອັນສຳຄັນຣະຫວ່າງ Gold Coast ແລະ Brisbane ຮຽກຮ້ອງໃຫ້ຍຸຕິລ໋ອກດາວແລະການປິດຊາຍແດນຕ່າງໆ.
* ຄົນໃນອອສເຕຼເລັຍທຸກໆຄົນທີ່ມີອາຍຸ 16 ຫາ 39 ປີ ບັດນີ້ໂດຍເປັນທາງການມີສິດໜາຍນັດເວລາສຳຮັບຢາວັກຊີນ ຟາຍເຊີ.

alc covid mental health
Source: ALC


Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 

Share
Published 30 August 2021 3:19pm
Updated 12 August 2022 2:59pm
By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS


Share this with family and friends