* ການກວດເຫັນໃໜ່ໃນນ້ຳເສດໃນພາກໃຕ້ຂອງນີວຊາວແວນລ໌
* ວິກຕໍເຣັຍມີຈຳນວນຄົນຫຼາຍທີ່ສຸດທີ່ເປັນໂຄວິດໃໜ່ກະໂດດຂຶ້ນຂອງປີນີ້
* 68% ຂອງພົນລະເມືອງເອຊີທີຖຶກສັກວັກຊີນໂຄວິດແລ້ວ
* ຄີວນສ໌ແລນດ໌ມີຄົນເປັນໂຄວິດໃໜ່ນຶ່ງລາຍທີ່ມີຄົນຂັບຣົດບັນທຸກພົວພັນນຳ
ໃນຣັດນີວຊາວທ໌ແວນລ໌
ນີວຊາວແວນລ໌ມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 1288 ຄົນແລະມີຄົນຕາຍເຈັດຄົນ. ນີວຊາວທ໌ແວນລ໌ກຳລັງເປັນໄປຕາມແຜນຈະມີຄົນທີ່ຖຶກສັກຢາວັກຊີນໂຄວິດເຂັມທຳອິດໄດ້ 70% ພາຍໃນມື້ນີ້.
ຈາກຕັ້ງແຕ່ວັນສຸກທີ່ 3 ກັນຍາ 2021 ການກຳນົດໃຫ້ອອກກຳລັງກາຍນຶ່ງຊົ່ວໂມງຈະຖຶກຣົບລ້າງສຳຮັບຄົນທີ່ຢູ່ກິນຢູ່ໃນ 12 ເຂດການປົກຄອງທ້ອງຖິ່ນທີ່ຖຶກຫ່ວງຍັຍນຳ. ໃຫ້ກົດເບິ່ງ . ການຕ້ອງຫ້າມອື່ນໆຈະມີຢູ່ຄືເກົ່າ.
ສິ້ນສ່ວນຂອງ ໂຄວິດ-19 ຖຶກກວດເຫັນມີຢູ່ໃນນ້ຳເສດທີ່ Bega, Cooma, ແລະ Illawarra Shoalhaven ທີ່ Bomaderry, ທີ່ເປັນທີ່ຫ່ວງຍັຍຍ້ອນວ່າມີກໍຣະນີທີ່ຮູ້ແລ້ວຢູ່ໃນເຂດຕ່າງໆນັ້ນ.
ໃນຣັດວິກຕໍເຣັຍ
ວິກຕໍເຣັຍມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 176 ຄົນ ໂດຍທີ່ 128 ຄົນຢູ່ໃນເຂດພາກເໜືອແລະຕາເວັນຕົກຂອງແມນລ໌ເບີນ.
ຈາກຕັ້ງແຕ່ 11 ໂມງ 59 ນາທີຄ່ຳ ເດີນຫຼິ້ນ playgrounds ຕ່າງໆຈະເປີດສຳຮັບເດັກໆອາຍຸທີ່ຕ່ຳກ່ວາ 12 ປີ ທີ່ມີພໍ່ຫຼືແມ່ຫຼືຜູ້ດູແລຢູ່ນຳ.
Playgrounds ຈະມີ QR codes ສຳຮັບການເຂົ້າໄປ checking in ແລະຜູ້ເຕັມກະສຽນບໍ່ຄວນຖອດໜ້າກາກອານາຍັຍຂອງພວກຂະເຈົ້າອອກເພື່ອຈະກິນຫຼືຈະດື່ມ.
ເອຊີທີ Australian Capital Territory
ເອຊີທີມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 12 ຄົນ ໂດຍທີ່ມີເປັນຢ່າງໜ້ອຽແປດຄົນຢູ່ໃນຊຸມຊົນເມື່ອຍັງຕິດແປດກັນໄດ້ຢູ່.
ຈາກແຕ່ 3 ກັນຍາ 2021 Transport Canberra (ການຂົນສົ່ງແຄນເບີຣາ) ຈະໃຫ້ການເດີນທາງໂດຍບໍ່ຄິດຄ່າຫັຍງໂດຍຣົດເມແລະ light rail ສຳຮັບທຸກໆຄົນທີ່ເດີນທາງໄປຍັງຄຼີນິກການສັກຢາວັກຊີນຂອງຣັຖບານເອຊີທີ.
ໃນ24 ຊົ່ວໂມງທີ່ຜ່ານມາທົ່ວອອສເຕຼເລັຍ
* ຄີວນສ໌ແລນດ໌ມີຄົນທີ່ສອງເປັນໂຄວິດຈາກທ້ອງຖິ່ນເອງໃນສອງມື້ ທີ່ມີຄົນຂັບຣົດບັນທຸກຕ່າງໆພົວພັນນຳທີ່ບໍ່ມີເຍື້ອໄຍໃດກ່ຽວກັນ.

Source: ALC
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :