* ທະຫານຈະເຂົ້າຮ່ວມຕຳຣວດນີວຊາວແວນລ໌ເພື່ອບັນຍັດສຳສັjງດານສາທາຣະນະສຸກ
* ທາງການວິກຕໍເຣັຍຊອກເຫັນສາຍພົວພັນກັນຂອງກໍຣະນີອັນລຶກລັບ
* ໂຮງຮຽນໃນບຼິສເບນຖຶກອານາມັຍຢ່າງຣະອຽດພາຍຫຼັງທີ່ນັກຮຽນຖຶກກວດເຫັນເປັນ ໂຄວິດ-19
* ຕັສມາເນັຍເປີດຊາຍແດນຂອງຕົນຕໍ່ວິກຕໍເຣັຍ.
ໃນຣັດນີວຊາວແວນລ໌
ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ໃໜ່ຈາກທ້ອງຖິນ 170 ຄົນ ໂດຍມີບໍ່ຫຼຸດ 42 ຄົນຢູ່ໃນຊຸມຊົນເມື່ອເປັນມັນຢູ່.
ນາຍົກຣັຖມົນຕີ ແກຼດດີ ແບຣີຊິກກຼຽນ ຮຽກຮ້ອງໃຫ້ຄົນທັງຫຼາຍຈົ່ງກຳໜົດການພົວພັບກັນກັບຄົນອື່ນໆໃນຄົວເຮືອນຍ້ອນ ໂຄວິດ-19 ຍັງແຜ່ຜາຍຢູ່ໃນຄົວເຮືອນຢູ່ຕໍ່ໄປຢູ່ແລະບ່ອນເຮັດວຽກເຮັດການ.
Mick Fuller ຜູ້ບັນການຕຳຣວດບອກເຕືອນຄົນທັງຫຼາຍຢ່າໄປຮ່ວມການປະທ້ວງການລ໋ອກດາວໃນທ້າຍສັບປະດາ ໂດຍເວົ້າວ່າ "ຜູ້ປະທ້ວງຈະປະເຊີນກັບຕຳຣວດຫຼາຍພັນຄົນ".
ແລະທະຫານ 300 ຄົນຈະລົງພື້ນຖານຈາກແຕ່ວັນຈັນເພື່ອເຮັດໃຫ້ແນ່ວ່າຄົນຈະຢູ່ເຮືອນແລະບໍ່ພົວພັນກັນກັບຄອບຄົວຍາດຕິພີ່ນ້ອງໃນຣະຍະລ໋ອກດາວ.
ໃນວິກຕໍເຮັຍ
ວິກຕໍເຣັຍມີຄົນເປັນ ໂຄວິດ-19 ໃໜ່ຈາກການຕິດແປດໃນທ້ອງຖິ່ນສາມຄົນ, ທຸກລາຍມີສາຍພົວພັນກັບການແຜ່ຣະບາດທີ່ມີຢູ່ແລ້ວທີ່ແຍກໂຕຢູ່ເມື່ອເປັນມັນຢູ່.
Martin Foley ຣັຖມົນຕີສາທາຣະນະສຸກວິກຕໍເຣັຍເວົ້າວ່າການກວດເບິ່ງສາຍພັນ (genomic testing) ບອກໃຫ້ເຫັນວ່າກໍຣະນີອັນລຶກລັບນັ້ນມີສາຍພົວພັນເຖິງການແຜ່ຣະບາດຂອງປັດຈຸບັນ, ແຕ່ຍັງບໍ່ຮູ້ວ່າຄົນທີ່ເປັນນັ້ນຕິດແປດໄວຣັສນັ້ນໄດ້ແບບໃດກັນ.
ໃນ 24 ຊົ່ວໂມງທົ່ວອອສເຕຼເລັຍ
* ທາງການສາທາຣະນະສຸກຄີວນສ໌ແລນດ໌ເຊື່ອວ່ານັກຮຽນບິຼສເບນທີ່ຖຶກກວດເຫັນເປັນ ໂຄວິດ-19 ຢູ່ໃນຊຸມຊົນເມື່ອຍັງຕິດແປດກັນໄດ້ຢູ່ເຖິງສາມມື້, ແຕ່ວັນທີ 27 ກໍຣະກະດາ 2021.
* ຕັສມາເນັຍເປີດຊາຍແດນຂອງຕົນຄືນແກ່ວິກຕໍເຣັຍພາຍຫຼັງທີ່ປິດມັນລົງສອງສັບປະດາ.
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :