*ປອ. Kerry Chant ຜູ້ນຳພະນັກງານສຸຂພາບນີວຊາວແວນລ໌ປະກາດຂຶ້ນແລ້ວ "ແຜນການສຸກເສີນແຫ່ງຊາດ".
*ນາຍົກຮັຖມົນຕີ Berejiklian ຮ້ອງຂໍເອົາຢາວັກຊີນ ໂຄວິດ-19 Pfizer ຫຼາຍຕື່ມສຳຮັບ southwestern Sydney ແລະ western Sydney.
* ກະທັ້ງທີ່ວິກຕໍເຣັຍມີຄົນເປັນ ໂຄວິດ-19 ໜ້ອຍກໍຕາມ ນາຍົກຮັຖມົນຕີ Andrews ບໍ່ສາມາດກະຕວງການສຸດສິ້ນ ລໍ່ອກດາວ ໄດ້.
* ຢາວັກຊີນ ໂຄວິດ-19 Pfizer ຖຶກຮັບຮູ້ແລ້ວສຳຮັບເດັກໆອາຍຸ 12 ຫາ 15 ປີ.
ໃນຣັດນີວຊາວແວນລ໌
ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ຈາກທ້ອງຖິ່ນ 136 ຄົນ, ໂດຍມີ 53 ຄົນຍັງຕິດແປດໄດ້ໃນຊຸມຊົນແລະມີຄົນນຶ່ງຕາຍທີ່ຖຶກຢັ້ງຢືນແລ້ວໃນຄືນແລ້ວນີ້.
ຄົນທີ່ຢູ່ກິນຢູ່ໃນເທດສະບານ Cumberland ແລະ Blacktown ຈະອອກໄປຈາກບ້ານເຮືອນຂອງພວກຂະເຈົ້າບໍ່ໄດ້ສຳຮັບວຽກການ, ຖ້າຫາກພວກຂະເຈົ້າບໍ່ຢູ່ໃນອຸສກັມສຸຂພາບແລະສຸກເສີນ ຫຼື ຢູ່ໃນຣາບຊື່ທີຖຶກຮັບຮູ້ .
ໃນວິກຕໍເຣັຍ
ວິກຕໍເຣັຍມີຄົນເປັນ ໂຄວິດ-19 14 ລາຍ, ໂດຍມີສີ່ຄົນຍັງຕິດແປດໄດ້ໃນຊຸມຊົນ. ຈຳນວນກໍຣະນີທີ່ຍັງມີຊີວິດຊີວາຢູ່ໃນຣັດວິກຕໍເຣັຍຂອງເວລານີ້ມີ 158 ຄົນ.
ມີຫຼາຍກ່ວາ 19,000 ຄົນທີ່ໄດ້ໃກ້ຊິດໃນຣະດັບທີ່ນຶ່ງກັບຄົນທີ່ເປັນ ໂຄວິດ-19 ທີ່ຖຶກແຢກໂຕຢູ່ໃນທົ່ວຣັດ.
ກົດຊອກເບິ່ງໃນຣາຍຊື່ແລະແຜນທີ່ຢູ່ໜີ້ . ລໍ໋ອກດາວປັດຈຸບັນຈະຖຶກຕໍ່ອອກຈົນຮອດ 11 ໂມງ 59 ນາທີຄ່ຳຂອງວັນອັງຄານ ທີ 27 ກໍຣະກະດາ 2021.
ໃນຣະຍະ 24 ຊົ່ວໂມງທົ່ວອອສເຕຼເລັຍ
* South Australia ມີຄົນໃໜ່ພຽງແຕ່ຄົນດຽວເປັນ ໂຄວິດ-19, ເມື່ອທີ່ທາງການສາທາຣະນະສຸກກວດດູເບິງຫຼາຍກ່ວາ 23,500 ຜົນການກວດ.
* ລູກເຮືອບິນ Qantas ຖຶກກວດເຫັນເປັນ ໂຄວິດ-19 ໃນ Queensland ພາຍຫຼັງບິນຢູ່ໃນຫົກເຂດຂອງທົ່ວຣັດ Queensland.
* ຄົນເຕັມກະສຽນທີ່ອ່ອນກ່າວ 40 ປີຍັງຕ້ອງລໍຖ້າຈົນກ່ວາເດືອນກັນຍາຫຼືຕຸລາ 2021 ເພື່ອຈະຢຶດຢື້ເຖິງຢາວັກຊີນ ໂຄວິດ-19 Pfizer ເມື່ອທີ່ TGA ຜູ້ຄວບຄຸມຢາໃນອອສເຕຼເລັຍຮັບຮູ້ມັນສຳຮັບເດັກໆອາຍຸ 12 ຫາ 15 ປີ.
ບຸນ Eid al Adha (“Festival of the Sacrifice”) ຈົບສິ້ນລົງໃນມື້ນີ້. ມັນເປັນສິ່ງສຳຄັນທີ່ຈະປົກປ້ອງໂຕເອງແລະຄົນອື່ນໆໃນຣະຍະການກາບຫວາຽໂດຍການ :
* ກາບຫວາຽຢູ່ເຮືອນ
* ຣົບລ້າງການຊຸມນຸມກັນອັນໃຫຍ່ໂຕ
* ໃສ່ໜາກາດອານາມັຍ
* ໃຊ້ຜ້າພົມການກາບຫວາຽຂອງໂຕເອງ.
Quarantine, ການເດີນທາງ, ຄຼີນິກການກວດ ແລະເບັ້ຍ pandemic disaster payment
Quarantine ແລະການຕ້ອງການສຳຮັບການກວດຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory :
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ໜີ້ ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .
* ມີການແນະນຳອັນຖຶກຕ້ອງສຳຮັບຣັດແລະ territory ຂອງທ່ານ : , , , , , , .
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :