* ການເຕົ້າໂຮມກັນໂດຍຄອບຄົວໃນນີວຊາວແວນລ໌ຍັງເປັນສາເຫດທີ່ສົ່ງເສີມຈຳນວນເປັນໂຄວິດ-19 ຫຼາຍ.
* ການຜ່ອນຄາຍການຕ້ອງຫ້າມກຽວກັບ ໂຄວິດ-19 ຍັງຈະຖຶກສະຣຸບຢູ່.
* ເຊົາທ໌ອອສເຕຼເລັຍຢັ້ງຢຶນກ່ຽວກັບການຢູ່ຕິ ລ໋ອກດາວ.
* ຄວິນສ໌ແລນດ໌ຣະມັດຣະວັງຕຽມພ້ອມຫຼາຍພາຍຫຼັງທີ່ມີຄົນເປັນ ໂຄວິດ-19 ຫຼົບໜີຈາກລ໋ອກດາວຊິດນີ.
ໃນນີວຊາວແວນລ໌
ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ໃໜ່ຈາກທ້ອງຖິ່ນເອງ 145 ຄົນ. ຈຳນວນກໍຣະນີທີ່ເປັນໃນ Fairfield ມີຫຼຸດລົງແລ້ວ. Mick Fuller ຜູ້ບັນຊາການຕຳຣວດນວີຊາວແວນລ໌ບອກເຕືອນເຖິງທຸກຄົນທີ່ວາງແຜນຈະປະທ້ວງຂຶ້ນໃນຊິດນີໃນຣະຍະລ໋ອກດາວວ່າຈະຖຶກຈັບ.
Dr Kerry Chant ຜູ້ນຳພະມັກງານສາທະຣະນະສຸກນີວຊາວແວນລ໌ເວົ້າວ່າ ໃນຫຼາຍມື້ຂ້າງໜ້ານີ້, ຮ້ານຂາຍຢາໃນທ້ອງຖິ່ນຈະສາມາດບໍຣິການຢາວັກຊີນ ອັສຕຼຊີນິກາ ແກ່ຄົນທີ່ແກ່ກ່ວາ 60 ປີ ໂດຍເນັ້ນວ່າຢາວັກຊີນ ໂຄວິດ-19 ຟາຍເຊີ ມີໜ້ອຍ.
Dr Kerry Chant ຮຽກຮ້ອງທຸກໆຄົນຂອງຊຸມຊົນຈົ່ງໄປໃຫ້ສັກຢາວັກຊີນ ໂຄວິດ-19. ໃຫ້ເບິ່ງລາຍຊື່ຮ້ານຂາຍນັ້ນໂດນກົດ .
ໃນຣັດວິກຕໍເຣັຍ
ວິກຕໍເຣັຍມີຄົນເປັນ ໂຄວິດ-19 ໃໜ່ຈາກທ້ອງຖິ່ນເອງ 11 ຄົນ. ທຸກກໍລະນີມີສາຍພົວພັນກັບການແຜ່ຣະບາດຂອງ ແດນຕາ ຂອງປັດຈຸບັນນີ້ແລະຢູ່ໃນ quarantine ເມື່ອຍັງຕິດແປດຄົນອື່ນໄດ້ຢູ່. ຈຳນວນຄົນເປັນໂຄວິດທີ່ມີຊີວິດຊີວາຢູ່ແມ່ນມີ 190 ຄົນ.
ການລ໋ອກດາວຄັ້ງທີຫ້ານັ້ນຈະສຸດສິ້ນລົງໄປໃນເວລາ 11 ມ 59 ນທ ຂອງວັນອັງຄານທີ 27 ກໍຣະກະດາ ແຕ່ທາງການເວົ້າວ່າ "ຍັງບໍ່ມີຫຍັງຖຶກສະຣຸບເທື່ອ".
ໃນ 24 ຊົ່ວໂມງຫຼ້າສຸດທົ່ວອອສເຕຼເລັຍ
* ການຈຳຕ້ອງໃສ່ໜ້າກາກອານາມັຍຍັງຖຶກບັນຍັດໃສ່ຢູ່ໃນທົ່ວ East Queensland. ໃຫ້ຊອກເບິ່ງລາຍຊື່ບ່ອນເປັນ ໂຄວິດ-19 ໂດຍກົດ .
* ເຊົາທ໌ອອສເຕຼເລັຍເດີນໄປຕາມແນວທາງຈະຍົກເລີກລ໋ອກດາວໃນວັນພຸດໃນເວລາ 12 ມ 01 ນທ ຕອນເຊົ້າ ແຕ່ບາງກົດເກນຈະຖຶກບັນຍັດຢູ່ຕໍ່ໄປ.
* ອີງຕາມກະຊວງສາທາຣະນະສຸກອອສເຕຼເລັຍ ໃນອອສເຕຼເລັຍ ມີ 2117 ກໍຣະນີ ໂຄວິດ-19 ທີ່ມີຊີວິດຊາວາຢູ່ .
ຕຳນານກ່ຽວກັບ ໂຄວິດ-19 :
ວ່າຊາວໜຸ່ມທີ່ສົມບຸນດີບໍ່ຖຶກແຕະຕ້ອງໂດຍ ໂຄວິດ-19. ມັນເສັຍຫາຍແລະສັງຫານຄົນແກ່ແລະເຈັບໂຊເທົ່ານັ້ນ.
ຄວາມຈິງ :
ໂຄວິດ-19 ແຕະຕ້ອງຄົນທີ່ແກ່ແລະຄົນທີ່ເປັນອາການແຊກຊ້ອນຢ່າງໜັກໜ່ວງຫຼາຍກ່ວາ, ແຕ່ກໍເສັຍຫາຍແລະສັງຫານຄົນຜູ້ໜຸ່ມບາງຄົນທີສົມບຸນດີ.
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ໜີ້ ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .
* ມີການແນະນຳອັນຖຶກຕ້ອງສຳຮັບຣັດແລະ territory ຂອງທ່ານ : , , , , , , .
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :