ປັບໃຫ້ທັນການກ່ຽວກັບ ໂຄວິດ-19​: ກໍຣະນີເປັນ ໂຄວິດ ໃນນີວຊາວແວນລ໌ທະວີຂຶ້ນ,​ເຊົາທ໌ອອສເຕຼເລັຍເດີນໄປຕາມເສັ້ນທາງເພື່ອຍຸຕິ ລ໋ອກດາວ

ນີ້ແມ່ນອັບເດດກ່ຽວກັບ ໂຄໂຣນາໄວຣັສ ໃນອອສເຕຼເລັຍສຳຮັບ 24 ກໍຣະກະດາ 2021

Protesters march along Broadway and George St towards Sydney Town Hall during the ‘World Wide Rally For Freedom’ anti-lockdown rally at Hyde Park in Sydney, Saturday, July 24, 2021. (AAP Image/Mick Tsikas) NO ARCHIVING

Protesters march along Broadway during the World Wide Rally For Freedom anti-lockdown rally at Hyde Park in Sydney, Saturday, July 24, 2021. Source: AAP Image/Mick Tsikas

* ກໍຣະນີເປັນ ໂຄວິດ ທະວີຂຶ້ນໃນນີວຊາວແວນລ໌
* ຜູ້ປະທ້ວງຕໍ່ຕ້ານລ໋ອກດາວເດີນຂະບວນຂຶ້ນໃນຊິດນີແລະແມນລ໌ເບີນ
* ວິກຕໍເຣັບປະກາດນີວຊາວແວນລ໌ທັງໜົດເປັນ "ເຂດຄວາມສ່ຽງຮ້າຍແຮງສຸດ" ກ່ຽວກັບ ໂຄວິດ-19
* ເຊົາທ໌ອອສເຕຼເລັຍເດນຕາມເສັ້ນທາງເພື່ອຍຸຕິຫລ໋ອກດາວອັນຍຶດຍາວນຶ່ງສັບປະດາ



ໃນຣັດນວີຊາວແວນລ໌

ນີວຊາວແວນລ໌ມີໃໜ່ຄົນ 163 ຄົນເປັນ ໂຄວິດ-19 ຈາກທ້ອງຖິ່ນເອງ, ທີເປັນຈຳນວນເປັນໃໜ່ຕໍ່ມື້ຫຼາຍສຸດຕໍ່ແຕ່ ແດນຕາ ເລີ້ມຣະບາດຂຶ້ນໃນເດືອນມິຖຸນາ. ຕຳຣວດນີວຊາວແວນລ໌ປັບໃໜມາແລ້ວ 246 ຄົນສຳຮັບໄດ້ລ່ວງລ້ຳຄຳສັ່ງສາທາຣະນະສຸກ. ຈຳນວນຄົນຕາຍຍ້ອນການແຜ່ຣະບາດຂອງ  ແດນຕາ ຂອງປັດຈຸບັນ ບັດນີ້ ແມ່ນຫົກຄົນ.

ການຕ້ອງຫ້າມທີ່ມີຫຼາຍຂຶ້ນທີ່ ບັດນີ້ ຖຶກບັດຍັດແລ້ວສຳຮັບເຂດແດນສອງແຫ່ງຕື່ມຂອງການປົກຄອງທ້ອງຖິ່ນໃນ western Sydney, Cumberland and Blacktown. ແຮງງານທີ່ຖຶກອະນຸຍາດເທົ່ານັ້ນ  ສາມາດອອກບ້ານເຮືອນໄດ້.

ກົດເບິ່ງຢູ່ໜີ້ສະຖານທີ່ຂອງກໍຣະນີຕ່າງໆ  .  ລ໋ອກດາວຂອງປັດຈຸບັນນີ້

 

ໃນຣັດວິກຕໍເຣັຍ

 

ວິກຕໍເຣັຍມີ 12 ຄົນໃໜ່ເປັນ ໂຄວິດ-19 ຈາກທ້ອງຖິ່ນເອງ, ໂດຍມີແຕ່ສອງຄົນຢູ່ໃນຊຸມຊົນເມື່ອຕິດແປດຄົນອື່ນໄດ້.

Brett Sutton ຜູ້ນຳພະນັກງານສາທາຣະນະສຸກປະກາດ "extreme risk zone" (ເຂດຄວາມສ່ຽງຮ້າຍແຮງສຸດ) ໃສ່ນີວຊາວແວນລ໌ທັງໜົດໃນຕອນທ້າຍຂອງວັນສຸກ, ໂດຍທີປະກາດນັ້ນສັກສິດຂຶ້ນແຕ່ 11 ໂມງ 59 ນາທີ.

ກົດເບິ່ງຢູ່ໜີ້ຣາຍຊື່ແລະແຜນທີ່ຂອງສະຖານທີ່ຂອງກໍຣະນີຕ່າງໆ  .  ລ໋ອກດາວຂອງປັດຈຸບັນຈະຈົບຖຶກຕໍ່ຍາວອອກຈົນກ່ວາ 11 ໂມງ 59 ນາທີ ຄ່ຳຂອງວັນອັງຄານ 27 ກໍຣະກະດາ 2021.


 

ໃນຣະຍະ 24 ຊົ່ວໂມງທີ່ຜ່ານມາໃນທົ່ວອອສເຕຼເລັຍ

* Steven Marshall ນາຍົກຣັຖມົນຕີຣັດເຊົາທ໌ອອສເຕຼເລັຍເວົ້າວ່າຣັດດັ່ງກ່າວເດີນໄປຕາມເສັ້ນທາງຢູ່ແລະຄົງອອກໄປຈາກລ໋ອອກດາວໃນວັນອັງຄານໂດຍທີ່ໂຮງຮຽນຈະເປີດໃນວັນພຸດ.
* Scott Morrison ນາຍົກຣັຖມົນຕີອອສເຕຼເລັຍບໍ່ສາມາດທະວີໃນທັນທີຢາວັກຊີນ ໂຄວິດ19 ຍີ່ຫໍ້ Pfizer ແກ່ຣັດ ນີວຊາວແວນລ໌.
* ຜູ້ປະທ້ວງຕໍ່ຕ້ານລ໋ອກດາວ ຫຼາຍພັນຄົນລ່ວງລ້ຳການຕ້ອງຫ້າມກ່ຽວກັບ ໂຄວິດ-19 ປະທ້ວງຂຶ້ນໃນຊິດນີແລະແມນລ໌ເບິນ.



ຕຳນານກ່ຽວກັບ ໂຄວິດ-19

ວ່າຄົນໜຸ່ມທີ່ມີສຸຂພາບສົມບຸນດີບໍ່ຖຶກແຕະຕ້ອງໂດຍ ໂຄວິດ-19. ມັນບຸກຣຸກແລະສັງຫານແຕ່ຄົນແກ່ອາຍຸແລະທີ່ເຈັບໂຊເທົ່ານັ້ນ.

 

ຄວາມຈິງກ່ຽວກັບ ໂຄວິດ-19

ໂຄວິດ-19 ກະທົບກະເທືອນຢ່າງໜັກໜ່ວງກ່ວາຄົນແກ່ສະຣາແລະຄົນທີ່ມີອາການແຊກຊ້ອນ, ແຕ່ມັນກໍບຸກຣຸກແລະສັງຫານຄົນໜຸ່ມບາງຄົນທີ່ສົມບຸນດີ.

 

Quarantine, ການເດີນທາງ, ຄຼີນິກການກວດແລະເບັ້ຍ pandemic disaster payment

Quarantine ແລະຄວາມຕ້ອງການໃຫ້ກວດເບິ່ງຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory:

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

 

ຖ້າກຫາກວ່າທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍທາງ ອ່ອນລາຍນ໌ ເພື່ອການຍົກເວັ້ນໃຫ້. ກົດເບິ່ງຢູ່ໜີ້  ເພື່ອຂໍ້ມູນຕື່ມອີກກ໋ຽວກັບກົດເກນເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີແວບໄຊຕ໌  .

 

* ມີຂ່າວແລະຂໍ້ມູນເປັນຫຼາຍກ່ວາ 60 ພາສາຢູ່ນະທີ່  
* ມີການແນະນຳອັນຖຶກຕ້ອງສຳຮັບຣັດແລະ territory ຂອງທ່ານ :  
* ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຄຳສັບແລະວິທີ່ການໜາຍໜັດເວລາກັນຂອງ NSW Multicultural Health Communication Service ຢູ່ນະທີ:
ຄຼີນິກການກວດໃນແຄ່ລະຣັດແລະ territory :

 
 
 

 

ຂໍ້ມູນເບັ້ຍ pandemic disaster payment ໃນແຕ່ລະຣັດແລະ territory :

 
 




Share
Published 24 July 2021 3:55pm
Updated 12 August 2022 3:06pm
By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS


Share this with family and friends