* ການລ໋ອກດາວຂົງແຄ້ວນຊິດນີ Greater Sydney ຖຶກຕໍ່ດົນນານໄປເຖິງ 28 ສິງຫາ 2021.
* ວິກຕໍເຣັຍສຶບສວນເບິ່ງກໍຣະນີນຶ່ງທີ່ບໍ່ມີຈຸດພົວພັນນຳ.
* ເຊົາທ໌ອອສເຕຼເລັຍບໍ່ມີກໍຣະນີໃໜ່.
* ຄີວນສ໌ແລນດ໌ປະເຊີນກັບການນາບຂູ່ສອງເທົ່າ.
ໃນຣັດນີວຊາວແວນລ໌
ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ໃໜ່ຈາກທ້ອງຖິ່ນເອງ 177 ຄົນແລະມີຕາຍ ກໍຣະນີນຶ່ງຕື່ມອີກ. ເປັນຢ່ງໜ້ອຍມີ 46 ກໍຣະນີຢູ່ໃນຊຸມຊົນເມື່ອຍັງຕິດແປດຄົນອື່ນໄດ້ຢູ່.
ການລ໋ອກດາວຂອງປັດຈຸບັນນີ້ຖຶກຕໍ່ດົນນານອອກສີ່ສັບປະດາ ຈົນຮອດວັນເສົາທີ 28 ສິງຫາ 2021. ເທດສະບານອີກສາມແຫ່ງຂອງຂົງແຄ້ວນຊິດນີ - ຄື Campbelltown, Parramatta, ແລະ George's River ບັດນີ້ກໍຢູ່ໃນການຕ້ອງຫ້າມການໄປມາຢ່ງເຄັ່ງຄັດ, ໂດຍມີແຕ່ແຮງງານອັນຈຳເປັນຖຶກອະນຸຍາດໄຫ້ໄປມາວຽກການໄດ້.
ໃນ Fairfield ພະນັກງານດ້ານສຸຂພາບແລະການດູແລຄົນແກ່ສະຣາຖຶກອຸນຸຍາດໃຫ້ ເມື່ອທີ່ຄົນງານອັນຈຳເປັນທຸກຄົນຂອງ Canterbury-Bankstown ຕ້ອງໃຫ້ກວດເບິ່ງ ໂຄວິດ-19 ໃນທຸກໆສາມມື້. ກົດເກນອັນໜຽວແໜ້ນຖຶກບັນຍັດໃສ່ທົ່ວ Greater Sydney, ໂດຍໃຫ້ອະນຸຍາດແຕ່ໄປຊື້ເຄື່ອງຂອງ ອາຫານ ແລະອອກກຳລັງກາຍຢູ່ພາຍໃນ 10 ກິໂລແມດຈາກເຮືອນ.
ໃນຣັກວິກຕໍເຣັຍ
ວິກຕໍເຣັຍມີຄົນເປັນ ໂຄວິດ-19 ໃໜ່ຈາກການຕິດແປດໃນທ້ອງຖິ່ນເກົ້າຄົນ ໂດຍທີ່ຄົນນັ້ນແປດຄົນມີສາຍພົວພັນໄປເຖິງການຣະບາດຂອງປັດຈຸບັນນີ້. ນຶ່ງກໍຣະນີຍັງຖຶກສຶບສວນເບິ່ງຢູ່.
ໃນ 24 ຊົ່ວໂມງຫຼ້າສຸດທົ່ວອອສເຕຼເລັຍ
* ດຕ Jeannette Young ຜູ້ນຳພະງັກງານສາທາຣະນະສຸກຄີວນສ໌ແລນດ໌ຢັ້ງກໍຣະນີວ່າ 19 ຄົນຈາກຄົນເຮືອ 21 ຄົນຂອງເຮືອຕ່າງສິນຄ້າຖຶກກວດເຫັນເປັນ ໂຄວິດ-19 ແລະຊາຍຄົນນຶ່ງທີ່ຕິດແປດຄົນອື່ນໄດ້ ຄົງຢູ່ໃນຊຸມຊົນໃນ Brisbane ເຖິງຫົກສັບປະດາ.
* ເຊົາທ໌ອອສເຕຼເລັຍ ເປັນມື້ທີສອງ ບໍ່ມີຈັກຄົນຖຶກຕິດແປດ ໂຄວິດ-19.
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ໜີ້ ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :