ຍຸທສາດສັກຢາວັກຊີນ ໂຄວິດ-19 ແຫ່ງຊາດຂອງອອສເຕຼເລັຍໄດ້ບົ່ງເອົາ ພົນລະເມືອງຣະດັບເອກແລະສະຖານທີ່ຕ່າງໆທົ່ວອອສເຕຼເລັຍທີ່ເປັນ ບ່ອນວັກຢາວັກຊີນໃຫ້.ພະນັກງານສຸຂພາບ, ການປ້ອງກັນພະຍາດແລະ ຊາຍແດນແລະຄົນທີ່ຢູ່ກິນໃນສະຖານທີ່ດູແລຄົນຊະຣາແລະພິການ ເປັນ ພົນລະເມືອງຣະດັບເອກໃນຍຸທສາດສັກຢາວັກຊີນນັ້ນ.
ຢາວັກຊີນສາມຊະນິດ
ອອສເຕຼເລັຍຈະໃຊ້ຢາວັກຊີນອັນແຕກຕ່າງກັນສາມຢ່າງທີ່ຖຶກຜະລິກ ອອກມາໃນຕ່າງປະເທດແລະທຸກສະນິດນັ້ນຕ້ອງຖຶກສັກໃຫ້ສອງເຂັມ : ຢາວັກຊີນ Pfizer-BioNtech, ວັກຊີນ Oxford AstraZeneca ແລະ ວັກຊີນ Novavax.
ເດັກນ້ອຍທີ່ອ່ອນກ່ວາ 16 ປີຈະຖຶກສັກຢາວັກຊີນນັ້ນໃຫ້ເທົ່ານັ້ນ ຖ້າຫາກໃນພາຍຫຼັງມີຄ້ຳ ປະກັນໃນດ້ານການແພດ. ຈົນກ່ວາເມື່ອນັ້ນ ພວກຂະເຈົ້າຈະບໍ່ຖຶກສັກຢາວັກຊີນສາມຊະນິດໃດໆນັ້ນໃຫ້
ຄົນສ່ວນໃຫຍ່ຈະຖຶກສັກຢາວັກຊີນນັ້ນໃຫ້ຢູ່ໃນໂຮງພະຍາບານ, ໂດຍກຼິນິກຂອງທ່ານໜໍ GP, ກຼິນິກການຫັນໃຈ, ຮ້ານຂາຍຢາຂອງຊຸມຊົນ, ແລະກິຈການສຸຂພາບຄົນ ອາໂບຣີຈີໂນຍົກເວັ້ນສຳຮັບຜູ້ທີ່ຢູ່ກິນຫຼືເຮັດວຽກຢູ່ໃນສະຖານທີ່ການ ດູແລຄົນຊະຣາແລະພິການທີ່ຈະຖຶກສັກຢາວັກຊີນໃຫ້ໃນສະຖານທີ່ນັ້ນ.

Australia's Coronavirus vaccine roll out Source: Australian Department of Health
ແຜນການຢາວັກຊີນຂອງຊຸມຊົນນາໆວັທນະທັມແລະພາສາ
ແຜນການການບັນຍັດຂອງຣັຖບານອອສເຕຼເລັຍມີຈຸດປະສົງເພື່ອຈະຢຶດຢື້ເຖິງໄດ້ແລະປອດພັຍໃນດ້ານພື້ນຖານໃນດ້ານວັທນະທັມ, ຊົນເຜົ່າ,ແລະພາສາ (CALD).
ຜູ້ບໍຣິການການສັກຢາວັກຊີນຕ້ອງປະສານງານກັບອົງການຈັດຕັ້ງຂອງຊຸມຊົນແລະຜູ້ນຳຂອງສາສນາຂອງພວກຂະເຈົ້າເພື່ອເຮັດໃຫ້ແນ່ວ່າ ກຼີນິກ ຂອງພວກຂະເຈົ້າຈະດຳເນີນວຽກງານໃນແບບປອດພັຍໃນດ້ານວັທນະທັມ. ເພື່ອເຮັດໃຫ້ສິ່ງນີ້ເປັນໄປໄດ້, ສ່ວນນຶ່ງຂອງແຜນການຈະມີການຄ້ຳຈູນ ພະນັກງານ CALD ໃນກຼີນິກການສັກຢາວັກຊີນ.
ຄວາມຕ້ອງການບາງຢ່າງມີດ້ວຍນາໆແຮງງານ, ພະນັກງານທີ່ປາກໄດ້ສອງພາສາ, ແລະນາຍແປພາສາເພື່ອໃຫ້ຂໍ້ມູນອັນຈຳເປັນເພື່ອເຮັດໃຫ້ແນ່ວ່າຄົນທັງຫຼາຍຈະຖຶກສັກຢາວັກຊີນເຂັມທີສອງນັ້ນໃຫ້.

Coronavirus vaccine priority population (Australia) Source: Australian Department of Health
ຂໍ້ມູນກ່ຽວກັບຖານະການສັກຢາວັກຊີນຂອງບຸກຄົນຖຶກຄາດຄະເນວ່າຈະມີໄວ້ບໍ່ຮິການຜ່ານ My Health Record, Medicare (Immunisation History Statement) ຫຼື ໃບຢັ້ງຢືນໃນເວລາການສັກຢາວັກຊີນໃຫ້, ແລະຕິດຕາມໂດຍສຳນວນຂໍ້ບັນທຶກທາງ ເອເລັກໂທນິກ ຜ່ານ ອີແມນລ໌.
ຣະດັບການສັກຢາວັກຊີນແຕກຕ່າງກັນ
ຢາວັກຊີນທັງໜົດນັ້ນແມ່ນບໍ່ຄິດຄ່າຫັຍງສຳຮັບຄົນສັນຊາດອອສເຕຼເລັຍທັງໜົດ, ຄົນທີຢູ່ກິນໃນອອສເຕຼເລັຍຢ່າງຖາວອນແລະທຸກຄົນທີ່ຖືວີຊາ. ທຸກຄົນໃນອອສເຕຼເລັຍທີ່ວີຊານັກຮຽນ, ການເຮັດວຽກທີ່ຊ່ຽວຊານ, ຄອບຄົວ, ຄູຊີວິດ, ອົພຍົບ, ຜູ້ຂໍລີ້ພັຍ, ວີຊາການປົກປ້ອງຊົ່ວຄາວ, ມະນຸດສະທັມ, ການຢູ່ຊົນນະບົດ, ວີຊາການລໍຖ້າ ຫຼື ວີຊາພິເສດ ແມ່ນມີສິດສຳຮັບໄດ້ຢາວັກຊີນ ໂຄວິດ-19 ໂດຍບໍ່ຖຶກຄິດຄ່າຫັຍງ.
SBS Corinavirus information ເປັນພາສາຂອງທ່ານ ມີຢູ່ທີ່
www.bs.com.au/coronavirus
ຂໍ້ມູນໂຄໂຣນາໄວຣັສຂອງຣັຖບານອອສເຕຼເລັຍ ຂໍ້ມູນຢາວັກຊີນ ໂຄວິດ-19 ກະຊວງສາທາຣະນະສຸກ ເປັນພາສາຂອງທ່ານ. ຂໍ້ມູນ ໂຄວິດ-19 ເປັນພາສາຂອງທ່ານຂອງກະຊວງ ໂຮມອັບແຝ່ . ຄົນໃນອອສເຕຼເລັຍຈຳຕ້ອງຢູ່ຫ່າງກັນແລະກັນເປັນຢ່າງໜ້ອຍ 1.5 ແມດ. ຖ້າຫາກທ່ານເປັນໄຂ້ຫັວດນ້ອຍຫຼືວີ້ແວວໄຂ້ຫັວດໃຫຍ່, ໃຫ້ຢູ່ເຮືອນແລະຈັດແຈງເອົາການກວດດູເບິ່ງ.
ກະຣຸນາກວດເບິ່ງການແນະນຳອັນຖຶກຕ້ອງສຳຮັບຣັດຫຼືເຕຣິຕໍຣີຂອງທ່ານ: , , , , , , .
ການສັກຢາວັກຊີນໃຫ້ທ່ານຈະຖຶກເກັບຮັກສາໄວ້ໃນການບັນທຶກສາທາຣະນະຊົນ
ຣັຖບານອອສເຕຼເລັຍເກັບຮັກສາໄວ້ຂໍ້ມູນບາງຢ່າງກ່ຽວກັບບຸກຄົນສ່ວນຕົວທີ່ຖຶກສັກຢາວັກຊີນແລ້ວເພື່ອຕິດຕາມເບິ່ງວ່າໃຜຖຶກສັກແລ້ວ. ມັນແມ່ນຄວາມຈຳຕ້ອງຂອງຜູ້ບໍຣິການໂຄງ
ການສັກຢາວັກຊີນອອສເຕຼເລັຍ ທີ່ຈະບັນທຶກຄົນ
ໄວ້ສຳຮັບການສັກຢາວັກຊີນນັ້ນໃຫ້ທຸກຄັ້ງ.