ການຫາເອົາການຊ່ວຍເຫຼືອໃນດ້ານກົດໜາຍໂດຍບໍ່ຄິດຄ່າຫັຍງໃນອອສເຕຼເລັຍ

ການຊ່ວຍເຫຼືອອັນຊຽວຊານອາດເປັນສິ່ງຈຳເປັນສຳຮັບຄົນທີ່ຫາເອົາການຊ່ວຍເຫຼືອຢູ່ໃນດ້ານກົດໜາຍອອສເຕຼເລັຍ. ແຕ່ຍ້ອນທີ່ນັກກົດໜາຍຄິດຄ່າຕໍ່ຊົ່ວໂມງນັບເປັນຫຼາຍຮ້ອຍດອນລາ ບໍ່ແມ່ນວ່າທຸກໆຄົນຈະສາມາສແວງເອົາຄວາມເປັນທັມໄດ້. ແຕ່ທ່ານອາດສາມາດຫາເອົາຄວາມຊ່ວຍເຫຼືອໂດຍບໍ່ຄິດຄ່າຫັຍງໄດ້ຜ່ານການຊ່ວຍເຫຼືອໃນດ້ານກົດຫໜາຍ (legal aid).

scales of justice

Source: Getty Images/Julius Adamek/EyeEm

ຄົນທີ່ຕ້ອງການການຊ່ວຍເຫຼືອໃນດ້ານກົດໜາຍສາມາດຫາເອົາການຊົດຊ່ວຍຈາກ legal aid commission (ຄະນະກັມການການຊ່ວຍເລື້ອດ້ານກົດໜາຍ) ໃນຣັດແລະ territory ຂອງພວກຂະເຈົ້າຫຼືໄປຫາສູນກາງກົດໜາຍຕ່າງໆຂອງຊຸມຊົນຫຼື Aboriginal and Torres Strait Islander Legal Services.

 

 

National Legal Assistance Partnership 2020-25 ຈະໃຫ້ການຄ້ຳຈູນການເງິນຂອງຣັຖບານອອສເຕຼເລັຍຫຼາຍກ່ວາ 2,300 ລ້ານດອນລາແກ່ທຸກຣັດແລະ territory ສຳຮັບຂະແໜງການຊ່ວຍເຫຼືອໃນດ້ານກົດໜາຍ ທີ່ຕລອດມາ ຢ່າງຊ້ຳເຮື້ອຂາດເຂີນການຄ້ຳຈູນການເງິນເປັນເວລາຫຼາຍປີ.

 

ຈຸດທີ່ສຳຄັນ :

* ຜູ້ບໍຣິການການຊ່ວຍເຫຼືອໃນດ້ານກົດໜາຍເປັນຜູ້ຕັດສິນໃຈກ່ຽວກັບຮູບແບບການຊ່ວຍເຫຼືອໃນຖານແຕ່ກໍຣະນີ
* ເພື່ອຈະໄດ້ການຊ່ວຍເຫຼືອໃນດ້ານກົດໜາຍ ແມ່ນຕ້ອງຖຶກຕ້ອງກັບການກວດເບິ່ງຄວາມເໜາະສົມແລະຫຼັກການທີ່ກ່ຽວຂ້ອງຂອງການຊ່ວຍເຫຼືອໃນດ້ານກົດໜາຍຂອງຄະນະກັມການນັ້ນ
* National Legal Assistance Partnership 2020-25 ຈະໃຫ້ການຄ້ຳຈູນການເງິນ 2,300 ດອນລາເພື່ອບໍ່ຣິການການຊົດຊ່ວຍໃນດ້ານກົດໜາຽ.

 

ຄົນທີ່ຫາເອົາການຊ່ວຍເຫຼືອໃນດ້ານກົດໜາຍອາດຕ້ອງການການຊົດຊ່ວຍຈຳນວນນຶ່ງ ຮວມດ້ວຍຂໍ້ມູນດ້ານກົດໜາຍແລະກິຈການການສເນີຕໍ່, ການແນະນຳໃນດ້ານກົດໜາຍອັນສະເພາະ, ວິທີການແລະການດຳເນີນຂອງຣະບົບສານ, ເງື່ອນໄຂຂອງການໂຕ້ຖຽງກັນແລະການຕາງໜ້າໃນດ້ານກົດຣາຍແລະອື່ນໆ.

 

ອົງການຈັດຕັ້ງຕ່າງໆໃຫ້ການຊ່ວຍເຫຼືອຣະດັບໃນດ້ານກົດໜາຍບໍ່ຄືກັນ ໂດຍທີ່ແຕ່ຣະອັນມີກົດເກນຂອງໂຕເອງໃນການໃຫ້ການຊົດຊ່ວຍ.

man and the phone
Legal Aid commissions provide free legal information and advice over phone Source: Getty Images/LumiNola


ຄະນະກັມການການຊ່ວຍເຫຼືອໃນດ້ານກົດໜາຍ (Legal Aid Commissions)

 ໂດຍບໍ່ຄິດຄ່າຫັຍງ ໃຫ້ຂໍ້ມູນດ້ານກົດໜາຍ ຮວມດ້ວຍປຶ້ມນ້ອຍໆໂດຍບໍ່ຄິດຄາຫັຍງ, ການຊີ້ແຈງຂໍ້ມູນຫຼືຄວາມແນະນຳໃນດ້ານກົດໜາຍຜ່ານທາງໂທຣະສັບ.

ຖ້າຫາກທ່ານຕ້ອງການການຕາງໜ້າໃນດ້ານກົດໜາຍ ທ່ານຕ້ອງຮ້ອງຂໍເອົາການຊ່ວຍເຫຼືອໃນດ້ານກົດໜາຍແລະທ່ານຈຳຕ້ອງຖຶກຕ້ອງກັບ Means and Merits tests (ການກວດດູເບິ່ງແລະຄວາມເໜາະສົມ). ຄະນະກັມການການຊ່ວຍເຫຼືອໃນດ້ານກົດໜາຍໃນການຄວບຄຸມອຳນາດອັນບໍ່ຄືກັນ ອາດມີກົດເກນອັນແຕກຕ່າງກັນໃນການໃຫ້ການຊ່ວຍເຫຼືອ. 

Means and Merits tests ພິຈາຣະນາເບິ່ງຣາຍໄດ້ຂອງທ່ານແລະຊັບສົມບັດແລະເຣື່ອງລາວໃນດ້ານກົດຽາຍຂອງທ່ານ ວ່າມັນແມ່ນເຣື່ອງກົດໜາຍອາຍາ, ແພ່ງຫຼືຄອບຄົວ.



ສາສດາຈານ Simon Rice ຂອງມະຫາວິທຍາລັຍ Sydney University ເວົ້າວ່າຄົນສ່ວຍໃຫຍ໋ທີ່ມີລາຍໄດ້ປານກາງບໍມີສິດໄດ້ຮັບການຊ່ວຍເຫຼືອໃນດ້ານກົດໜາຽ.

ທ່ານວິເຄາະເບິ່ງສະຕິທິແຫ່ງຊາດໃນດ້ານຊ່ວຍເຫຼືອໃນດານກົດໜາຍ   ຂອງຣະຫ່ວາງເດືອນກໍຣະກະດາ 2020 ຫາ ພຶດສາພາ 2021 ແລ້ວເຫັນວ່າ 65% ຂອງການຊ່ວຍເຫຼືອນັ້ນຖຶກມອບໃຫ້ຜູ້ຊາຍແລະພຽງແຕ່ 33% ແກ່ຜູ້ຍິງ.

meeting between two man
Everybody who contacts community legal centres will at least get help in legal information and guidance for self-help resources Source: Getty Images/Weekend Images Inc


Community Legal Centres (ສູນກາງກົດເໜາຍຂອງຊຸມຊົນ)

ທົ່ວອອສເຕຼເລັຍ ສູນກາງກົດຽາຍຂອງຊຸມຊົນ 170 ແຫ່ງທີ່ມີອິສຣະພາບ, ບໍ່ຫາເອົາຜົນກຳໄລ ບໍຣີການການຊ່ວຍເຫຼືອໃນດ້ານກົດໜາຍໂດຍບໍ່ຄິດຄ່າຫັຍງ, ຮວມດ້ວຍຂໍ້ມູນ, ການສເນີຕໍ່ໄປ. ການສຶກສາໃນດ້ານກົດໜາຍ, ຄວາມແນະນຳແລະກິຈການການຕາງໜ້າ.

Nassim Arrage ຜູ້ບໍຣິຫານຂັ້ນສູງສຸດຂອງອົງການຈັດ6ັງອັນສູງສົ່ງ  ເວົ້າວ່າສູນກາງ community legal centres ຝັງຢູ່ໃນຊຸມຊົນແລະມີຣະບົບການອັນແຂງແຮງແທ້ໆກັບກິຈການຂອງຊຸມຊົນໃນທ້ອງຖິ່ນ.

      ໃນວັບໄຊຕ໌ຂອງພວກຂ້າພະເຈົ້າ ຄົນທັງຫຼາຍສາມາດຢືດຢື້ເຖິງ directory of all the community legal centres

      (ບ່ອນຕິດຕໍ່ເຖິງທຸກສູນກາງກົດໜາຍຂອງຊຸມຊົນ) ໃນອອສເຕຼເລັຍ.

 

ທ່ານ Arrage ເວົ້າວ່າ community legal centres ຕັດສິນໃຈກ່ຽວກັນການຊ່ວຍເຫຼືອທີ່ພວກເພີ່ນບໍຣິການໃນຖານແຕ່ຣະກໍຣະນີ.

ແຕ່ ທ່ານເນັ້ນວ່າທຸກຄົນທີ່ຕິດຕໍ່ຫາ community legal centres ເປັນຢ່າງໜ້ອຽຈະໄດ້ຮັບຂໍ້ມູນໃນດ້ານກົດໜາຍແລະຄວາມແນະນຳສຳຮັບສັບພະຍາກອນການຊ່ວຍເຫຼືອໂຕເອງ.

ທ່ານເວົ້າວ່າ "ການທີ່ບຸກຄົນແຮງມີຫຼາຍສິ່ງຫຼາຍຢ່າງເທົ່າໃດ ທີ່ພວກທ່ານຮຽກວ່າ ແມ່ນສິ່ງທີບົ່ງບອກການເສັຍປຽບ ແມ່ນທີ່ພວກທ່ານຄົງໃຫ້ການຊ່ວຍເຫຼືອຕໍ່ໄປ. ດ້ວຍເຫດນີ້ ມັນອາດແມ່ນ ການປະສົບການກັບຄວາມຮຸນແຮງໃນດ້ານຄອບຄົວ ບໍ່ສາມາດປາກເວົ້າໄດ້ຫຼືເຂົ້າໃຈພາສາອັງກິດ ພິການ ແກ່ສະຣາແລະອ່ອນແອ ໜຸ່ມກ່ວາ 18 ​ປີ. ສາເຫດທັງໜົດນັ້ນ ມີຜົນສະທ້ອນໃສ່ການຕັດສິນໃຈຂອງພວກທ່ານ".

ກິຈການ  ໃຫ້ກິຈການການການຊ່ວຍເຫຼືອໃນດ້ານກົດໜາຍໂດຍບໍ່ຄິດຄ່າຫັຍງແກ່ຜູ້ຍິງທີ່ປະສົບກັບຂາດຕົກບົກຜ່ອງໃນການແກ້ໄຂເຣື່ອງລາວໃນດ້ານກົດໜາຍທີ່ເກີດມາຈາກຄວາມເພພັງຂອງຄວາມສຳພັນກັນຫຼືຄວາມຮຸນແຮງ.

Helen Matthews ທີ່ເປັນ CEO ເວົ້າວ່າຍ້ອນມີການຄ້ຳຈູນອັນຈຳກັດໃນດ້ານການເງິນແລະການຝຶກຫັດແລະການພັທນາການແລະວຽກງານດ້ານນະໂຍບາຽທີ່ Women’s Legal Service Victoria ກະທຳ ພວກຂະເຈົ້າສາມາດບໍຣິການພຽງແຕ່ການແນະນຳໃນດ້ານກົດໜາຍແລະການຕາງໜ້າແກ່ຜູ້ຍິງເປັນຈຳນວນເລັກນ້ອຍ.

      ວຽກງານສ່ວນໃຫຍ່ຂອງພວກທ່ານແມ່ນ duty lawyer work (ການຊ່ວຍເຫຼືອຄົນໃນມື້ຂຶ້ນສານກົດໜາຍໂດຍບໍ່ມີ 

      ທະນາຍຄວາມ) ຢູ່ທີ່ສານຊັ້ນຕົ້ນຂອງແມນລ໌ເບິນ .

 

Duty Lawyer 

ທົ່ວອອສເຕຼເລັຍ ໃນສານທ້ອງຖິ່ນກັມການ (tribunal) ໃຜໆກໍສາມາດເຂົ້າເຖິງ duty lawyer ເພື່ອຄວາມຊ່ວຍເຫຼືອ ຖ້າຫາກພວກຂະເຈົ້າມີເຣື່ອງມີລາວກັບສານໃນມື້ຂຶ້ນສານແຕ່ບໍ່ມີທະນາຍຄວາມ.

ກິຈການນີ້ບໍ່ຄິດຄ່າຫັຍງ. ແຕ່ duty lawyers ສາມາດໃຫ້ການຊົດຊ່ວຍຈຳກັດໃນມື້ດັ່ງກ່າວ. ຖ້າຫາກເຣື່ອງລາວຂອງທ່ານແມ່ນຍາກຊາ ພວກຂະເຈົ້າອາດສາມາດຊົດຊ່ວຍທ່ານປ່ຽນເວລາທີ່ທ່ານຈະຂຶ້ນສານເທົ່ານັ້ນ.

Lawyer back view
In Australia for family and civil law matters, you may choose to represent yourself in court Source: Getty Images/Chris Ryan


ການຕາງໜ້າໂຕເອງ

ຄົນທີ່ຂຶ້ນສານກົດໜາຍອາຍາໃນອອສເຕຼເລັຍຈຳຕ້ອງຖຶກຕາງໜ້າໂດຍຜູ້ຊຽວຊານໃນດ້ານກົດໜາຍ. ກ່ຽວກັບເຣື່ອງຄອບຄົວແລະແພງ ທ່ານສາມາດຕາງໜ້າທ່ານເອງໄດ້.

ສາສດາຈານ Simon Rice ຂອງມະຫາວິທຍາລັຍ Sydney University ເວົ້າວ່າກະທັ້ງທີ່ສານໃຫ້ແວດລ້ອມທີ່ເປັນໄປໄດ້ທີ່ຈະຕາງໜ້າໂຕເອງ ເຮົາຕ້ອງການຄວາມຮູ້ໃນດ້ານເຕັກນິກກົດໜາຍເພື່ອກະຕຽມເອກກສານຕ່າງໆແລະເວົ້າວ່າກັບສານແລະກັມການ (tribunal).

      ການຊົດຊ່ວຍບໍ່ໄດ້ຜົນຫຼາຍໜັກ  ທ່ານສູ້ກັບຝ່າຍຕົງກັນຂ້າມທີ່ເປັນສັດຕູແລະຣະບົບການທີ່ຊຽວຊານໃນດ້ານກົດໜາຍ.

ສາສດາຈານ ປອ Jeff Giddings ເວົ້າວ່າມະຫາວິທຍາລັຍ Monash University ດຳເນີນລາຍການການຊ່ວຍເຫຼືອໃນດ້ານກົດໜາຍຄອບຄົວທີຖຶກວາດແຕ່ງຂຶ້ນມາເພື່ອຊົດຊ່ວຍຄົນທີ່ຕາງໜ້າໂຕເອງໃນການຟ້ອງຮ້ອງໃນດ້ານກົດໜາຍຄອບຄົວ.



ໂຮງຮຽນກົດໜາຍອອສເຕຼເລັຍອື່ນໆໃຫ້ການປະສົບການຈາກການໃຫ້ການຊ່ວຍເຫຼືອໃນດ້ານກົດໜາຍ ອັນຮວມດ້ວຍ ມະຫາວິທຍາລັຍ Griffith University, Deakin University, Bond University ແລະອື່ນໆຫຼາຍຕື່ມ. 

ໃນ law clinics ນັກຮຽນກົດໜາຍໃຫ້ຄວາມຮູ້ແລະການຄ້ຳຈູນກ່ຽວກັບຣະບົບການກົດໜາຍແລະວິທີການສານໂດຍບໍ່ຄິດຄ່າໃດໆ. clinics ເຫຼົານີ້ກະທຳວຽກການຢູ່ພາຍໃຕ້ການຄວບຄຸມຂອງນັກກົດໜາຍທີ່ມີຄວາມສາມາດແລະປະສົບການ.

 

ມັນກໍມີ ແວບໄຊຕ໌  ມາກມາຽສຳຮັບຂໍ້ມູນໃນດ້ານກົດໜາຍທີ່ບໍ່ຄິດຄາຫັຍງເພື່ອຊົດຊ່ວຍທ່ານວາງແຜນກັບຣະບົບສານກົດໜາຍ.

ທ່ານກໍສາມາດຫາເອົານັກກົດໜາຍເພື່ອຕາງໜ້າທ່ານເພື່ອຜົນດີຂອງສາທາຣະນະຊົນ (ຄືບໍ່ຖຶກຄິດຄ່າຫັຍງ).

 

ສຳຮັບຂໍ້ມູນເພີ້ມກ່ຽວກັບກິຈາການເພື່ອຜົນດີຂອງສາທາຣະນະຊົນໃນຣັດຂອງທ່ານ ໃຫ້ເຂົ້າເບິ່ງແວບໄຊຕ໌ 

legal desk
At local courts and tribunals, anyone can approach a duty lawyer for assistance if they have a matter at court that day and do not have their lawyer Source: Getty Images/seksan Mongkhonkhamsao




     

 

 

 

 

 

 

 

 

 

 

 

 

 


Share
Published 4 November 2021 1:45pm
Updated 12 August 2022 3:01pm
By Josipa Kosanovic, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)


Share this with family and friends